ຄໍາວ່າ “ອ້າຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອ້າຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ອ້າຍ” ໝາຍເຖິງພີ່ຊາຍ (ອ້າຍພີ່ ກໍວ່າ) ແມ່ນຜູ້ຊາຍທີ່ເກີດກ່ອນຕົນເອງ (ເກີດກ່ອນນ້ອງຊາຍ ຫຼື ນ້ອງຍິງ) ໃນຄອບຄົວດຽວກັນ ຫຼື ໃຊ້ເອີ້ນຄົນທີ່ເກີດກ່ອນໃນລຸ້ນດຽວກັນ ເຖິງວ່າຈະບໍ່ແມ່ນຄອບຄົວດຽວ ກໍ່ຕາມ (ສໍານຽງຂອງຄົນເຜົ່າລື້, ໄຕດໍາ, ໄຕແດງ, ໄຕດ່ອນ ຫຼື ໄຕຂາວ ແລະ ຍວນ ເຂດລ້ານນາເອີ້ນ “ປີຈາຍ” ຫຼື “ປີ”) ດັ່ງ ອ້າຍກົກ, ອ້າຍຜູ້ທີສອງ, ອ້າຍເຂີຍ, ອ້າຍເກັບ, ອ້າຍລູກປ້າ, ອ້າຍລູກລູງ, ອ້າຍຮັກ, ອ້າຍໃຫຍ່ ເປັນຕົ້ນ. ປະຈຸບັນ “ອ້າຍ” ຍັງໃຊ້ໂດຍຜູ້ຍິງເວລາ ຮຽກ ຜູ້ບ່າວ, ຜົວ ທີ່ມີອາຍຸເໜືອກວ່າ (ບາງກໍລະນີນ້ອຍກວ່າກໍມີ ແຕ່ຜູ້ຍິງໃຫ້ກຽດເອີ້ນ ອ້າຍ).

ນອກຈາກນີ້, “ອ້າຍ” ຍັງໝາຍເຖິງ ທີ່ນຶ່ງ ຫຼື ເລີ່ມຕົ້ນ ຫຼື ເປັນກົກ (ທໍາອິດ ກໍວ່າ) ຊຶ່ງເປັນຄໍາສັບທີ່ບໍ່ຄ່ອຍໄດ້ຍິນໄດ້ຟັງໃນສັງຄົມ ປະຈຸບັນ. ຍົກເວັ້ນແຕ່ຕາມບົດກາບກອນ, ບົດເພັງ, ບົດປະພັນ, ບົດສວດ, ບົດໃຫ້ພອນ, ນິຍາຍ, ເລື່ອງເລົ່າ, ນິທານ, ການເອີ້ນຊື່ຂອງເດືອນຢູ່ໃນປີປະຕິທິນ ເຊັ່ນ: ເດືອນອ້າຍ ອັນໝາຍເຖິງເດືອນມັງກອນ ຫຼື ເດືອນໜຶ່ງ ຊຶ່ງເປັນເດືອນທໍາອິດ ຫຼື ເດືອນກົກຂອງທຸກໆປີ.

ຄໍາວ່າ “ອ້າຍ”
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອ້າຍ”.

“ອ້າຍ” (1. ຄໍານາມ) ພີ່ຊາຍ, ຕົ້ນ, ກົກ, ທີ່ນຶ່ງ (ດັ່ງເດືອນອ້າຍ ແມ່ນເດືອນທີ່ 1 ຕາມຈັກກະຄະຕິ).

ຕົວຢ່າງ:

  • ອ້າຍກົກຂ້າພະເຈົ້າອາຍຸໄດ້ 50 ປີ, ສ່ວນເອື້ອຍໄດ້ 48 ປີ ແລະ ນ້ອງສາວອາຍຸໄດ້ 44 ປີ ສ່ວນນ້ອງຊາຍຫຼ້າໄດ້ 40 ປີ.
  • ວັນພຣະຂື້ນ15ຄ່ຳ ເດືອນອ້າຍ, ຂໍອະນຸໂມທະນາບຸນນຳຜູ້ຝາກຊື່ໃນບຸນຝາກນາມສະກຸນໄວ້ໃນສາດສະນາຮ່ວມເປັນເຈົ້າພາບບູຣະນະສິມວັດເວລຸວັນບ້ານໃຜ່ລ້ອມ.

ສະຫຼຸບ.

ຄໍາວ່າ “ອ້າຍ” ແມ່ນຜູ້ຊາຍທີ່ເກີດກ່ອນໃນຄອບຄົວດຽວກັນ ອາດເກີດກ່ອນນ້ອງຊາຍ ຫຼື ນ້ອງຍິງ ເອີ້ນ ອ້າຍ, ພີ່ອ້າຍ, ອ້າຍພີ່, ພີ່ຊາຍ. “ອ້າຍ” ຍັງໃຊ້ເອີ້ນຄົນທີ່ຢູ່ຕ່າງຄອບຄົວ ຫຼື ສັງຄົມທົ່ວໄປທີ່ເກີດກ່ອນລຸ້ນ ດຽວກັນ ຫຼື ມີອາຍຸຫຼາຍກວ່າ. ນອກຈາກນີ້, “ອ້າຍ” ແມ່ນທໍາອິດ, ເລີ່ມຕົ້ນ, ເປັນກົກ ຫຼື ທີ່ນຶ່ງ ດັ່ງ ເດືອນອ້າຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ