ມາຮູ້ຈັກຄໍາວ່າ “ຜັກ” ໃນພາສາລາວມີຄວາມໝາຍແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຜັກ” ມີຄວາມໝາຍແນວໃດ?

ຄໍາວ່າ “ຜັກ” ແມ່ນໝາຍເຖິງພຶດພັນທີ່ເປັນຂອງກິນຢ່າງນຶ່ງບໍ່ນັບຮວມໝາກໄມ້, ໝາກຖົ່ວ ແລະ ເຄື່ອງເທດ ແຕ່ເຫັດໃນທາງຊີວະວິທະຍາຈັດເປັນພວກເຫັດຮາ ແມ່ນນັບຮວມເປັນຜັກນຳ. ບໍ່ແມ່ນຊີ້ນ ບໍ່ແມ່ນປາ. ຫຼາຍຄົນປູກຜັກໄວ້ເຮືອນເພື່ອກິນພາຍໃນຄົວເຮືອນ ເອີ້ນວ່າເປັນ ຜັກສວນຄົວ ຫຼື ບາງເທື່ອກໍ່ເພື່ອເປັນໄມ້ປະດັບໃຊ້ພື້ນທີ່ໃນການປູກບໍ່ຫຼາຍ. ພືດຜັກສ່ວນຫຼາຍມີອາຍຸສັ້ນພຽງໜ້າດຽວ ແຕ່ຜັກບາງພວກ ອາຍຸຫຼາຍກວ່າ 1 ປີ ກໍມີ.

“ຜັກ” ຍັງໃຊ້ເປັນຄໍານໍາໜ້າພືດພັນຜັກ ເຊັ່ນ: ຜັກກາດຂາວ, ຜັກກາດຂຽວ, ຜັກກາດຊອມ, ຜັກກາດຫໍ່, ຜັກກາດນາ, ຜັກກາດຫໍ້, ຜັກກາດຍໍ່, ຜັກກາດຂິວ, ຜັກສະຫຼັດ, ຜັກບົ່ວໃຫຍ່, ຜັກກະລໍ່າປີ, ຜັກກະເສດ, ຜັກຂະແຍງ, ຜັກກະໂດນ, ຜັກກູດ, ຜັກຊີ, ຜັກຫອມປ້ອມ, ຜັກຫົມ, ຜັກອີ່ຮຸມ, ຜັກຫຍ້າຄວາຍ, ຜັກແປ້ງນົວ, ຜັກກະເດົາ, ຜັກຂະ ຫຼື ຜັກເນົ່າ, ຜັກນໍ້າ, ຜັກຊູ ຫຼື ຜັກສະເຫວີ ແລະ ອື່ນໆ.

SA Game
DooDiDo

ນອກຈາກນັ້ນ, “ຜັກ” ເຮົາຍັງນິຍົມກັນເອີ້ນຕາມສະພາບຂອງຜັກ ເຊັ່ນ: ຜັກສົດ ເປັນຜັກທີ່ເກັບອອກມາຈາກ ສວນ ຫຼື ບ່ອນປູກໃໝ່ໆ, ຜັກດອງ ແມ່ນຜັກທີ່ເອົາຜັກສົດມາໝັກດ້ວຍຮູບແບບຕ່າງໆ ອາດໃສ່ເກືອ ຫຼື ສ່ວນ ປະສົມຢ່າງອື່ນ, ຜັກປອດສານພິດ ແມ່ນຜັກທີ່ປູກດ້ວຍວິທີທໍາມະຊາດ ບໍ່ໃສ່ປູຍເຄມີ. ນອກນີ້, ຄໍາວ່າ ຜັກດັນ ທີ່ເຮົາຄຸ້ນຫູກັນນັ້ນແມ່ນພາສາປະເທດເພື່ອນບ້ານ ເພາະເຮົາໄດ້ຮັບອິດທິພົນຈາກການບໍລິໂພກສື່ນັ້ນເອງ ແລະ ເຮັດໃຫ້ຫຼາຍຄົນນໍາມານໍາໃຊ້ ຊຶ່ງເຂົາເຈົ້າ ອອກສຽງວ່າ ‘ຜລັກດັນ’. ‘ຜລັກ’ ໃນພາສາໄທ ກໍມີຄວາມໝາຍຄືກັນກັບ ‘ຊຸກ’ ຫຼື ‘ຍູ້’ ໃນພາສາລາວ. ເມື່ອເຮົາຢືມມາເວົ້າສຽງຄວບ ‘ລ’ ຫາຍໄປ ກາຍເປັນ ‘ຜັກ’. ‘ຜລັກດັນ’ ຈຶ່ງກາຍເປັນ ‘ຜັກດັນ’ ສໍາລັບພາ ສາລາວທີ່ຖືກຕ້ອງແມ່ນຊຸກຍູ້ ຫຼື ຊຸກດັນ ຫຼື ຍູ້ດັນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຜັກ

“ຜັກ” (1. ຄໍານາມ) ພຶດພັນທີ່ໃຊ້ເປັນອາຫານນອກຈາກຊີ້ນ, ປາ ແລະ ເຂົ້າ, ເປັນຄໍານໍາໜ້າພືດພັນທີ່ ໃຊ້ກິນກັບອາຫານມີຫຼາຍແນວ ດັ່ງ ຜັກກາດ, ຜັກຊີ, ຜັກບົ່ວ, ຜັກທຽມ ເປັນຕົ້ນ.

ຕົວ­ຢ່າງ:

  • ຜັກກາດຊອມເວລາເອົາມາແກງໃສ່ດູກໝູ ແມ່ນແຊບຫຼາຍ ແຕກຕ່າງກັບຜັກກາດຂິວ ຊຶ່ງສ່ວນໃຫຍ່ມັກນໍາໄປເຮັດສົ້ມຜັກ.
  • ຄົນລາວສ່ວນໃຫຍ່ມັກນິຍົມປູກຜັກກິນເອງ ໂດຍສະເພາະແມ່ນຜັກສວນຄົວອັນປະກອບມີ: ຜັກຫອມບົ່ວ, ຜັກແພວ, ຜັກຫອມລາບ, ຜັກຫອມປ້ອມ. ສ່ວນຜູ້ທີ່ມີເງື່ອນໄຂກະປູກຜັກກາດ, ຜັກບົ້ງ, ຜັກສະລັດ, ຜັກຫົມ ແລະ ຜັກອື່ນໆ ບໍລິໂພກເອງ ເພາະປູກເອງແມ່ນເປັນຜັກປອດສານພິດ.
  • ການກິນອາຫານ 5 ໝູ່ ແມ່ນເຮັດໃຫ້ແຂງແຮງດີ ຊຶ່ງອາຫານດັ່ງກ່າວແມ່ນມີ ຜັກ-ໝາກໄມ້, ຊີ້ນ, ປາ, ໄຂ່, ທັນຍະຫານ.

ສະຫຼຸບ.

ຄໍາວ່າ “ຜັກ” ແມ່ນຊື່ພຶດພັນທີ່ຄົນເຮົານໍາມາເປັນອາຫານນອກຈາກໝາກໄມ້, ທັນຍາຫານ, ເຂົ້າ, ແກ່ນ ພືດຕ່າງໆ, ລວມທັງຊີ້ນປາອາຫານ. ໃນໂລກນີ້ ມີຫຼາກຫຼາຍແນວ, ສາຍພັນ ແຕກຕ່າງກັນໄປຂຶ້ນກັບຈຸດ ພິເສດພູມມີສາດ ແລະ ອາກາດຂອງແຕ່ລະເຂດໃນໂລກ ເຊັ່ນ: ຜັກເຂດຮ້ອນ, ເຂດຮ້ອນຊຸ່ມ, ເຂດປ່າຝົນ, ເຂດໜາວ ເປັນຕົ້ນ. “ນອກຈາກນັ້ນ, “ຜັກ” ຍັງເປັນຄໍານໍາໜ້າພືດພັນທີ່ໃຊ້ກິນກັບອາຫານມີຫຼາຍແນວ ດັ່ງ ຜັກກາດ, ຜັກຊີ, ຜັກບົ່ວ, ຜັກທຽມ, ຜັກບົ້ງ, ຜັກກະເດົາ, ຜັກຫອມລາບ, ຜັກສະເມັກ, ຜັກກະໂດນ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo