ຄໍາວ່າ “ເຂົາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເຂົາ” ມີຄວາມໝາຍແນວໃດ?

ຄໍາວ່າ “ເຂົາ” ໝາຍເຖິງຫີນ ຫຼື ດິນທີ່ສູງຂຶ້ນຫຼາຍ ຫຼື ມີທັງດິນ ຫີນຜາ (ຫີນປູນ) ທີ່ສູງໃຫຍ່ປົນຢູ່ນໍາກັນ ເອີ້ນພູເຂົາ, ເຂົາໜ່ວຍນຶ່ງແມ່ນມີຕົ້ນໄມ້ໃບຫຍ້າ ແລະ ມີຜາຫຼາຍໜ່ວຍກໍມີ. ພູເຂົາທີ່ງາມ ແລະ ມີຊື່ສຽງ ແມ່ນມີຫຼາຍຢູ່ໂລກໃບນີ້ ເຊັ່ນ: ພູເຂົາຫີມມະໄລ ຕັ້ງຢູ່ລະຫວ່າງປະເທດເນປານ ແລະ ຕີເບດຂອງຈີນ ສູງ 8,848 ເມັດ ຈາກລະດັບໜ້ານໍ້າທະເລ, ພູເຂົາ ຣັອກກີ້ (Rockies) ແມ່ນສາຍພູເຂົາໃຫຍ່ໃນພາກຕາເວັນ ຕົກຂອງອາເມລິກາເໜືອ. ສໍາລັບຢູ່ລາວແມ່ນໄດ້ແກ່: ພູເຂົາ​ຄວາຍ​ອຸນທິນຍານ​ເຂດປ່າ​ສະຫງວນ​ແຫ່ງ​ຊາດ ກວມ​ເອົາ​ເນື້ອນທີ່ຫລາຍ​ກວ່າ 2.000 ກິ​ໂລ​ຕາແມັດ, ຢູ່​ຫ່າງ​ນະນຄອນຫລວງ​ວຽງ​ຈັນ ໄປ​ທາງ​ທິດຕານເວັນ​ອອກນສຽງ​ເຫນືອປະມານ 40 ກິໂລແມັດ. ຢູ່ປະເທດໄທກໍມີ ເຂົາຄໍ້, ເຂົາເພັດສະບູນ, ເຂົາຄໍຫົງ, ເຂົາຕັງກວາງ ເປັນຕົ້ນ.

ນອກຈາກນີ້, “ເຂົາ” ຍັງແມ່ນອະໄວຍະວະຂອງສັດບາງຈໍາພວກທີ່ປົ່ງອອກຈາກຫົວມີລັກສະນະແຂງ ເຊັ່ນ: ເຂົາງົວ, ເຂົາຄວາຍ, ເຂົາແບ້, ເຂົາກວາງ, ເຂົາກະທິງ, ເຂົາເຍືອງ, ເຂົາເສົາລາ, ແລະ ເຂົາສັດອື່ນໆ. “ເຂົາ” ຍັງແມ່ນທາດເຂົາ ຊຶ່ງເກີດຂຶ້ນຢູ່ຄົນ ແລະ ສັດ ເປັນຕົ້ນແມ່ນເລັບມື, ເລັບຕີນ, ເກັດ, ເປືອກຫອຍ, ຫອນ ແລະ ເຂົາສັດດັ່ງທີ່ໄດ້ກ່າວມານັ້ນ. “ເຂົາ” ຍັງໃຊ້ເອີ້ນເສັ້ນຝ້າຍທີ່ຖັກພີມເພື່ອເອົາເສັ້ນເຂົ້າຫູກສອດ.

SA Game
DooDiDo

“ເຂົາ” ຍັງແມ່ນຊື່ຂອງນົກເຂົາ ຊຶ່ງແບ່ງອອກເປັນຫຼາຍປະເພດ ເຊັ່ນ: ນົກເຂົາຂຽວ, ນົກເຂົາທອງ ແລະ ເຂົາຕູ້. “ເຂົາ” ຍັງແມ່ນຄໍາແທນຊື່ຄົນເປັນບູລຸດທີ 3 ດັ່ງ ເຂົາ, ເຂົາເຈົ້າ, ພວກເຂົາ ເປັນຕົ້ນ. “ເຂົາ” ເວ ລາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍແຕກຕ່າງກັນອອກໄປດັ່ງ ເຂົາປູນ ແມ່ນຊື່ເຄືອໄມ້ແນວນຶ່ງຕາມ ເຄືອ ແລະ ໃບມີຝຸ່ນສີໝົ່ນໆ ຄ້າຍຄືປູນຕິດ ເອີ້ນເຄືອເຂົາປູນ. ເຄືອເຂົາ ແມ່ນຊື່ເຄືອໄມ້ທົ່ວໄປທີ່ເກີດຢູ່ ຕາມປ່າຕາມພູ.

ສະນັ້ນ ເພື່ອໃຫ້ເຂົ້າໃຈການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເຂົາ”.

“ເຂົາ” (1. ຄໍານາມ) ພູ, ດອຍ. ອະໄວຍະວະຂອງສັດບາງຈໍາພວກທີ່ປົ່ງອອກຈາກຫົວມີລັກສະນະແຂງ. ເສັ້ນຝ້າຍທີ່ຖັກພີມສໍາລັບເອົາເສັ້ນເຂົ້າຫູກສອດ. ຊື່ນົກຈໍາພວກນຶ່ງເອີ້ນນົກເຂົາ ມີຫຼາຍຈໍາພວກ ຄື: ເຂົາ ຂຽວ ຕົວນ້ອຍ, ເຂົາທອງ ນົກເຂົາທໍາມະດາແຕ່ຕົວນ້ອຍ, ເຂົາຕູ້ ນົກເຂົາແນວໃຫຍ່. (1. ຄໍາແທນນາມ) ຄໍາແທນຊື່ຄົນທີ່ເຮົາເວົ້າເຖິງເປັນບູລຸດທີ 3 ຝ່າຍພະຫຸດພົດ.

ຕົວຢ່າງ:

  • ເຂົາໄກຼລາດ ເປັນຍອດເຂົາແຫ່ງໜຶ່ງຂອງເທືອກເຂົາຫີມມະໄລ ທີ່ປະກົດຢູ່ໃນເລື່ອງຕ່າງໆ ຊຶ່ງເປັນ ທີ່ປະທັບຂອງພະຊີວະ ແລະ ພະແມ່ປາຣໍວະຕີ ໃນສາດສະໜາຮີນດູ.
  • ພູເຂົາຄວາຍເປັນພູສູງຢູ່ຕິດທົ່ງພຽງວຽງຈັນ ເປັນເຂດສະຫງວນແຫ່ງຊາດ ມີຄວາມອຸດົມສົມບູນ ໄປດ້ວຍປ່າໄມ້, ສັດປ່ານາໆ ແລະ ແຮ່ທາດຕ່າງໆ ຊຶ່ງຄົນເຄີຍຊ່າລືວ່າມີເຫຼັກໄຫຼຢູ່ດ້ວຍ.
  • ເຂົາງົວກະທິງ ຖືວ່າເປັນຂອງຫາຍາກ ແລະ ເປັນທີ່ນິຍົມກັນສະສົມ ໃນຫຼາຍປະເທດ ຈິ່ງເຮັດໃຫ້ ມັນມີໂອກາດສູນພັນ ແລະ ປະຈຸບັນແມ່ນເປັນສັດຫວງຫ້າມຂອງຫຼາຍໆປະເທດ.
  • ນົກເຂົາ ເປັນນົກສວຍງາມ ແລະ ຂັນມ່ວນ ເປັນທີ່ນິຍົມກັນລ້ຽງ ໂດຍສະເພາະແມ່ນພາກໃຕ້ຂອງ ປະເທດໄທ ຊຶ່ງໃນແຕ່ລະປີໄດ້ມີການແຂ່ງຂັນນົກເຂົາສຽງດີ, ກົງຂັງສວຍງາມ ແລະ ມີລາງວັນ ຊະນະເລີດຫຼາຍລ້ານບາດ.
  • ປະເທດອາເມລິກາ ແມ່ນມີຄົນຫຼາຍເຊື້ອຊາດອົບພະຍົບມາອາໃສຢູ່ຢ່າງຕໍ່ເນື່ອງ ຊຶ່ງເຂົາເຈົ້າສ່ວນ ໃຫຍ່ທີ່ມາແມ່ນມີເປົ້າໝາຍເພື່ອມາສະແຫວງໂອກາດເຮັດໃຫ້ຊີວິດດີຂຶ້ນກວ່າເກົ່າ.
  • ເຂົາ (ຂ້ອຍ) ບອກແລ້ວເພີ່ນ (ເຈົ້າ) ບໍ່ຟັ່ງຊື້ເລກທຸກງວດ ແຕ່ກໍຜິດຫວັງທຸກງວດເພາະບໍ່ຖືກ ມີແຕ່ຖືກແມ່ແດກ.

ສະຫຼຸບ.

ຄໍາວ່າ “ເຂົາ” ພູເຂົາ ຫຼື ພູດອຍ ຊຶ່ງເປັນດິນທີ່ສູງຂຶ້ນຫຼາຍ ຫຼື ມີທັງດິນ ຫີນຜາ (ຫີນປູນ) ທີ່ສູງໃຫຍ່ປົນຢູ່ນໍາກັນ ສ່ວນໃຫຍ່ມີຕົ້ນໄມ້ໃບຫຍ້າ ແລະ ສັດອາໃສຢູ່. ນອກຈາກນີ້, “ເຂົາ” ຍັງແມ່ນອະໄວຍະວະຂອງ ສັດທີ່ປົ່ງອອກຈາກຫົວເອີ້ນ ເຂົາສັດ. “ເຂົາ” ຍັງແມ່ນທາດເຂົາ ເປັນຕົ້ນແມ່ນ ເລັບມື, ເລັບຕີນ, ເປືອກ ຫອຍ ແລະ ເຂົາສັດ. “ເຂົາ” ແມ່ນການເອີ້ນເສັ້ນຝ້າຍທີ່ຖັກພີມເພື່ອເອົາເສັ້ນເຂົ້າຫູກສອດ. “ເຂົາ” ຍັງແມ່ນຊື່ນົກເຂົາ ຊຶ່ງມີຫຼາຍແນວຮູບຮ່າງ ແລະ ຂະໜາດຕ່າງກັນໄປເຊັ່ນ: ນົກເຂົາຂຽວ, ນົກເຂົາທອງ ແລະ ເຂົາຕູ້. “ເຂົາ” ຍັງແມ່ນຄໍາແທນນາມ ດັ່ງ ເຂົາ, ເຂົາເຈົ້າ, ພວກເຂົາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo