ຄໍາວ່າ “ເນື້ອ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເນື້ອ” ມີຄວາມໝາຍແນວໃດ?

ຄໍາວ່າ “ເນື້ອ” ໝາຍເຖິງກ້າມຊີ້ນ ຫຼື ຊີ້ນສັດຊຶ່ງຄົນເຮົານໍາມາບໍລິໂພກສ່ວນໃຫຍ່ຕິດກັບໜັງ ແລະ ກະ ດູກ, ແຕ່ບໍ່ແມ່ນເອັນ ເຊັ່ນ: ເນື້ອງົວ, ເນື້ອຄວາຍ, ເນື້ອກວາງ, ເນື້ອຟານ, ເນື້ອອົ້ນ, ເນື້ອປາ. ພ້ອມນັ້ນ, “ເນື້ອ” ເຮົາຍັງເອີ້ນຕາມສະພາບຂອງມັນອີກ ເປັນຕົ້ນ ເນື້ອດີບ, ເນື້ອສຸກ, ເນື້ອສົດ, ເນື້ອດີ, ເນື້ອເນົ່າ, ເນື້ອເໝັນ. ເວລານໍາໄປເຮັດອາຫານກໍເອີ້ນຕ່າງກັນໄປ ດັ່ງ ເນື້ອປີ້ງ, ເນື້ອຢ້າງ, ເນື້ອຂົ້ວ, ເນື້ອແກງ ແລະ ອື່ນໆ. ແຕ່ຖ້າເນື້ອງອກແມ່ນຊີ້ນປົ່ງອອກມາຢູ່ຈຸດໃດນຶ່ງຂອງຮ່າງກາຍ. ສ່ວນເນື້ອຄູ່ແມ່ນຄູ່ແຕ່ງ ງານ.

ນອກຈາກນີ້, “ເນື້ອ” ຍັງໃຊ້ເອີ້ນສິ່ງທີ່ເປັນຕົວຕົນຂອງສິ່ງຂອງ ດັ່ງ ເນື້ອຜ້າໄໝ, ເນື້ອຜ້າຝ້າຍ, ເນື້ອແພ ສົ້ງ, ເນື້ອແພສິ້ນ, ເນື້ອໄມ້ສັກ, ເນື້ອໄມ້ດູ່, ເນື້ອດິນ, ເນື້ອຫິນ ແລະ ອື່ນໆ. “ເນື້ອ” ຍັງໃຊ້ເອີ້ນເນື້ອຄໍາ ຫຼື ເນື້ອຄວາມໃນການແຕ່ງກາບກອນ, ບົດ, ເລື່ອງວັນນະຄະດີຕ່າງໆ ເປັນຕົ້ນ ເນື້ອໃນບົດອ່ານ, ເນື້ອໃນ ບົດກອນ, ເນື້ອລົດເລື່ອງ, ເນື້ອເພັງ, ເນື້ອຮ້ອງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເນື້ອ”.

“ເນື້ອ” (1. ຄໍານາມ) ຊີ້ນສັດຈະຕຸບາດ ຈໍາພວກກວາງ, ຟານ, ງົວ, ຄວາຍ, ສີ່ງເປັນຕົນໂຕຂອງສິ່ງ ຕ່າງໆ ດັ່ງ ເນື້ອຜ້າ, ເນື້ອຄໍາ ເປັນຕົ້ນ.

ຕົວຢ່າງ:

  • ອາຫານທີ່ລາຄາແພງຂອງຮ້ານນີ້ແມ່ນສະເຕັກເນື້ອແກະ ແລະ ເນື້ອງົວອົບ ຊຶ່ງລູກຄ້າມາຕ້ອງໄດ້ ກິນຈິ່ງກັບ.
  • ເນື້ອໃນບົດກອນທີ່ແຕ່ງສໍາລັບຄູ-ອາຈານແມ່ນຈະເວົ້າເຖິງບຸນຄູນ, ຄວາມງາມຄວາມດີ ແລະ ຄວາມ ອົດທົນທູ້ມເທ ເພື່ອຊາດຂອງເພີ່ນ.
  • ເນື້ອເລື່ອງຂອງລະຄອນແມ່ນສ່ອງແສງ ແລະ ສະທ້ອນ ໃຫ້ເຫັນເຖິງຊີວິດການເປັນຢູ່ຂອງສັງຄົມ ຕົວຈິງ.

ສະຫຼຸບ.

ຄໍາວ່າ “ເນື້ອ” ໝາຍເຖິງຊີ້ນປະເພດຕ່າງໆ ສ່ວນໃຫຍ່ຢູ່ຕິດກັບໜັງ ແລະ ກະດູກ, ແຕ່ບໍ່ແມ່ນເອັນ ເນື້ອ ສັດເປັນສິ່ງຈໍາເປັນທີ່ຄົນສ່ວນໃຫຍ່ນໍາມາບໍລິໂພກ ຍົກເວັ້ນຄົນກິນເຈ. ນອກຈາກນີ້, “ເນື້ອ” ຍັງໃຊ້ຮຽກ ຫຼື ເອີ້ນສິ່ງທີ່ເປັນຕົວຕົນຂອງສິ່ງຂອງຕ່າງໆ ແລະ ໃຊ້ເອີ້ນເນື້ອຄໍາ ຫຼື ເນື້ອຄວາມໃນບົດ, ກະວີ, ເພັງ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo