ຄໍາວ່າ “ຂ້ຽວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຂ້ຽວ” ມີຄວາມໝາຍແນວໃດ?

ຄວາມ​ຮູ້​ ຄວາມ​ສາ​ມາດ ແລະ ປະ​ສົບ​ການ​ ທີ່​ສາ​ມາດ​ເອົາ​ມາ​ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທີ​ພາບ ມີ​ຜົນ​ສຳ​ເລັດ​ເປັນ​ທີ່​ພໍ​ໃຈ ຄື​ສິ່ງ​ທີ່​ໄດ້​ມາ​ດ້ວຍ​ຄວາມ​ອົດ​ທົນ​ພາກ​ພຽນ ແລະ ການ​ທີ່​ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໃຫ້​ສຳ​ເລັດ​ກໍ​ຕ້ອງ​ປະ​ກອບ​ມີ​ນຳ​ກັນ​ຫລາຍ​ຢ່າງ, ການ​ທີ່​ເຮັດ​ວຽກ​ນັ້ນ ຫລື ສິ່ງ​ຕ່າງໆ​ນັ້ນ​ສຳ​ເລັດ​ໄດ້ ກໍ​ໄດ້​ມາ​ຈາກ​ຄວາມ​ພາກ​ພຽນ​ພະ​ຍາ​ຍາມ ແລະ ຄວາມ​ຄ້ຽວ​ຂອງ​ຜູ້​ທີ່​ຕັດ​ສິນ​ໃຈ ແລະ ລົງ​ມື​ກະ​ທຳ​, ເຊິ່ງ​ເປັນ​ຄວາມ​ໝາຍ​ຂອງ ຄຳ​ວ່າ ຂ້ຽວ.

ນອ​ກ​ຈາກ​ຄວາມ​ໝາຍ​ທີ່​ກ່າວ​ມາ​ແລ້ວ, ຂ້ຽວ​ຍັງ​ມີ​ຄວາມ​ໝາຍ​ຕ່າງ​ໄປ​ອີກ ເຊ​ິ່ງ​ເວ​ລາ​ການ​ນຳ​ໃຊ້​ກໍ​ຕ້ອງ​ໄດ້​ເບິ່ງ​ເຫດ​ການ​ທີ່​ເກີດ​ຂື​້ນ​ເວ​ລາ​ນັ້ນໆ ເວົ້າ​ເຖິງ​ຫຍັງ ເຮົາ​ຈິ່ງ​ສາ​ມາດ​ຮູ້​ຄວາມ​ໝາຍ​ທີ່​ແທ້​ຈິງ​ໄດ້ ຄຳ​ວ່າ ຂ້ຽວ ຍັງ​ມີ​ຄວາມ​ໝາຍ​ວ່າ ການ​ເຮັດ​ໃຫ້​ນ້ຳ​ຍາ ຫລື ນ້ຳ​ອື່ນໆ ໃຫ້​ແຫ້ງ​ລົງ​ຈົນ​ເຫລືອ​ເປັນ​ຕອນ, ການ​ຕົ້ມ​ນ້ຳ​ກະ​ທິ​ເພື່ອ​ໃຫ້​ເປັນ​ນ້ຳ​ມັນ​ຕ່າງໆ, ນອກ​ຈາກ​ນັ້ນ, ຄຳ​ວ່າ ຂ້ຽວ ຍັງ​ໝາຍ​ເຖິງ​ການ​ເລັ່ງ​ເລົ້າ​ໃຫ້​ຮີບ​ເຮັດ ຮີບ​ລ​ົງ​ມື ເພື່ອ​ໃຫ້​ວຽກ​ງານ​ສຳ​ເລັດ​ກ່ອນ ຫລື ຕາມ​ເວ​ລາ​ທີ່​ກຳ​ນົດ​ໄວ້.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ ຂ້ຽວ.

ຂ້ຽວ ເປັນຄໍາກໍາມະ ສາມາດໃຊ້ໃນຫຼາຍຮູບແບບປະໂຫຍກໂດຍມີຄວາມໝາຍແຕກຕ່າງກັນໄປໃນແຕ່ລະປະໂຫຍກເຊັ່ນ:

ຂ້ຽວ (ຄໍາກໍາມະ1) ມີຄວາມໝາຍວ່າ ຕົ້ມໃຫ້ແຂ້ນ.

ຕົວຢ່າງ:

ຕົ້ມນໍ້າກະທິໝາກພ້າວໃຫ້ເປັນນໍ້າມັນ ເອີ້ນວ່າ ຂ້ຽວນໍ້າມັນ, ຕົ້ມຢາໃຫ້ແຂ້ນ ເອີ້ນວ່າ ຂ້ຽວຢາ.

ຂ້ຽວ (ຄໍາກໍາມະ2) ມີຄວາມໝາຍວ່າ ບັງຄັບໃຫ້ເຮັດ, ຂູ່ເຂັນໃຫ້ເຮັດ ເອີ້ນວ່າ ຂ້ຽວຂອດ.

ຕົວຢ່າງ:

ພວກເຈົ້າໜີ້ຂ້ຽວຂອດໃຫ້ລູກໜີ້ຈ່າຍດອກເບ້ຍໃຫ້ທັນເວລາ ຖ້າບໍ່ດັ່ງນັ້ນພວກເຂົາຈະຍຶດເອົາຊັບສິນຂອງລູກໜີ້ທັງໝົດ.

ຂ້ຽວ (ຄໍາກໍາມະ3) ມີຄວາມໝາຍວ່າ ເລັ່ງລັດ, ບີບຄັ້ນ ເອີ້ນວ່າ ຂ້ຽວເຂັນ.

ຕົວຢ່າງ:

ນາຍຈ້າງຂ້ຽວເຂັນໃຫ້ລູກຈ້າງເຮັດວຽກໜັກເພື່ອໃຫ້ວຽກສໍາເລັດຢ່າງທັນການ.

ສະຫຼຸບ.

ຄໍາວ່າ ຂ້ຽວແມ່ນການຕົ້ມວັດຖຸແຫຼວໃຫ້ແຂ້ນ, ຄຳ​ວ່າ ຂ້ຽວ ຍັງ​ມີ​ຄວາມ​ໝາຍ​ວ່າ ການ​ເຮັດ​ໃຫ້​ນ້ຳ​ຍາ ຫລື ນ້ຳ​ອື່ນໆ ໃຫ້​ແຫ້ງ​ລົງ​ຈົນ​ເຫລືອ​ເປັນ​ຕອນ, ການ​ຕົ້ມ​ນ້ຳ​ກະ​ທິ​ເພື່ອ​ໃຫ້​ເປັນ​ນ້ຳ​ມັນ​ຕ່າງໆ, ນອກ​ຈາກ​ນັ້ນ, ຄຳ​ວ່າ ຂ້ຽວ ຍັງ​ໝາຍ​ເຖິງ​ການ​ເລັ່ງ​ເລົ້າ​ໃຫ້​ຮີບ​ເຮັດ ຮີບ​ລ​ົງ​ມື ເພື່ອ​ໃຫ້​ວຽກ​ງານ​ສຳ​ເລັດ​ກ່ອນ ຫລື ຕາມ​ເວ​ລາ​ທີ່​ກຳ​ນົດ​ໄວ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo