ຄໍາວ່າ “ພົບ” ແລະ “ເຫັນ” ມີຄວາມໝາຍຄືກັນບໍ່ ແຕກຕ່າງກັນແນວໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ພົບ” ແລະ “ເຫັນ”

ຄໍາວ່າ “ພົບ” ແລະ “ເຫັນ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ຍັງມີຄວາມແຕກຕ່າງອີກດ້ວຍ ຊຶ່ງໃນທີ່ນີ້ເຮົາຈະເນັ້ນສິ່ງທີ່ຄືກັນເປັນຫຼັກດັ່ງ:

ຄໍາວ່າ “ພົບ” ມີຄວາມໝາຍຄືກັນກັບ “ເຫັນ” ຊຶ່ງໝາຍເຖິງປະເຊີນໜ້າກັນ, ຈວບກັນ. “ພົບ” ແລະ “ເຫັນ” ສາມາດໃຊ້ນໍາກັນໄດ້ ດັ່ງພົບເຫັນ ຊຶ່ງເປັນການເຫັນໜ້າເຫັນຕາຊຶ່ງກັນ ບາງເທື່ອອາດຕັ້ງໃຈ ບາງເທື່ອອາດດ້ວຍເຫດບັງເອີນ ເຊັ່ນ: ນັດພົບກັນ, ພົບກັນຢູ່ກອງປະຊຸມ, ພົບປະສັງສັນ. ພົບ ຖືກໃຊ້ໃນຄໍາຜະຫຍາ, ສຸພາສິດ ດັ່ງ ພົບຄົນດີມີສີແກ່ຕົວ ພົບຄົນຊົ່ວພາຕົວໝົ່ນໝອງ, ພົບເດັກນ້ອຍສ້າງບ້ານ ພົບຫົວ ລ້ານສ້າງເມືອງ ເປັນຕົ້ນ.

ນອກຈາກນັ້ນ, “ພົບ” ຍັງໝາຍເຖິງໜ່ວຍພິພົບ ຫຼື ໜ່ວຍໂລກ. ໃນຄວາມເຊື່ອໂດຍສະເພາະແມ່ນສາດສະໜາພຸດ“ພົບ” ແມ່ນຊາດ, ພົບຊາດ ຊຶ່ງໝາຍເຖິງການວຽນວ້າຍຕາຍເກີດໃນໂລກນີ້ ເຊັ່ນ ພົບແລ້ວ, ພົບນີ້, ພົບໜ້າ. “ພົບ” ແມ່ນປະສົບປະການທີ່ໄດ້ມາຈາກການກະທໍາຜ່ານມາຢ່າງໃດນຶ່ງ.

SA Game
DooDiDo

ຄໍາວ່າ “ເຫັນ” ມີຄວາມໝາຍຄືກັນກັບ “ພົບ” ຊຶ່ງໝາຍເຖິງການປະເຊີນດ້ວຍສາຍຕາ, ພໍ້, ຈວບຜ່ານການເບີ່ງ. “ພົບ” ແລະ “ເຫັນ” ສາມາດໃຊ້ນໍາກັນໄດ້ ດັ່ງພົບເຫັນ ຊຶ່ງເປັນການເຫັນໜ້າເຫັນຕາຊຶ່ງກັນ ບາງເທື່ອອາດຕັ້ງໃຈ ບາງເທື່ອອາດດ້ວຍເຫດບັງເອີນເຊັ່ນ: ເຫັນກັນຢູ່ກອງປະຊຸມ, ນັດພໍ້ກັນຈິ່ງເຫັນກັນ, ບໍ່ເຫັນກັນຕັ້ງດົນ ເປັນຕົ້ນ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າພົບ”.

“ພົບ” (1. ຄໍານາມ) ໂລກ, ແຜ່ນດິນ, ວັດຕະສົງສານ (ປ. ພະວະ). (2. ຄໍາກິລິຍາ) ພໍ້, ເຫັນ, ຈວບ

ຕົວຢ່າງ:

  • ສອງວັນກ່ອນໄດ້ພົບເຫັນການໂຄສະນາສິນຄ້າທາງອອນລາຍກ່ຽວກັບການຫາເງິນເປັນທີ່ໜ້າສົນໃຈຫຼາຍ.
  • ກ່ອນຊື້ຂອງກິນໃຫ້ເບີ່ງດີໆ ວ່າພົບແນວເປື້ອນບໍ່, ຖ້າບໍ່ເຫັນແມ່ນໃຫ້ຊື້ມາກິນເດີ. ແຕ່ດີແທ້ຖ້າສາມາດ ດົມກີ່ນໄດ້ອີກແຮງເປັນການດີ ເພາະຈະຮູ້ວ່າບູດບໍ່.

ຄວາມໝາຍຄຳວ່າເຫັນ”.

“ເຫັນ” (1. ຄໍາກິລິຍາ). ອາການຂອງຕາທີ່ພໍ້ຮູບ, ເບີ່ງດ້ວຍຕາ, ເຂົ້າໃຈ, ຄືດຮູ້.

ຕົວຢ່າງ:

  • ສຸພາສິດລາວເລົ້າວ່າ ເຫັນເງິນໜ້າດຳ ເຫັນຄຳໜ້າເສົ້າ ຊຶ່ງໝາຍເຖິງກິເລດຂອງຄົນເຮັດໃຫ້ຫຼົງໄຫຼ ໃນ ເງິນຄໍາຈົນລືມພີ່ນ້ອງໝູ່ຄູ່.
  • ສອງສ່ຽວລົມກັນ ສ່ຽວຄົນໜຶ່ງຖາມວ່າ “ສະໄໝຍັງນ້ອຍເຮົາເຄີຍໄປລອຍຫຼີ້ນນໍ້ານໍາກັນ” ໂຕຄິດເຫັນບໍ່. ສ່ຽວຜູ້ໜຶ່ງຕອບວ່າ ຄິດເຫັນ ເຮົາຍັງຈື່ໄດ້ສະໄມບໍ່ນຸ່ງໂສ້ງອາບນໍ້າ.

ສະຫຼຸບ.

ຄໍາວ່າ “ພົບ” ແລະ “ເຫັນ” ມີການອອກສຽງຕ່າງກັນ ແຕ່ມີຄວາມໝາຍໃນການນໍາໃຊ້ຄືກັນ ແລະ ແຕກຕ່າງກັນ ຊຶ່ງຄໍາທີ່ຄືກັນແມ່ນໝາຍເຖິງຂອງ “ພົບ” ແລະ “ເຫັນ” ແມ່ນໝາຍເຖິງພົບເຫັນ, ຈວບກັນ, ພໍ້ກັນ, ປະເຊີນໜ້າກັນ. ນອກຈາກນັ້ນ, ຄໍາວ່າ “ພົບ” ໝາຍເຖິງໜ່ວຍພິພົບ, ໜ່ວຍໂລກ ແລະ ໃນຄວາມເຊື່ອ “ພົບ” ໝາຍເຖິງການເກີດຕາຍຢູ່ໃນໂລກ ດັ່ງພົບແລ້ວ, ພົບນີ, ພົບໜ້າ. ນອກຈາກນີ້, “ພົບ” ແມ່ນປະສົບປະການທີ່ພົບພໍ້. ສ່ວນຄໍາວ່າ “ເຫັນ” ແມ່ນພົບ ຫຼື ເບີ່ງດ້ວຍຕາ ຊຶ່ງເຮັດໃຫ້ເຮົາສາມາດຮູູ້ ແລະ ເຂົ້າໃຈໄດ້ດີ ຫຼື ໃນລະ ດັບໃດນຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo