ຄໍາວ່າ “ກະຕ່າ” ແລະ “ກະຊ້າ” ມີຄວາມໝາຍຄືກັນບໍ່ ແຕກຕ່າງກັນແນວໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ກະຕ່າ” ແລະ “ກະຊ້າ”

ຄໍາວ່າ “ກະຕ່າ” ແລະ “ກະຊ້າ” ມີການອອກສຽງແຕກຕ່າງກັນ ແຕ່ແມ່ນອຸປະກອນເພື່ອເອົາເຄື່ອງໃຊ້ ຫຼື ສິ່ງຂອງໃສ່ ຫຼື ບັນຈຸໃສ່ ແລ້ວຫິ້ວ ຫຼື ຫາບຍົກຍ້າຍໄປມາເຊັ່ນກັນ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ກະຕ່າ” ແມ່ນອຸປະກອນໃສ່ເຄື່ອງຢ່າງນຶ່ງຄືກັບ “ກະຊ້າ” ແຕ່ມີຂະໜາດ ແລະ ການນໍາໃຊ້ແຕກຕ່າງກັນ, ເປັນອຸປະກອນເຄື່ອງສານແນວນຶ່ງສໍາລັບໃສ່ຂອງ, ສານດ້ວຍຕອກໄມ້ປ່ອງ, ຕອກໜັງຫວາຍ, ລວດ, ສາຍຢາງ ພາລາສະຕິກ ຫຼື ວັດສະດຸຢ່າງອື່ນກໍໄດ້ ແລ້ວແຕ່ສັນຫາໄດ້ ແຕ່ສານເປັນຕາຫ່າງໆບໍ່ຕິດຈອດກັນໝົດ ແລະ ບໍ່ສາມາດເກັບຮັກສານໍ້າໄດ້.

ໃນເມື່ອກ່ອນກະຕ່າ ນີຍົມກັນສານເປັນຮູບກົມມີຮວງ ຫຼື ຫູ (ສາຍຫູ) ເພື່ອສະດວກໃນ ການຖື, ຍົກ ຫຼື ຫີ້ວ ຂຶ້ນໄປສະຖານທີ່ຕ່າງໆ. ກະຕ່າມີຮູບຮ່າງ ແລະ ຂະໜາດ ຫຼາກຫຼາຍແນວຂຶ້ນກັບວັດຖຸປະ ສົງການໃຊ້ ດັ່ງ ກະຕ່າໃສ່ເຄື່ອງ, ກະຕ່າຂີ້ເຫຍື່ອ, ກະຕ່າກວຍຫາບກ້າ (ແມ່ນກະຕ່າທີ່ສານໄຂວ່ເປັນຕາຫ່າງໆ ຫຼື ເອີ້ນ ກວຍ ຫຼື ເອີ້ນອີກຢ່າງນຶ່ງວ່າແມ່ນກະຕ່າຫ່າງ) ແລະ ອື່ນໆ.

SA Game
DooDiDo

ຄໍາວ່າ “ກະຊ້າ” ແມ່ນອຸປະກອນໃສ່ເຄື່ອງຢ່າງນຶ່ງຄືກັບ “ກະຕ່າ” ເຊັ່ນດຽວກັນ ແຕ່ມີຂະໜາດ ແລະ ການນໍາໃຊ້ ແຕກຕ່າງກັນ, ກະຊ້າພາຊະນະຢ່າງນຶ່ງ ສ່ວນໃຫຍ່ສານດ້ວຍຕອກໄມ້ໄຜ່ ຫຼື ໄມ້ປ່ອງ, ຕອກຫວາຍ, ຢ່າງພາລາ ສະຕິກ ຫຼື ຂອງຢ່າງອື່ນກໍ່ໄດ້ ສານຕິດກັນ ຫຼື ເປັນຕາຖີ່ໆ. ກະຊ້າມີຮູບຮ່າງ ແລະ ຂະໜາດແຕກຕ່າງກັນຂຶ້ນ ກັບການນໍາໃຊ້ ດັ່ງ ກະຊ້າໃສ່ ເຄື່ອງໄປຂາຍ, ກະຊ້າໃສ່ອາຫານຫາບໄປຈັງຫັນ ໄປເພນ, ກະຊ້າໝາກ, ກະຊ້າ ໃສ່ຫຼອດໄໝ ເປັນຕົ້ນ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າກະຕ່າ”.

“ກະຕ່າ” (1. ຄໍານາມ) ເຄື່ອງສານດ້ວຍຕອກ ຫຼື ລວດ ຮູບກົມມີຮວງ ຫຼື ສາຍສໍາລັບໃສ່ສິ່ງຂອງ.

ຕົວຢ່າງ:

  • ມື້ວານນີ້ໄປຊື້ກະຕ່າໃສ່ເຄື່ອງ ແລະ ກະຕ່າຂີ້ເຫຍື້ອ ໃສ່ຫ້ອງນອນລູກຊາຍ ເພື່ອໃຫ້ເພີ່ນໄດ້ມ້ຽນເປັນລະ ບຽບ ແລະ ບໍ່ຮົກເຮື້ອ.
  • ກະຕ່າຫາບກ້າ ທີ່ພໍ່ສານດ້ວຍໄມ້ໃຜ່ເປັນຕາຫ່າງໆ ມີຂະໜາດບໍ່ໃຫຍ່ເກີນໄປ ເພື່ອບັນຈຸກ້າສະດວກ ແລະ ບໍ່ໜັກເກີນໄປໃນການໃສ່ກ້າເຂົ້າ ແລະ ຫາບກ້າໄປຢາຍ.

ຄວາມໝາຍຄຳວ່າກະຊ້າ”.

“ກະຊ້າ” (1. ຄໍານາມ) ພາຊະນະຢ່າງນຶ່ງສານດ້ວຍໄມ້ໄຜ່ ຫຼື ຂອງອື່ນສໍາລັບໃສ່ສິ່ງຂອງ: “ຈວງຈັນຫຼ້າງ ຂອງແພງທາງເທດ ສັງຊິມາຄວ່າຫ້ອຍ ຫູກະຊ້າທ່ຽວຂາຍ” (ຄໍາກອນບູຮານ).

ຕົວຢ່າງ:

  • ແມ່ຕູ້ສາຫາຍກະຊ້າເຄື່ອງຂາຍ ປະກອບມີອາຫານການກິນ ແລະ ນໍ້າດື່ມ ເພື່ອໄປຂາຍຢູ່ຕະຫຼາດໃນບ້ານ ທຸກມື້.
  • ອີງຕາມການບອກເລົ່າຂອງແມ່ຕູ້ໝ່ອນໃຫ້ຮູ້ວ່າ ກະຊ້າຫວາຍໃສ່ໝາກໃສ່ພູຂອງລາວແມ່ນໃຊ້ແຕ່ຕອນເປັນ ສາວ, ປະຈຸບັນມີອາຍຸໄດ້ເກືອບ 100 ປີ.

ສະຫຼຸບ.

ຄໍາວ່າ “ກະຕ່າ” ແລະ “ກະຊ້າ” ມີການອ່ານຕ່າງກັນ ແຕ່ແມ່ນອຸປະກອນເພື່ອບັນຈຸເຄື່ອງໃຊ້ ຫຼື ສິ່ງຂອງດ້ວຍ ການໃຊ້ວັດສະດຸເພື່ອສານຢ່າງດຽວກັນໄດ້ເຊັ່ນດຽວ. ແຕ່ແຕກຕ່າງກັນພຽງແຕ່ຮູບຮ່າງ ແລະ ການນໍາໃຊ້ ເພາະ “ກະຕ່າ” ສານບໍ່ຕິດຈອດກັນໝົດ ມີຮູໃຫຍ່ໆ ໃຊ້ເພື່ອມ້ຽນເຄື່ອງ, ຂີ້ເຫຍື່ອ, ໃສ່ກ້າເຂົ້າ ເປັນຕົ້ນ. ສ່ວນ “ກະຊ້າ” ແມ່ນສານຕິດກັນຄືກັບກະບຸງ ໃຊ້ໃສ່ເຄື່ອງໄປຂາຍ, ໃສ່ອາຫານເພື່ອຫາບໄປຫາບມາ, ກະຊ້າໝາກ, ໃສ່ຫຼອດໄໝ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo