ຄໍາວ່າ “ແຂກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຂກ” ​ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ແຂກ” ມີຄວາມໝາຍຄືກັນກັບຮ້ອງແຕ່ເປັນການຮ້ອງແຮງໆ, ແມ່ນການເວົ້າທັ່ງອອກມາ ຫຼື ເອີ້ນໃສ່ດ້ວຍ ສຽງແຮງ. ຊຶ່ງແຂກມີສອງລັກສະນະ ອັນທີນຶ່ງແມ່ນການເອີ້ນຫາບຸກຄົນໃດນຶ່ງທີ່ຢູ່ຫ່າງອອກໄປ ເພື່ອໃຫ້ໄດ້ຍີນ ສຽງ. ອັນທີສອງແມ່ນການເວົ້າທັ່ງໃສ່ຜູ່ອື່ນຈົນເຮັດ ໃຫ້ຕົກໃຈ ອາດຈະເກີດຈາກອາລົມໂກດ, ຮ້າຍ, ບໍ່ພໍໃຈ ຫຼື ການແກ້ງກັນເປັນຕົ້ນ. ນອກຈາກນີ້, “ແຂກ” ຍັງແມ່ນຄົນຈໍານວນນຶ່ງທີ່ຢັ່ງຢາຍກັນອາໃສຢູ່ຫຼາຍປເທດ ເປັນຕົ້ນ: ປະເທດອິນເດຍ, ມາລາເຊຍ, ອິນໂດເນເຊຍ, ສີລັງກາ, ບັງກາລາເທດ, ສ່ວນນຶ່ງຢູ່ທະວິບອາຟາຣິກາ ແລະ ອື່ນໆ.

“ແຂກ” ຍັງແມ່ນຄົນຜູ້ມາຢາມ, ຄົນຕ່າງບ້ານມາຫາ ດັ່ງຄໍາວ່າ “ແຂກໄປ ໄທມາ”, “ແຂກບ້ານແຂກ ເມືອງ”, “ຕ້ອນຮັບແຂກຄົນ”, “ແຂກຕ່າງດ້າວທ້າວຕ່າງແດນ” ເປັນຕົ້ນ. ແຂກເວລາໄປບວກກັບຄໍາອື່ນຍັງໃຫ້ ຄວາມໝາຍຕ່າງອອກໄປ ດັ່ງ ແຂກມອນແມ່ນຊື່ເພັງດົນຕີຢ່າງນຶ່ງ, ແຂກເມືອງແມ່ນ ຄົນຕ່າງປະເທດທີ່ມາຕິດ ຕໍ່ທາງລັດສະການ, ນົກແຂກເຕົ້າ ແມ່ນນົກແນວນຶ່ງຂົນສີຂຽວສົບແດງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແຂກ”.

“ແຂກ” (1. ຄໍາກິລິຍາ). ຮ້ອງ, ການເປັ່ງສຽງອອກມາແຮງໆ, ເອີ້ນດ້ວຍສຽງແຮງ, ເວົ້າທັ່ງໃສ່. (2. ຄໍານາມ) ຊື່ຄົນຈໍາພວກນຶ່ງມີຫຼາຍຊາດສ່ວນຫຼາຍມີຢູ່ປະເທດອິນເດຍ, ມາລາຢູ ແລະ ໃນທະວິບອາ ຟາຣິກາ. ຄົນຜູ້ມາຫາ, ຄົນຕ່າງໜ້າ ຫຼື ຕ່າງບ້ານມາຫາ. ແຂກມອນແມ່ນຊື່ເພັງດົນຕີຢ່າງນຶ່ງ, ແຂກເມືອງແມ່ນ ຄົນຕ່າງປະເທດທີ່ມາຕິດ ຕໍ່ທາງລັດສະການ, ຣາຊທູດ. ນົກແນວນຶ່ງຂົນສີຂຽວສົບແດງ (ແຂກເຕົ້າກໍເອີ້ນ).

ຕົວຢ່າງ:

  • ມື້ວານນີ້ໄປເບີ່ງຄອນເສີດສຽງເພັງແຮງຫຼາຍເວລາລົມກັນຕ້ອງໄດ້ແຂກໃສ່ກັນຈຶ່ງໄດ້ຍີນ ເຮັດໃຫ້ມື້ນີ້ມີ ອາການເຈັບຄໍ.
  • ຫົວໜ້າບອກວຽກລູກນ້ອງຫຼາຍເທື່ອແຕ່ຍັງເຮັດເມີນເສີຍ ຍ້ອນຢາກຮ້າຍລາວແຂກໃສ່ຢ່າງແຮງເຮັດ ໃຫ້ໃຜກໍຕົກໃຈ ແລະ ເຮັດວຽກຢ່າງໄວ.

ສະຫຼຸບ:

ຄໍາວ່າ “ແຂກ ແມ່ນໝາຍເຖິງການເປັ່ງສຽງອອກມາແຮງໆ, ເວົ້າ ແຮງໆ ຫຼື ເອີ້ນ ດ້ວຍສຽງແຮງໆ, ເວົ້າທັ່ງໃສ່ກັນ. ນອກຈາກນັ້ນ, “ແຂກ” ຍັງໝາຍເຖິງຊື່ຄົນຈໍາພວກນຶ່ງ ມີຢູ່ປະເທດອິນເດຍ, ມາລາເຊຍ ແລະ ປະເທດອື່ນໆ. “ແຂກ” ຍັງແມ່ນແຂກຄົນຜູ້ມາຫາ ມາຢາມ ຫຼື ມາວຽກ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo