ຄໍາວ່າ “ດັງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ດັງ” ມີຄວາມໝາຍແນວໃດ?

ຄໍາວ່າ “ດັງ” ແມ່ນອາໄວຍະວະຂອງຄົນ ແລະ ສັດ ສ່ວນໃຫຍ່ແມ່ນອາໃສຢູ່ເທິງບົກ, ດັງຢູ່ເທິງປາກ ແລະ ຢູ່ກ້ອງຕາ ໃຊ້ເພື່ອຫັນໃຈ ຫຼື ຫາຍໃຈ ເຂົ້າອອກ ຊຶ່ງມັນເປັນບ່ອນປັບອາກາດໃຫ້ໃຫ້ແທດເໝາະກັບການ ດໍາລົງຊີວິດຂອງເຈົ້າຂອງມັນ ເຊັ່ນ: ມະນຸດເຂດໜາວດັງໂມງ ແລະ ເຂດຮ້ອນມັກດັງແໝບ ເປັນຕົ້ນ. ດັງ ຄົນ ແລະ ສັດແຕ່ລະຊະນິດຈະມີຮູບຮ່າງແຕກຕ່າງກັນໄປ. ດັງຄົນປະກອບມີຮູດັງ, ຂົນດັງ, ສັນດັງ.

ດັງ ຄົນຍັງໃຊ້ໄວ້ເພື່ອດົມກິນ ຊຶ່ງດັງມີຄວາມສາມາດແຍກກີ່ນຕ່າງໆໄດ້ຢ່າງໜ້າອັດສະຈັນ ດັ່ງ ກິ່ນເໝັນ, ກິ່ນ ຫອມ ສາມາດແຍກໄດ້ວ່າສິ່ງທີ່ໄດ້ກີ່ນນັ້ນແມ່ນສິ່ງທີ່ເນົ່າ ຫຼື ດີຢູ່. ພິເສດດັງຊ້າງ (ງວງຊ້າງ) ແລະ ສັດ ອີກຈໍານວນນຶ່ງແມ່ນຍາວສາມາດໃຊ້ຈັບ ແລະ ດື່ມນໍ້າໄດ້ ອີກດ້ວຍ.

ນອກຈາກນີ້, “ດັງ” ຍັງໝາຍເຖິງດັງເກີດສຽງຂຶ້ນ ເອີ້ນສຽງດັງ ຈາກເຫດການຕ່າງໆ ຊຶ່ງກົງກັນຂ້າມກັບມິດ ຫຼື ງຽບ.

SA Game
DooDiDo

ດັງແມ່ນສຽງທີ່ເກີດຂຶ້ນຈາກເຫດການຕ່າງ ເຊັ່ນ: ເກີດຈາກແຮງປະທະ, ເກີດຈາກຟ້າຜ່າ, ເກີດ ຈາກຄື້ນນໍ້າ, ເກີດຈາກສາຍລົມ, ເກີດຈາກການຮ້ອງ, ເກີດຈາກການແຮງລະເບີດ ແລະ ສາເຫດອື່ນໆ. “ດັງ” ຍັງແມ່ນການດັງໄຟ ຫຼື ການຕິດໄຟ, ເຮັດໃຫ້ໄຟຕິດ, ໄຟໃໝ້ ເຊັ່ນ: ດັງໄຟດ້ວຍຟືນ, ດັງໄຟດ້ວຍ ອາຍແກັດສ໌, ດັງໄຟດ້ວຍຖ່ານຫິນ, ດັງໄຟດ້ວຍຖ່ານ. ອີກຄວາມໝາຍນຶ່ງ “ດັງ” ຍັງໝາຍເຖິງຊື່ສຽງໂດ່ງ ດັງ ເປັນທີ່ຮັບຮູ້ຂອງຄົນທົ່ວໄປເຊັ່ນ: ປະທານປະເທດ, ປະທານາທິບໍດີ, ເຈົ້າຊີວິດ, ນາຍົກລັດຖະມົນຕີ, ລັດຖະມົນຕີ, ນັກຮ້ອງນໍາ, ນັກສະແດງນໍາ, ນັກກິລາ, ນັກຄົ້ນຄວ້າ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າດັງ”.

“ດັງ” (1. ຄໍານາມ) ອາໄວຍະວະຂອງຄົນ ແລະ ສັດບ່ອນສໍາລັບຫັນໃຈ ຫຼື ຫາຍໃຈ. (2. ຄໍາກິລິຍາ) ດັງເກີດສຽງຂຶ້ນ, ກົງກັນຂ້າມກັບມິດ. ຕິດໄຟໃຫ້ໃໝ້ ດັ່ງ ດັງໄຟ. ມີຊື່ສຽງ ດັ່ງ ໂດ່ງດັງ.

ຕົວຢ່າງ:

  • ເວລາຄົນເຮົາເປັນຫວັດເປັນໄອ ດັງ ມັກຈະສູນເສຍຄວາມສາມາດໃນການດົມກີ່ນ ແລະ ມີຂີ້ມູກ ໄຫຼ.
  • ດັງຊ້າງ ຫຼື ງວງຊ້າງສາມາດຈັບສິ່ງຂອງໄດ້ເພື່ອປ້ອນເຂົ້າປາກ. ນອກຈາກນັ້ນ, ມັນຍັງສາມາດ ໃຊ້ດູດນໍ້າໄດ້ອີກ.
  • ຝົນຕົກຫົວປີ ມັກມີຟ້າເຫຼື້ອມ, ຟ້າຮ້ອງສຽງດັງແຮງຫຼາຍ ແລະ ມັກຕາມມາດ້ວຍຟ້າຜ່າ.
  • ສຽງເພັງສຽງເສບຮ້ານອາຫານດັງແຮງຫຼາຍ ເຮັດໃຫ້ຄົນທີ່ອາໃສຢູ່ເຮືອນອ້ອມຂ້າງລໍາຄານ ແລະ ມັກໄປຟ້ອງຜູ້ຮັບຜິດຊອບຢູ່ເລື້ອຍໆ.
  • ການດັງເຕົາຖ່ານແມ່ນຕ້ອງຕິດໄຟດ້ວຍໄມ້ແປກ ຫ໌ື ສິ່ງທີ່ອ່ອຍໄຟໃຫ້ຮຸ່ງກ່ອນ ແລ້ວຈິ່ງເອົາຖ່ານ ໃສ່ພາຍຫຼັງ.
  • ທ່ານໂຄຟີອານັນ ເປັນບຸກຄົນທີ່ໂດ່ງດັງ ແລະ ໄດ້ຮັບການເຄົາລົບຈາກຫຼາຍປະເທດ ເພາະລາວ ເປັນແບບຢ່າງທີ່ດີໃຫ້ແກ່ໂລກ.

ສະຫຼຸບ.

ຄໍາວ່າ “ດັງ” ໝາຍເຖິງອາໄວຍະວະຂອງຄົນໃຊ້ສໍາລັບຫັນໃຈ ຫຼື ຫາຍໃຈ ເຂົ້າອອກ. ສ່ວນດັງສັດບາງ ຊະນິດຍັງໃຊ້ຈັບ ແລະ ດື່ມນໍ້າໄດ້ ດັ່ງຊ້າງ ຊຶ່ງເຮົາເອີ້ນ ງວງຊ້າງ ເປັນຕົ້ນ, “ດັງ” ຍັງແມ່ນສຽງດັງທີ່ ເກີດສຽງຂຶ້ນ ມີຄວາມໝາຍກົງກັນຂ້າມກັບມິດ. “ດັງ” ຍັງໝາຍເຖິງການກໍ່ໄຟ ຫຼື ຕິດໄຟໃຫ້ໃໝ້ ດັ່ງ ດັງໄຟ. ອີກຢ່າງນຶ່ງ “ດັງ” ຍັງໝາຍເຖິງສິ່ງໃດສິ່ງນຶ່ງ ຫຼື ບຸກຄົນໃດບຸກຄົນນຶ່ງທີ່ມີຊື່ສຽງໂດ່ງດັງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo