ຄໍາວ່າ “ສ່ອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສ່ອງ” ມີຄວາມໝາຍແນວໃດ?

ການ​ທີ່​ຈະ​ເບິ່ງ​ສິ່ງ​ໃດ​ໜຶ່ງ​ທີ່​ຢູ່​ຫ່າງ​ໄກ ຫຼື ມີ​ສິ່ງ​ກີດ​ຂວາງ​ເຮັດ​ໃຫ້​ຢາກ​ໃນ​ການ​ເບິ່ງ​ເຫັນ​ຕ້ອງ​ໄດ້​ໃຊ້​ກ້ອງ​ສ່ອງ ຫຼື ຊອກ​ຫາ​ບ່ອນ​ທີ່​ສາ​ມາດ​ເບິ່ງ​ເຫັນ​ໄດ້, ເຊິ່ງ​ອາດ​ຈະ​ເປັນ​ຝາ​ທີ່​ມີ​ປ່ອງ ຫຼື ຮູ ເລັກໆ​ນ້ອຍໆ​ທີ່​ສາຍ​ຕາ​ເຮົາ​ສາ​ມາດ​ເບິ່ງ​ລອດ​ໄປ​ເຫັນ​ໄດ້​ນັ້ນ​ກໍ​ຄື​ຄຳ​ວ່າ ສ່ອງ.

ຄໍາວ່າ “ສ່ອງ” ໝາຍເຖິງໝາຍເຖິງການເບິ່ງຕາມປ່ອງ, ເບິ່ງຕາມບ່ອນທີ່ເປັນຮູ, ຫຼື ຢາກເວົ້າໃຫ້ລະອຽດກໍ່ໝາຍເຖິງ ການທີ່ເຮົາສຸມສາຍຕາຜ່ານປ່ອງ, ຜ່ານຮູເພື່ອເບິ່ງສິ່ງໃກສິ່ງໜື່ງເຊັ່ນ: ການສ່ອງກ້ອງເບິ່ງດາວ, ສ່ອງ​ກ້ອງ​ເບິ່ງ​ເຊື້ອ​ແບັດ​ທີ​ເລຍ ຫຼື ຈຸ​ລິນ​ຊີ​ຕ່າງໆ, ສ່ອງ​ຕາມ​ບ່ອນ​ທີ່​ມີ​ປ່ອງ​ມີ​ຮູ​ເພື່ອ​ເບິ່ງ​ເຫັນ​ສິ່ງ​ໃດ​ສິ່ງ​ໜຶ່ງ.

ສ່ອງ ອີກ​ຄວາມ​ໝາຍ​ໜຶ່ງ​ທີ່​ສາ​ມາດ​ໃຊ້​ໄດ້​ກໍ​ຄື ຄວາມ​ແຈ້ງ​ສະ​ຫວ່າງ​ທີ່​ສາ​ມາດ​ລອດ​ໄປ​ອີກ​ຈຸດ​ໜຶ່ງ​ໄດ້​ເປັນ​ຕົ້ນ​ແມ່ນ​ການ​ສ່ອງ​ໄຟ​ສາຍ​ໄປ​ໃສ່​ບ່ອນ​ທີ່​ມີ​ຄວາມ​ມືດ​ເບິ່ງ​ເຫັນ​ໄດ້​ຢາກ​ເຊັ່ນ ແສງ​ຕາ​ວັນ​ສ່ອງ​ລົງ​ມາ​ສູ່​ພື້ນ​ດິນ ແລະ ອື່ນໆ

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ ສ່ອງ

     ຄຳວ່າ ສ່ອງໄດ້ແບ່ງອອກເປັນ 2 ປະເພດຄຳຄື :

  • ສ່ອງເປັນຄຳກິລິຍາ: ໝາຍເຖິງການເບິ່ງຕາມປ່ອງ, ເບິ່ງຕາມບ່ອນທີ່ເປັນຮູ, ຫຼື ຢາກເວົ້າໃຫ້ລະອຽດກໍ່ໝາຍເຖິງ ການທີ່ເຮົາສຸມສາຍຕາຜ່ານປ່ອງ, ຜ່ານຮູເພື່ອເບິ່ງສິ່ງໃກສິ່ງໜື່ງເຊັ່ນ:

ຕົວຢ່າງ:

  1. ຜູ່​ຄົນ​ກ່ຳ​ລັງສ່ອງກ້ອງເບິ່ງດາວ
  2. ທ່ານໝໍໄດ້ສ່ອງກ້ອງຈຸລະທັດເບິ່ງເຊື້ອຈຸລິນຊີ
  • ສ່ອງເປັນຄຳວິເສດ: ໝາຍເຖິງ ຄວາມແຈ້ງ, ໃສ, ສະຫວ່າງ ເຊັ່ນ

ຕົວຢ່າງ:

  1. ດວງຕາເວັນໄດ້ສ່ອງແສງລົງມາສູ່ພື້ນດິນ
  2. ສົມຈັນມີຄວາມເຊື້ອໝັ້ນຕໍ່ການນຳພາອັນສະຫຼາດສ່ອງໃສຂອງພັກ.

ສະຫຼຸບ.

ຄຳວ່າສ່ອງສາມາດເປັນໄດ້ 2 ປະເພດຄຳຄື: ຄຳກິລິຍາ ແລະ ຄຳວິເສດ, ໝາຍເຖິງການເບິ່ງຕາມປ່ອງ, ເບິ່ງຕາມບ່ອນທີ່ເປັນຮູ, ອີກ​ຄວາມ​ໝາຍ​ໜຶ່ງ​ທີ່​ສາ​ມາດ​ໃຊ້​ໄດ້​ກໍ​ຄື ຄວາມ​ແຈ້ງ​ສະ​ຫວ່າງ​ທີ່​ສາ​ມາດ​ລອດ​ໄປ​ອີກ​ຈຸດ​ໜຶ່ງ​ໄດ້​ເປັນ​ຕົ້ນ​ແມ່ນ​ການ​ສ່ອງ​ໄຟ​ສາຍ​ໄປ​ໃສ່​ບ່ອນ​ທີ່​ມີ​ຄວາມ​ມືດ​ເບິ່ງ​ເຫັນ​ໄດ້​ຢາກ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo