ຄໍາວ່າ “ປີ” ແລະ “ປີ່” ມີຄວາມໝາຍຄືກັນ ຫລື ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ປີ” ແລະ “ປີ່”

ຄໍາວ່າ “ປີ” ແລະ “ປີ່” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄໍາວ່າ “ປີ” ແມ່ນເວລາທີ່ໜ່ວຍໂລກໝູນອ້ອມຕາເວັນ 1 ຮອບ ມີ 365 ວັນ ໂດຍແບ່ງເປັນ 12 ເດືອນ. ປີແບ່ງຕັ້ງກັນຕາມສາດສະໜາເຊັ່ນ: ປີ ພ.ສ ແມ່ນພຸດສັກກະລາດ, ປີ ຄ.ສ ມາຈາກຄຣິສຕະສັກກະລາດ ຊຶ່ງຖືເປັນປີສາກົນ, ປີ ຈ.ສ ມາຈາກ ຈຸນລະສັກກະລາດ ເປັນຕົ້ນ. “ປີ” ໃຊ້ບອກເວລາ ເຊັ່ນ: ປີກ່ອນ, ປີກາຍ, ປີນີ້, ປີໜ້າ, ປີຕໍ່ໆໄປ, ຈັກປີ, ປີໃໝ່, ປີເກົ່າ, ປີທີ 1, ປີສຸດທ້າຍ, ປີຮຽນ, ປີການ, ປີເກີດ, ປີເສຍຊີວິດ, ຫົວປີ, ກາງປີ, ທ້າຍປີ ແລະ ອື່ນໆ.

ອີກຄວາມໝາຍນຶ່ງ “ປີ” ຍັງແມ່ນຊື່ຂອງປີກ້ວຍ ເອີ້ນໝາກປີ​ ຫຼື ຫົວປີ ຊຶ່ງສາມາດນໍາມາກິນໄດ້. ສ່ວນຄໍາວ່າ “ປີ່” ແມ່ນເຄື່ອງດົນຕີແນວນຶ່ງເປັນຫຼອດ ຫຼື ບັ້ງ ເຮັດຈາກໄມ້, ຢາງ, ໄມ້ ຫຼື ວັດສະດຸແນວ ອື່ນກໍໄດ້ ແຕ່ຕ້ອງມີລີ້ນທີ່ພາໃຫ້ເກີດສຽງ. ປີ່ແມ່ນເຄື່ອງດົນຕີທີ່ໃຊ້ສໍາລັບເປົ່າໃຫ້ເປັນເພງ ມີຫຼາຍຮູບແບບ ແລະ ສຽງແຕກຕ່າງກັນອອກໄປ ຂຶ້ນກັນຈຸພິເສດຂອງແຕ່ລະທ້ອງຖີ່ນ, ຢູ່ລາວນິຍົມກັນເຮັດປີຫຼາຍແບບ ຕົວຢ່າງ: ປີ່ແຕ້, ປີ່ແອ້, ປີ່ຫຼູ້, ປີ່ແກ້ວ ເປັນຕົ້ນ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າປີ”.

“ປີ” (1. ຄໍານາມ) ເວລາທີ່ໂລກປີ່ນອ້ອມດວງຕາເວັນຮອບນຶ່ງມີ 365 ວັນ, ລະຍະ 12 ເດືອນ ຕາມສຸລິຍະຄະຕິ. ສັງກາດ. (2. ຄໍານາມ) ດອກກ້ວຍ, ກາບທີ່ຫຸ້ມດອກກ້ວຍ, ຍອດທາດທີ່ມີຮູບຄືປີກ້ວຍຮຽກດວງປີ.

ຕົວຢ່າງ:

  • ປີນີ້ອາຍຸຂ້ອຍໄດ້ 40 ປີພໍດີ ຊຶ່ງໃນໄລຍະຜ່ານມານັ້ນ ຊີວິດໄດ້ພົບພໍ້ກັບປະສົບປະການຕ່າງໆ ມີທັງ ຄວາມສຸກ ແລະ ຄວາມທຸກປົນກັນໄປ.
  • ເອາະລ່າມໃສ່ໝາກປີ ແມ່ນແຊບຫຼາຍ ແລະ ເປັນທີ່ນິຍົມກັນໂດຍສະເພາະແມ່ນອາຫານຂຶ້ນຊື່ຂອງແຂວງ ຫຼວງພະບາງ.

ຄວາມໝາຍຄຳວ່າປີ່”.

“ປີ່” (1. ຄໍານາມ) ຫຼອດ ຫຼື ບັ້ງສໍາລັບເປົ່າໃຫ້ເປັນເພງ ມີຫຼາຍຢ່າງຄື: ປີ່ແຕ້, ປີ່ແອ້, ປີ່ຫຼູ້, ປີ່ແກ້ວ ເປັນຕົ້ນ.

ຕົວຢ່າງ:

  • ໃນງານແຂ່ງຂັນດົນຕີພື້ນບ້ານມີທັງການເສັງເປົ່າປີ່ ເປົ່າຂຸ່ຍ, ເປົ່າແຄນ ແລະ ຫຼີ້ນພີນ ເຮັດໃຫ້ງານຄືກ ຄື້ນ ແລະ ໜ້າສົນໃຈ.
  • ເວລາຂັບລື້ (ເຜົ່າໄຕລື້) ແມ່ນມີການເປົ່າປີ່ ແລະ ເອົາວີພັດເຂົ້າກັນເປັນຈັ່ງຫວະໄປນໍາ ເບີ່ງແລ້ວສວຍ ງາມດີ.

ສະຫຼຸບ.

ຄໍາວ່າ “ປີ” ແລະ “ປີ່” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມໝາຍແຕກຕ່າງກັນອອກເພາະປີແມ່ນໝາຍເຖິງເວລາ ຊຶ່ງເອົາການທີ່ໜ່ວຍໂລກໝູນອ້ອມດວງເວັນ 1 ຮອບເປັນ 1 ປີ ຊຶ່ງມີ 365 ວັນ ຫຼື 12 ເດືອນ. “ປີ” ຍັງໝາຍເຖິງດອກກ້ວຍ ເອີ້ນໝາກປີ ຫຼື ຫົວປີ ທີ່ເຮົາສາມາດນໍາມາກິນໄດ້. ສ່ວນຄໍາວ່າ “ປີ່” ແມ່ນເຄື່ອງດົນຕີທີ່ຄົນເຮົາສ້າງຂຶ້ນມາເພື່ອການບັນເທິງ ແລະ ມີຫຼາຍແບບຫຼາຍສຽງ ຂຶ້ນກັບແຕ່ລະທ້ອງຖີ່ນ ໃຊ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo