ຄໍາວ່າ “ເມືອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເມືອງ” ມີຄວາມໝາຍແນວໃດ?

ຄໍາວ່າ “ເມືອງ” ໝາຍເຖິງໂລກ ຫຼື ບ່ອນຢູ່ອາໃສຂອງມະນຸດ ເອີ້ນ ເມືອງຄົນ ຫຼື ເມືອງມະນຸດ. ເມືອງໃຊ້ເອີ້ນຢ່າງອື່ນຕາມຄວາມເຊື່ອທາງໂລກວິນຍານຂອງຄົນຫຼັງຄວາມຕຕຕາຍ ເປັນຕົ້ນບ່ອນຢູ່ຂອງເທວະດາ ຊຶ່ງເປັນບ່ອນທີ່ສະນຸກສຸກສະບາຍ ເອີ້ນ ເມືອງສະຫວັນ ຫຼື ສະຫວັນ ນັ້ນເອງ. ສ່ວນການເອີ້ນທາງວິນ ຍານຄົນທີ່ຕາຍໄປແລ້ວ ເອີ້ນ ເມືອງຜີ ແລະ ບ່ອນທີ່ທູດທາງວິນຍານເອົາວິນຍານຊົ່ວຮ້າຍໄປລົງໂທດ ເອີ້ນ ເມືອງນາລົກ ຫຼື ນາລົກ.

“ເມືອງ” ໃນເມື່ອກ່ອນຄາວບູຮານຍັງເປັນທີ່ນິຍົມກັນເອີ້ນເຖິງປະເທດ ເຂດແຄ້ວນ ຂອງຊົນຊາດໃດນຶ່ງ ທີມີການປົກຄອງເປັນຂອງຕົນເອງ ຊຶ່ງອາດຈະປົກຄອງໂດຍເຈົ້າຊີວິດແຫ່ງຊົນຊາດນັ້ນໆ ເຊັ່ນ: ເມືອງ ລາວ, ເມືອງລື້, ເມືອງຈີນ, ເມືອງຫວຽດ, ເມືອງສະຫຍາມ, ເມືອງຄົນແຂກ ເປັນຕົ້ນ. “ເມືອງ” ຍັງໝາຍ ເຖິງເຂດແດນທີ່ມີການປົກຄອງ ໂດຍເຈົ້າເມືອງ ຊຶ່ງມີຄົນອາໃສຢູ່ຫຼາຍບ້ານໂຮມເຂົ້າກັນ ແຕ່ຖ້າເປັນຫຼາຍ ເມືອງໂຮມເຂົ້າກັນ ເອີ້ນ ແຂວງ. ຊຶ່ງປະຈຸບັນນິຍົມໃຊ້ຮູບແບບ ການປົກຄອງດັ່ງກ່າວຢ່າງກ້ວາງຂວາງ ດັ່ງ ຢູ່ນະຄອນຫຼວງວຽງຈັນມີ 9 ເມືອງ ເຊັ່ນ: ເມືອງຈັນທະບູລີ, ເມືອງໄຊເສດຖາ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ, ເມືອງນາຊາຍທອງ, ເມືອງໄຊທານີ, ເມືອງສັງທອງ, ເມືອງປາກງື່ມ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເມືອງ”.

“ເມືອງ” (1. ຄໍານາມ) ໂລກ ດັ່ງ ເມືອງຄົນ, ເມືອງຟ້າ, ປະເທດ ດັ່ງ ເມືອງລາວ, ເຂດບ່ອນຢູ່ຄົນຫຼາຍໆ ຫຼັງເຮືອນ ແລະ ມີບ່ອນເຮັດການເຈົ້າເມືອງຕັ້ງຢູ່.

ຕົວຢ່າງ:

  • ໃນຄວາມເຊື່ອຂອງຄົນພາຍຫຼັງຕາຍໄປແລ້ວຜູ້ສ້າງຄວາມດີໄດ້ໄປຢູ່ເມືອງສະຫວັນ. ສ່ວນຄົນກະທໍາຊົ່ວ ຫຼື ບໍ່ດີ ແມ່ນຕົກເມືອງນາລົກ.
  • ເມືອງລາວໃນເມື່ອກ່ອນຮູ້ຈັກໃນນາມອະນາຈັກລ້ານຊ້າງ ຊຶ່ງມີສູນກາງຢູ່ເມືອງຊຽງດົງຊຽງທອງ ຫຼື ຫຼວງພະບາງປະຈຸບັນ ກ່ອນຍ້າຍລົງມາຢູ່ວຽງຈັນ.
  • ນະຄອນຫຼວງວຽງຈັນມີ 4 ເມືອງໃນ ແລະ 5 ເມືອງນອກ ຊຶ່ງແຕ່ລະເມືອງຈະມີເຈົ້າເມືອງປົກຄອງ.

ສະຫຼຸບ.

ຄໍາວ່າ “ເມືອງ” ແມ່ນການເອີ້ນໂລກຂອງຄົນ, ເທວະດາຟ້າແຖນ, ຍົມມະບານຍົມມະທູດ, ຜີ ເຊັ່ນ: ເມືອງຄົນ ຫຼື ເມືອງມະນຸດ, ເມືອງສະຫວັນ ຫຼື ສະຫວັນ, ເມືອງຜີ, ເມືອງນາລົກ ຫຼື ນາລົກ. “ເມືອງ” ຍັງໃຊ້ເອີ້ນ ປະເທດເຂດແຄ້ວນຂອງຊົນຊາດໃດນຶ່ງ. “ເມືອງ” ແມ່ນຫຼາຍໆບ້ານໂຮມເຂົ້າກັນ ແຕ່ນ້ອຍກວ່າແຂວງ ແລະ ມີເຈົ້າເມືອງປົກຄອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo