ຄໍາວ່າ “ຖອຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍ ຄໍາວ່າ “ຖອຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ຖອຍ” ໝາຍເຖິງການຫວນຄືນ ຫຼື ຢ້ອນອາດິດຄືນຫຼັງ ຊຶ່ງເປັນ. ປະຫວັດສາດເລົ່າຖອຍກັບສູ່ຍຸກຫີນ, ຫຼັກຖານທາງບູຮານນັບຖອຍກັບໄປໜຶ່ງພັນປີກ່ອນ. ຖອຍ ຍັງໝາຍເຖິງການຫວນຄືນທາງເກົ່າ ດັ່ງ ພາຍຫຼັງສົງຄາມຈົບແລ້ວບັນດາຄົນທີ່ອົບພະຍົບໜີຖອຍກັບບ້ານເກົ່າ, ພາຍຫຼັງນໍ້າຖ້ວມແລ້ວຄົນໄດ້ຖອຍກັບຄືນເຂົ້າເຮືອນມາອະນາໄມໃຫ້ສະອາດ, ຖອຍລົດ, ຖອຍກວຽນ, ຖອຍຫຼັງ, ຖອຍລໍ້ ແລະ ອື່ນໆ. ຄໍາວ່າຖອຍ ກົງກັນຂ້າມກັບ ຄໍາວ່າເດີນໜ້າ, ໄປຕໍ່, ເດີນຕໍ່.

ຖອຍ ຍັງໝາຍເຖິງການຫົນກົ້ນຄືນ ຫຼື ກັບຄືນ ເພື່ອວັດຖຸປະສົງໃດນຶ່ງ ດັ່ງ ໜີຈາກອຸປະສັກ ຫຼື ອັນຕະ ລາຍ, ຖອຍເພື່ອຊອກທາງໃໝ່ເມື່ອພົບທາງຕັນ ເຊັ່ນ: ຖອຍທັບ ແມ່ນການນໍາພາທະຫານອອກຈາກພື້ນທີ່ທີ່ໄປ, ຖອຍກໍາລັງ (ຄືກັນກັບຖອຍທັບ), ຖອຍຂຶ້ນຝັ່ງເມື່ອນໍ້າຖ້ວມ, ຖອຍໄຟແມ່ນການດຶງເອົາຟືນອອກຈາກເຕົາໄຟ ຫຼື ເຂ່ຍຖ່ານອອກ ໃຫ້ໄຟຄ່ອຍລົງ ແລະ ອື່ນໆ.

ຄໍາວ່າ “ຖອຍ”
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຖອຍ”.

“ຖອຍ” (1. ຄໍາກິລິຍາ) ຫວນຄືນ, ຄືນທາງເກົ່າ, ຫົນກົ້ນຄືນ.

ຕົວຢ່າງ:

  • ນັກວິທະຍາສາດ ສາມາດພິສູດຫຼັກຖານຂອງການເກີດໂລກ ແລະ ລະບົບສຸລິຍະຈັກກະວານ ຊຶ່ງ ຖອຍເວລາໄປຫຼາຍລ້ານປີ.
  • ລົດຕິດໄຟແດງຍາວຢຽດສຸດສາຍຕາ ທ້າວສີ ເຫັນແນວນັ້ນເລີຍຖອຍລົດກັບຄືນ ແລະ ລ້ຽວແລ້ວ ໄປທາງອື່ນແທນ.
  • ໃນການສູ້ຮົບກອງທັບທີ່ເສຍປຽບຄູ່ຕໍ່ສູ້ໄດ້ຖອຍທັບ ເພື່ອໄປຕັ້ງຫຼັກ ແລະ ຂໍກໍາລັງເສີມ ເພື່ອມາເຕີມໃຫ້ແຂງແກ່ນກວ່າເກົ່າ.

ສະຫຼຸບ.

ຖອຍ ໝາຍເຖິງການຫວນຄືນເວລາ ຫຼື ຢ້ອນອາດິດຄືນຫຼັງ, ຖອຍ ແມ່ນການຫວນຄືນທາງເກົ່າ ຫຼື ຖອຍຫຼັງ ດັ່ງ ຖອຍລົດ. ຄໍາວ່າຖອຍ ກົງກັນຂ້າມກັບ ຄໍາວ່າເດີນໜ້າ, ໄປຕໍ່, ເດີນຕໍ່. ຖອຍ  ແມ່ນການຫົນກົ້ນຄືນ, ຫັນຄືນ ຫຼື ກັບຄືນ ກໍ່ວ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ