ຄໍາວ່າ “ປູ” ແລະ “ປູ່” ມີຄວາມໝາຍຄືກັນຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ປູ” ແລະ “ປູ່”

ຄໍາວ່າ “ປູ” ແລະ “ປູ່” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄໍາວ່າ “ປູ” ແມ່ນສັດແນວນຶ່ງເອີ້ນ ໂຕປູ ມີຫຼາຍແນວ ແຕກຕ່າງກັນຂຶ້ນກັບແນວພັນ ແລະ ສະພາບແວດລ້ອມ ການເປັນຢູ່ ເພາະປູມີທັງຢູ່ນໍ້າຈືດ, ທະເລ ລວມທັງຢູ່ແຕ່ສະເພາະເທີງບົກ ຈິ່ງເຮັດໃຫ້ມີຂະໜາດ, ການປະພຶດ ແຕກຕ່າງກັນໄປ. ປູ່ເປັນສັດມີອອງ ຫຼື ດອງ, ມີກ້າມໃຫຍ່ສອງກ້າມ ຫຼື ເອີ້ນຄີມປູ ມີຕີນ 8 ຕີນ. ດັ່ງທີ່ກ່າວມາ ປູມີຫຼາຍຊະນິດແຕ່ໂດຍທົ່ວໄປເຮົາເອີ້ນ ປູທະເລ, ປູນາ, ປູຫ້ວຍ, ປູໂຄກ (ຢູ່ເທິງບົກ).

ປູໃນຊີວິດນຶ່ງມີການລອກ ຄາບຫຼາຍຄັ້ງ ແລະ ເວລາລອກຄາບຕົນໂຕແມ່ນອ່ອນ ສ່ວນຄາບແມ່ນຖີ້ມໄປຕາມທໍາມະຊາດ. ປູເປັນທີ່ນິຍົມກັນ ນໍາມາບໍລິໂພກຫຼາຍເພາະແຊບ ແລະ ມີຄຸນຄ່າທາງອາຫານ, ຊອກໄດ້ງ່າຍ, ສາມາດປຸງແຕ່ງໄດ້ຫຼາຍຮູບແບບ ເຊັ່ນ: ປູດອງ, ນໍ້າປູ, ປູອົບ, ປູຂົ້ວ, ຕົ້ມຍໍາປູ ເປັນຕົ້ນ. ປູນາ ແລະ ປູຫ້ວຍ ສ່ວນຫຼາຍແມ່ນມີຂະໜາດນ້ອຍກວ່າ ປູທະເລຫຼາຍແນວ. ປູມີຫຼາຍແນວ ແລະ ມີຊື່ສະເພາະ ດັ່ງ: ປູນາ, ປູຫ້ວຍ, ປູຜາ, ປູມ້າ, ປູຈັກກະຈັ່ນ, ປູແສມ, ປູໃບ້, ປູແມງມູມຍີ່ປຸ່ນ, ປູກ້າມດາບ, ປູລາຊານີ ແລະ ອື່ນໆ. ນອກຈາກນັ້ນ, “ປູ” ຍັງມີຄວາມໝາຍວ່າເອົາສິ່ງໃດ ສິ່ງນຶ່ງທີ່ເປັນແຜ່ນວາງແຜ່ລົງກັບພື້ນ ເຊັ່ນ: ປູພົມ, ປູເສື່ອ, ປູສາດ, ປູຜ້າ, ປູພື້ນເຮືອນ ເປັນຕົ້ນ.

SA Game
DooDiDo

ຄໍາວ່າ “ປູ່” ເປັນຄໍາທີ່ໃຊ້ສະເພາະເພດຊາຍ ຫຼື ຜູ້ຊາຍ ເທົ່ານັ້ນ ຊຶ່ງໃຊ້ເອີ້ນຕາມລໍາດັບລຸ້ນຄົນດັ່ງນີ້: ປູ່ໝາຍເຖິງ ພໍ່ຂອງພໍ່, ປູ່ມ່ອນ ຫຼື ປູ່ທວດ ໝາຍເຖິງພໍ່ຂອງປູ່ອີກທີນຶ່ງ, ພໍ່ປູ່ແມ່ນພໍ່ຂອງຜົວ (ເອີ້ນຕາມລູກ). ປູ່ຍັງໃຊ້ຮຽກຄຽງ ຄູ່ກັນກັບຄໍາວ່າຍ່າ ດັ່ງ ປູ່ເຍີຍ່າເຍີ (ແມ່ນຕົວລະຄອນເອກຂອງເທບນິຍາຍພື້ນເມືອງລາວ ຢູ່ເມືອງຫຼວງພະບາງ ຊຶ່ງເປັນນິທານສະເພາະ), ປູ່ກັບຍ່າ, ປູ່ຍ່າຕາຍາຍ, ປູ່ທວດຍ່າທວດ, ປູ່ມ່ອນຍ່າມ່ອນ, ພໍ່ປູ່ແມ່ຍ່າ (ເອີ້ນ ຕາມລູກ). ນອກຈາກນີ້, “ປູ່” ຍັງໝາຍເຖິງສານປູ່ຕາ ຊຶ່ງແມ່ນສານທີ່ຕັ້ງຂຶ້ນເພື່ອໃຫ້ຜີອາລັກຮັກສາບ້ານເມືອງຢູ່ອັນເປັນທີ່ນັບ ຖືຂອງຊາວບ້ານ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າປູ”.

“ປູ” (1. ຄໍານາມ) ສັດແນວນຶ່ງມີດອງ ແລະ ມີກ້າມສອງກ້າມ ມີຕີນ 8 ຕີນ. (2. ຄໍາກິລິຍາ) ເອົາຂອງເປັນ ແຜ່ນວາງຢຽດແຜ່ລົງກັບພື້ນ.

ຕົວຢ່າງ:

  • ເອາະປູ ບໍ່ວ່າຊິແມ່ນປູຫ້ວຍ, ປູນາ ຫຼື ປູທະເລ ກໍແຊບຄືກັນ ໂດຍສະເພາະເອາະໃສ່ຜັກຫອມເປ, ຫອມ ປ້ອມ.
  • ປູໝາກພ້າວ ເປັນປູທີ່ໃຫຍ່ທີ່ສຸດໃນໂລກໃນບັນດາປູທົ່ວໂລກ ອາໃສຢູ່ບົກ ມີນໍ້າໜັກຮອດ 17 ກິໂລກະ ລາມ ແລະ ມີລໍາໂຕຍາວຮອດ 40 ຊັງຕີແມັດ, ອາຍຸຍືນກວ່າ 60 ປີ, ສາມາດປີນຕົ້ນພ້າວ ແລະ ໃຊ້ຄີມ ເຈາະໝາກພ້າວກິນເປັນອາຫານ.

ຄວາມໝາຍຄຳວ່າປູ່”.

“ປູ່” (1. ຄໍານາມ) ພໍ່ຂອງພໍ່, ປູ່ຕາ. ຜີອາລັກບ້ານທີ່ຊາວບ້ານນັບຖື. ປູ່ທວດ ຫຼື ປູ່ມ່ອນ ແມ່ນພໍ່ຂອງປູ່.

ຕົວຢ່າງ:

  • ປີນີ້ອາຍຸປູ່ຂອງຂ້ອຍໄດ້ 75 ປີ ພໍດີ ສ່ວນພໍ່ຂອງຂ້ອຍແມ່ນອາຍຸ 50 ປີ ແລະ ຂ້ອຍອາຍຸ 25 ປີ.
  • ຕາມການບອກເລົ່າຂອງປູ່ໃຫ້ຟັງວ່າ ປູ່ທວດເກີດສະໄໝສົງຄາມໂລກຄັ້ງທີ 1 ຊຶ່ງສະໄໝນັ້ນແມ່ນທຸກຍາກ ຫຼາຍຍ້ອນສົງຄາມ ແລະ ເຕັກໂນໂລຊີຍັງບໍ່ທັນກ້າວໜ້າ.
  • ປູ່ກັບຍ່າແຕ່ງງານກັນໄດ້ 60 ປີແລ້ວ ເພີ່ນຮັກກັນຫຼາຍ ແລະ ເປັນຄົນໃຈດີ, ລ່າເລິງ ໄປໃສກໍໄປນໍາກັນ.

ສະຫຼຸບ.

ຄໍາວ່າ “ປູ” ແລະ “ປູ່” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມໝາຍແຕກຕ່າງກັນ ເພາະຄໍາວ່າ “ປູ” ໝາຍເຖິງໂຕປູ ຊຶ່ງເປັນສັດມີດອງ ຫຼື ອອງແນວນຶ່ງ ມີກ້າມສອງກ້າມ (ຄີມ), ມີຕີນ 8 ຕີນ ສາມາດນໍາມາກິນໄດ້. ນອກຈາກນັ້ນ, “ປູ” ຍັງແມ່ນການວາງແຜ່ນແນວໃດແນວນຶ່ງຢຽດແຜ່ລົງກັບພື້ນ. ສ່ວນຄໍາວ່າ “ປູ່” ແມ່ນຄໍາເອີ້ນເພດຊາຍ ຊຶ່ງແມ່ນພໍ່ຂອງພໍ່, ພ້ອມນັ້ນ ຍັງມີປູ່ທວດ ຫຼື ປູ່ມ່ອນ ຊຶ່ງແມ່ນພໍ່ຂອງປູ່ອີກເທື່ອນຶ່ງ. ປູ່ແມ່ນທຽບເທົ່າກັບລຸ້ນຍ່າເບື້ອງເພດຍິງ, ຖ້າແມ່ນປູ່ມ່ອນກໍທຽບລຸ້ນກັບຍ່າມ່ອນ. “ປູ່” ໃຊ້ເອີ້ນສານປູ່ຕາ ຊຶ່ງແມ່ນ ສານອາລັກຮັກສາບ້ານເມືອງຕາມການເຊື່ອຖືຂອງຊາວບ້ານທີ່ມີມາແຕ່ດົນນານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo