ຄໍາວ່າ “ເອື້ອຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເອື້ອຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ເອື້ອຍ” ໝາຍເຖິງພີ່ຍິງ (ສໍານຽງຂອງຄົນເຜົ່າລື້, ໄຕດໍາ, ໄຕແດງ, ໄຕດ່ອນ ຫຼື ໄຕຂາວ ແລະ ຍວນ ເຂດລ້ານນາເອີ້ນ “ປີຍິງ” ຫຼື ອີ່ ກໍວ່າ) ຊຶ່ງແມ່ນຜູ້ຍິງທີ່ເກີດກ່ອນຕົນເອງ (ເກີດກ່ອນນ້ອງຊາຍ ຫຼື ນ້ອງຍິງ) ໃນຄອບຄົວດຽວກັນ ຫຼື ໃຊ້ເອີ້ນຄົນທີ່ເກີດກ່ອນໃນລຸ້ນດຽວກັນ ເຖິງວ່າຈະບໍ່ແມ່ນຄອບຄົວດຽວ ກໍ່ຕາມ ດັ່ງ ເອື້ອຍກົກ, ເອື້ອຍຜູ້ທີສອງ, ເອື້ອຍໄພ້, ເອື້ອຍລູກປ້າ, ເອື້ອຍລູກລູງ, ເອື້ອຍແມ່, ເອື້ອຍພໍ່, ເອື້ອຍເອື້ອຍຮັກ, ເອື້ອຍໃຫຍ່ ເປັນຕົ້ນ. ຄໍາວ່າເອື້ອຍ ຄູ່ກັບອ້າຍ ຊຶ່ງເປັນ ພີ່ຊາຍ.

ດັ່ງທີ່ໄດ້ອະທິບາຍມາຂ້າງເທິງ “ເອື້ອຍ” ແມ່ນພີ່ຍິງ ແຕ່ເມື້ອແຕ່ງງານໄປແລ້ວຖ້າໄດ້ເປັນໄພ້ຜູ້ກົກ ຫຼື ມີສັກເໜືອກວ່າ, ໃຫຍ່ກວ່າຄົນອື່ນ ຖືກຮຽກວ່າ ເອື້ອຍໄພ້ ແລະ ໃນກໍລະນີທີ່ບັນດານ້ອງສາວ, ນ້ອງຊາຍຂອງຕົນ ຫຼື ນ້ອງທາງຜົວໄດ້ລູກມາ (ຫຼານ) ເອື້ອຍດັ່ງກ່າວຈະຖືກເອີ້ນວ່າ “ປ້າ” ຕາມລໍາດັບ. ໃນກໍລະນີທີ່ແຕ່ງງານກັບອ້າຍເຖິງອາຍຸຈະນ້ອຍກວ່ານ້ອງຜົວ ກໍຕ້ອງໄດ້ຮຽກ ເອື້ອຍໄພ. ແຕ່ຖ້າເປັນ ເອື້ອຍຄູ ແມ່ນໝາຍເຖິງອາຈານ ຫຼື ຄູ ທີ່ເປັນຜູ້ຍິງ ຄູ່ກັບອ້າຍຄູ ນັ້ນເອງ.

ຄໍາວ່າ “ເອື້ອຍ”
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເອື້ອຍ”.

“ເອື້ອຍ” (1. ຄໍານາມ) ພີ່ຍິງ, ຄູ່ກັບອ້າຍ ຊຶ່ງເປັນ ພີ່ຊາຍ.

ຕົວຢ່າງ:

  • ເອື້ອຍກົກຂອງ ຂ້າພະເຈົ້າອາຍຸໄດ້ 50 ປີ, ສ່ວນອ້າຍໄດ້ 48 ປີ ແລະ ນ້ອງສາວອາຍຸໄດ້ 44 ປີ ສ່ວນນ້ອງຊາຍຫຼ້າໄດ້ 40 ປີ.
  • ຄອບຄົວຂອງຂ້ອຍມີເອື້ອຍກົກ ແລະ ອ້າຍເຂີຍ, ມີອ້າຍ ແລະ ເອື້ອຍໄພ້. ນອກຈາກນັ້ນ, ຍັງມີເອື້ອຍຂອງພໍ່ທີ່ມາຢູ່ນໍາໄດ້ຫຼາຍປີ.

ສະຫຼຸບ.

ຄໍາວ່າ “ເອື້ອຍ” ແມ່ນຜູ້ຍິງທີ່ເກີດກ່ອນໃນຄອບຄົວດຽວກັນ ອາດເກີດກ່ອນນ້ອງຊາຍ ຫຼື ນ້ອງຍິງ ເອີ້ນ ເອື້ອຍ. “ເອື້ອຍ” ຍັງໃຊ້ເອີ້ນຄົນທີ່ຢູ່ຕ່າງຄອບຄົວ ຫຼື ສັງຄົມທົ່ວໄປທີ່ເກີດກ່ອນລຸ້ນດຽວກັນ ຫຼື ມີອາຍຸຫຼາຍກວ່າ. ໃນກໍລະນີທີ່ແຕ່ງງານກັບອ້າຍເຖິງອາຍຸຈະນ້ອຍກວ່ານ້ອງຜົວ ກໍຕ້ອງໄດ້ຮຽກ ເອື້ອຍໄພ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ