ຄໍາວ່າ “ເສັ້ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເສັ້ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ເສັ້ນ” ໝາຍເຖິງສິ່ງທີ່ເປັນສາຍ, ເປັນແລວ, ເປັນແຖວຍາວ, ລວມທັງເປັນວົງ ຫຼື ຂອບ ມີໄລຍະ ຕິດຕໍ່ກັນບໍ່ຂາດ ຫຼື ເວົ້າອີກ ຢ່າງນຶ່ງແມ່ນມີລັກສະນະເປັນຂອງສິ່ງທີ່ເປັນສາຍຍາວ ບາງຢ່າງມີຄົດໂຄ້ງ ແຕ່ມີສອງສົ້ນ ຫຼື ເປັນວົງ ທີ່ຕິດຈອດກັນ ຊຶ່ງເຮົາສາມາດເຫັນໄດ້ທົ່ວໄປ ເຊັ່ນ: ເສັ້ນເຊືອກ, ເສັ້ນດ້າຍ, ເສັ້ນໄໝ, ເສັ້ນຜົມ, ເສັ້ນຝ້າຍ, ເສັ້ນທາງ, ເສັ້ນຊາຍແດນ, ເສັ້ນລ້ອນ, ເສັ້ນເຝີ, ເສັ້ນເຂົ້າປຸ້ນ, ເສັ້ນໝີ່, ເສັ້ນສູນສູດ, ເສັ້ນຂອບຟ້າ, ເສັ້ນກົ່ງ, ເສັ້ນຂະໜານ, ເສັ້ນຈອມກາງ, ເສັ້ນຈອມສາກ, ເສັ້ນກາງສາກ, ເສັ້ນວົງກົມ, ເສັ້ນຊີບພະຈອນ, ເສັ້ນປະສາດ, ເສັ້ນເລືອດ, ເສັ້ນເອັນ ແລະ ອື່ນໆ.

ນອກຈາກນີ້, “ເສັ້ນ” ຍັງໝາຍເຖິງອາການເຈັບຢ່າງນຶ່ງຂອງຄົນ ຫຼື ສັດເຮົາເອີ້ນ ໂລກປະສາດ ຊຶ່ງແມ່ນ ອາການຜິດປົກກະຕິຢ່າງນຶ່ງຂອງຄົນ. ເສັ້ນແຍກອອກໄດ້ເປັນສອງປະເພດໃຫຍ່ ຄື: 1. ເຈັບເສັ້ນປະສາດ ທົ່ວໄປ ເຂົ້າເອີ້ນເຈັບເສັ້ນເຈັບເອັນ ສາເຫດເກີດຈາກເສັ້ນປະສາດໄດ້ຮັບຜົນກະທົບ ຫຼື ບໍ່ດີ, 2. ເສັ້ນປະ ເພດເຮັດໃຫ້ເປັນຜີບ້າ, ຄົນບ້າ ຫຼື ເອີ້ນ ຄົນເສຍເສັ້ນ (ຄົນບໍ່ເຕັມກໍວ່າ) ສາເຫດແມ່ນເກີດຍ້ອນສະໝອງ ໄດ້ຮັບຜົນຫະທົບ, ບົກຜ່ອງ ຫຼື ຜິດປົກກະຕິ ຈາກເຫດການຕ່າງໆ. ຫຼື ຄົນເສັ້ນກໍໄດ້.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເສັ້ນ”.

“ເສັ້ນ” (1. ຄໍານາມ) ສາຍ, ແຖວ, ທາງ, ແນວ. ໄລຍະຕິດຕໍ່ກັນບໍ່ຂາດ, ລັກສະນະເປັນຂອງສິ່ງທີ່ເປັນ ສາຍ ດັ່ງ ທາງ, ເຊືອກ ວ່າເສັ້ນ. ໂລກປະສາດຢ່າງນຶ່ງ, ເສັ້ນປະສາດ. ຄົນເສັ້ນ, ຄົນບ້າ. (2. ຄໍາກິລິຍາ) ເຈັບເສັ້ນ, ເປັນເສັ້ນປະສາດ.

ຕົວຢ່າງ:

  • ເສັ້ນທາງລົດໄຟລາວ-ຈີນ ຢູ່ໃນປະເທດລາວແມ່ນເລີ່ມແຕ່ນະຄອນຫຼວງວຽງຈັນໄປເຖິງບໍ່ເຕນ ແຂວງຫຼວງນໍ້າທາ ມີຄວາມຍາວສີ່ຮ້ອຍປາຍກິໂລແມັດ.
  • ເສັ້ນຊາຍແດນຂອງລາວຕິດກັບ 5 ປະເທດຄື: ຈີນ, ໄທ, ສະຫະພາບມຽນມາ, ກໍາປູເຈຍ ແລະ ຫວຽດນາມ.
  • ໃນກໍລະນີຟ້າມືດຄື້ມຄືຝົນຊິຕົກ ພໍ່ຕູ້ມັກຈົ່ມເຈັບເສັ້ນ ໂດຍສະເພາະແມ່ນເຈັບຫຼັງເຈັບແອວ ແລະ ປວດຫົວເຂົ່າ.
  • ຄົນເສຍເສັ້ນຢ່າງເລາະກາງທາງ ແລະ ຮ້ອງເພັງໄປແບບບໍ່ຢ້ານລົດຕໍາ, ຮອດຮ້ານຂາຍເຄື່ອງກໍ່ຂໍ ເງິນໄປເລື້ອຍໆ.

ສະຫຼຸບ.

ຄໍາວ່າ “ເສັ້ນ” ໝາຍເຖິງສິ່ງທີ່ເປັນສາຍຍາວ, ຄົດ, ເປັນແລວ ຫຼື ເປັນແຖວແຕ່ມີສອງສົ້ນ. ລວມທັງເປັນ ວົງ ຫຼື ຂອບມີໄລຍະຕິດຕໍ່ກັນບໍ່ຂາດກໍ່ເອີ້ນເສັ້ນໄດ້ເຊັ່ນກັນ. ນອກຈາກນີ້, “ເສັ້ນ” ຍັງແມ່ນຊື່ໂລກປະສາດ ຫຼື ເສັ້ນປະສາດ ຊຶ່ງແມ່ນອາການເຈັບເສັ້ນເຈັບເອັນ ເພາະເກີດຈາກເສັ້ນປະສາດໄດ້ຮັບຜົນກະທົບ ແລະ ເສຍຫາຍ. “ເສັ້ນ” ຍັງໝາຍເຖິງຄົນຜີບ້າ, ຄົນບ້າ ຫຼື ຄົນບໍ່ເຕັມ ຊຶ່ງເຮົາເອີ້ນຄົນເສຍເສັ້ນ ເຫດດັ່ງກ່າວ ເກີດຂຶ້ນຍ້ອນສະໝອງຜິດປົກກະຕິ ອາດໄດ້ຮັບຜົນຫະທົບ ຫຼື ບົກຜ່ອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າເສັ້ນໃຈໃນລາວໄດ້ທີ່ DooDiDo