ຄໍາວ່າ “ດັງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວໃຫ້​ລະ​ອຽດ​ຕື່ມ

SA Game

DooDiDo

ອະທິບາຍລະ​ອຽດ ຄໍາວ່າ “ດັງ” ມີຄວາມໝາຍແນວໃດ?

ອ​ະ​ໄວ​ຍະ​ວະ​ຂອງ​ມະ​ນຸດ​ເຮົາ ຫລື ສັດ​ສາ​ວາ​ສິງ​ຕ່າງໆ​ທີ່​ໃຊ້​ໃນ​ການ​ຫາຍ​ໃຈ​ເພື່ອ​ໃຫ້​ມີ​ຊິ​ວິດ​ຢູ່​ຫລອດ​ໄດ້​ນັ້ນ​ໃນ​ພາ​ສາ​ລາວ​ກໍ​ຄື ຄຳ​ວ່າ ດັງ, ແຕ່​ຄວາມ​ໝາຍ​ຂອງ​ດັງ​ຍັງ​ສາ​ມາດ​ໝາຍ​ເຖິງ​ຄວາມ​ໝາຍ​ອື່ນ​ໄດ້​ອີກໃນ​ການ​ໃຊ້​ເປັນ​ຄຳ​ກຳ​ມະ​ເຊັ່ນ​ວ່າ: ການ​ທີ່​ມີ​ສຽງ​ຕ່າງໆ​ເກີດ​ຂື້ນ ເອີ້ນ​ວ່າ ສຽງ​ດັງ, ນອກ​ຈາກ​ນີ້​ແລ້ວ ບາງ​ຄັ້ງ​ກໍ​ຍັງ​ໃຊ້ເປັນ​ການບອກນຳ​ອີກ ເຊັ່ນ​ວ່າ: ດັງ​ດັງ ມີ​ຄວາມ​ໝາຍ​ວ່າ ດັງ​ຂື້ນ​ອີກ​ ຫລື ເພີ່ມ​ສຽງ​ຂື້ນ​ອີກ​ນັ້ນ​ເອງ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດ, ໂດຍອີງຕາມຂໍ້ມູນຂອງວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:

SA Game
DooDiDo

ຄຳວ່າ ດັງ.

ດັງ ໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມ ມີຄວາມໝາຍທີ່ແຕກຕ່າງກັນອອກໄປເຊັ່ນ:

ດັງ (ຄໍານາມ) ໝາຍເຖິງ ອະໄວຍະວະຂອງຄົນ ແລະ ສັດ ບ່ອນສໍາລັບຫາຍໃຈ ເອີ້ນວ່າ ດັງ.

ດັງແປ ເອີ້ນ ດັງແໝບ; ດັງບານ ຫຼື ຮູດັງກວ້າງ ເອີ້ນ ດັງປື່ງ; ດັງໂດ່ງ ຫຼື ດັງໃຫຍ່ ເອີ້ນດັງໂມ; ດັງແວ່ງຫຼາຍເອີ້ນ ດັງວືກ; ດັງແວ່ງປານກາງ ເອີ້ນ ດັງວາກ…

ດັງ (ຄໍາກໍາມະ1) ໝາຍເຖິງ ບັງເກີດສຽງຂຶ້ນ, ກົງກັນຂ້າມກັບມິດ.

ຕົວຢ່າງ:

ສຽງຟ້າຮ້ອງດັງສະນັ່ນຫວັ່ນໄຫວ.

ເຮົາມັກໄດ້ຍິນສຽງກະໂພກດັງກຶກກ້ອງທົ່ວເມືອງຍາມປີໃໝ່ຈີນ ຫຼື ກຸດຈີນ.

ດັງ (ຄໍາກໍາມ2) ໝາຍເຖິງ ຕິດ, ກໍ່, ຈູດ.

ຕົວຢ່າງ:

ນ້ອງຂອງຂ້ອຍດັງໄຟນຶ້ງເຂົ້າທຸກເຊົ້າແລງ.

ສະຫຼຸບ.

ຄໍາວ່າ ດັງ ໃນຮູບແບບຂອງຄໍານາມໝາຍເຖິງອະໄວຍະວະໜຶ່ງຂອງຄົນ ແລະ ສັດ ໃຊ້ສໍາລັບຫາຍໃຈ ແລະ ດົມກິ່ນ, ດັງ ໃນຮູບແບຂອງຄໍາຄຸນນາມໝາຍເຖິງການບັງເກີດສຽງຂຶ້ນ, ກົງກັນຂ້າມກັບມິດ ເອີ້ນວ່າ ດັງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo