ຄໍາວ່າ “ແຂ້ວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຂ້ວ” ມີຄວາມໝາຍແນວໃດ?

​ຫາກ​ຈະ​ເວົ້າ​ເຖິງ ຄຳ​ວ່າ ແຂ້ວ​ ແລ້ວ​ເປັນອະ​ໄວ​ຍະ​ວະ​ຂອງ​ຄົນ​ເຮົາ​ທີ່​ສາ​ມາດ​ບົດ​ໃຫ້​ອາ​ຫານ​ທີ່​ເອົາ​ເຂົ້າ​ປາກ​ເພື່ອ​ໃຫ້​ມັນ​ແຫລກ​ແຫລວ, ແລະ ເປັນ​ສ່ວ​ນ​ໜຶ່ງ​ຂອງ​ໃບ​ໜ້າ​ໃນ​ການ​ເສີມ​ບຸກ​ຄະ​ລິກ​ໃຫ້​ເບິ່ງ​ສວຍ​ງາມ ແລະ ຄົບ​ອົງ​ປະ​ກອບ, ແຂ້ວ​ເປັນ​ສິ່ງ​ທີ່​ມີ​ປະ​ໂຫຍດ​ຫລາຍ​ໃນ​ການ​ດຳ​ລົງ​ຊິ​ວິດ ເຊິ່ງວ່າ​ຫລາຍໆ​ຄົນ​ທີ່​ບໍ່​ມີ​ແຂ້ວ ຫລື ແຂ້ວ​ຫລົ່ນ ແຂ້ວ​ແມງ​ກໍ​ຈະ​ໄປ​ໃສ່​ແຂ້ວ​ໃໝ່​ເພື່ອ​ມາ​ໃຊ້​ໃນ​ການ​ຍ້ຳ​ຕ່າງໆ.

ສະ​ນັ້ນ​ໃນ​ບົດ​ນີ້​ເຈົາ​ຈະ​ເວົ້າ​ກ່ຽວ​ກັບ​ຄຳ​ວ່າ ແຂ້ວ, ເຊິງ​ມີ​​ໝາຍເຖິງກະດູກເປັນເຫຼັ້ມໆ ຢູ່ໃນປາກຂອງຄົນ ແລະ ສັດ ສໍາລັບຫຍໍ້າອາຫານ; ເຄື່ອງໃຊ້ອື່ນທີ່ເປັນເຫຼັ້ມ ຫຼືເປັນຊີກຄ້າຍຄືແຂ້ວ ໃນປາກກໍ່ເອີ້ນວ່າແຂ້ວ ດັ່ງເຊັ່ນ ແຂ້ວຟືມ, ແຂ້ວເລື່ອຍ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດ, ໂດຍອີງຕາມຂໍ້ມູນຂອງວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

SA Game
DooDiDo

ຄຳວ່າ ແຂ້ວ.

ແຂ້ວ ເປັນຄໍານາມ ໝາຍເຖິງ ກະດູກເປັນເຫຼັ້ມໆ ຢູ່ໃນປາກຂອງຄົນ ແລະ ສັດ ສໍາລັບຫຍໍ້າອາຫານ; ເຄື່ອງໃຊ້ອື່ນທີ່ເປັນເຫຼັ້ມ ຫຼືເປັນຊີກຄ້າຍຄືແຂ້ວ ໃນປາກກໍ່ເອີ້ນວ່າແຂ້ວ ດັ່ງເຊັ່ນ ແຂ້ວຟືມ, ແຂ້ວເລື່ອຍ ເປັນຕົ້ນ.

ສໍາລັບແຂ້ວຄົນ ແຂ້ວກົກຂ້າງເທິງ ແລະ ຂ້າງລຸ່ມ ຂ້າງລະສາມເຫຼັ້ມເອີ້ນວ່າ ແຂ້ວໂຄກ. ແຂ້ວໜ້າທັງຂ້າງລຸ່ມ ແລະ ຂ້າງເທິງ ຂ້າງລະສີ່ເຫຼັ້ມເອີ້ນວ່າແຂ້ວຫຍິ້ງ. ແຂ້ວແຫຼມທັງສອງຂ້າງລຸ່ມ ແລະ ເທິງ ຂ້າງລະສອງ ເອີ້ນວ່າແຂ້ວໝາກແງ. ແຂ້ວທີ່ປົ່ງຂຶ້ນໃນເວລາກິນນົມເອີ້ນວ່າແຂ້ວນໍ້ານົມ, ແຂ້ວທີ່ປົງຂຶ້ນໃນເວລາອາຍຸຄົບຊາວປີ ເອີ້ນວ່າ ແຂ້ວຊາວ. ແຂ້ວຜຸ, ແຂ້ວມີແມງກິນຕັ້ງແຕ່ປາຍລົງຫາກົກ ເອີ້ນວ່າ ແຂ້ວແມງ.

ຕົວ​ຢ່າງ:

ຄົນ​ເຮົາ​ເກີດ​ມາ​ຕ້ອງ​ມີ​ແຂ້ວ​ຄົບ 32 ເຫລັ້ມ.

ແມ່​ຕູ້​ຂ​້ອຍ​ບໍ່​ມີ​ແຂ້ວ​ຫຍ້ຳ​ເຂົ້າ​ແລ້ວລາວ​ໃສ່​ແຂ້ວ​ທຽມ.

ສະຫຼຸບ.

ຄໍາວ່າ ແຂ້ວ ແມ່ນກະດູກເປັນເຫຼັ້ມໆ ຢູ່ໃນປາກຂອງຄົນ ແລະ ສັດ ສໍາລັບຫຍໍ້າອາຫານ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo