ຄໍາວ່າ “ກໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ກໍ” ແມ່ນອັກສອນ ຫຼື ພະຍັນຊະນະຕົວທີ 1 ຫຼື ທໍາອິດ, ຢູ່ກ່ອນໂຕ “ຂໍ”, ໂຕກໍ ເປັນພວກອັກ ສອນກາງ ແລະ ໃຊ້ເປັນຕົວສະກົດໃນແມ່ກັກ. ໃນຫຼັກສູດການຮຽນການສອນຂອງເດັກນ້ອຍອະນຸບານ ຫຼື ຄົນລິເລີ່ມຮຽນໃໝ່ຈະມີການອ່ານໂຕ ກໍ ແລະ ທຽບໃສ່ໂຕໄກ່ ເພື່ອໃຫ້ຈໍາໄດ້ງ່າຍ ດັ່ງ “ກໍສະລະໄອ ໄກ ໄມ້ເອກ ໄກ່”. ພ້ອມນັ້ນ, “ກໍ” ຍັງຄືກັນກັບ “ເກ້າະ” ແລະ ສາມາດໃຊ້ແທນກັນໄດ້, ເປັນຄໍາຕໍ່ ເຊັ່ນ: ກໍຄື, ກໍດີ, ກໍວ່າ, ກໍຕາມ ແລະ ອື່ນໆ

ນອກຈາກນີ້, “ກໍ” ຍັງໝາຍເຖິງເຫງົ້າຂອງກົກໄມ້ ແລະ ກົກຂອງພຶດພັນຕ່າງໆ ຊຶ່ງນິຍົມກັນເວົ້າແຜ່ຫຼາຍ ໃນເມື່ອກ່ອນ ໂດຍສະເພາະແມ່ນພາກເໜືອລາວ ເຊັ່ນ: ກໍໄຜ່, ກໍອ້ອຍ, ກໍເຂົ້າ (ເຟືອງ), ກໍຂາມ, ກໍລະ ມຸດ ແລະ ກໍໄມ້ອື່ນໆ. “ກໍ” ຍັງແມ່ນກົກເຄົ້າເຫຼົ່າກໍ, ຈຸ້ມເຈື້ອເຊື້ອສາຍຂອງຄົນຕະກຸນ, ເຄືອຍາດ ຫຼື ຄົນ ໃນຊາດດຽວກັນ ຊຶ່ງປະຈຸບັນແມ່ນໃຊ້ນາມສະກຸນແທນທີ ຫຼື ບາງເຜົ່າກໍເອີ້ນ ແສ້ ອີກດ້ວຍ (ສິ່ງກໍວ່າ) ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກໍ”.

“ກໍ” (1. ຄໍານາມ) ພະຍັນຊະນະໂຕທີ 1 ຢູ່ກ່ອນໂຕ “ຂໍ” ເປັນພວກອັກສອນກາງ ແລະ ໃຊ້ເປັນຕົວ ສະກົດໃນແມ່ກັກ. ໃຊ້ແທນ ເກ້າະ ເປັນຄໍາຕໍ່ ດັ່ງ ກໍດີ, ກໍຕາມ ແລະ ອື່ນໆ. ເຫງົ້າ, ຈຸ້ມ, ກົກ, ເຊື້ອ ແນວ. ຕົ້ນໄມ້ທີ່ເປັນຈຸ້ມ ດັ່ງ ກໍໄຜ່.

ຕົວຢ່າງ:

  • ສາວຄູສອນນັກຮຽນອານຸບານໂດຍເວົ້າວ່າ “ຫຼານນ້ອຍທຸກຄົນ ອ່ານຕາມຫຼັງສາວຄູເດີ ໂຕ ກໍ ໄກ່”.
  • ທ້າວສີເປັນໄຂ້ແຮງ, ຈິ່ງຄອບອາຈານ ແລະ ພໍແຕ່ໄດ້ຮັບອະນຸຍາດໃຫ້ພັກລາວກໍຟ້າວອອກໄປ ໂຮງໝໍທັນທີ.
  • ໃນລະດູຝົນກໍໄຜ່ອອກໜໍ່ຫຼາຍຈິ່ງເຮັດໃຫ້ລາຄາຖືກ ແຕກຕ່າງກັບລະດູແລ້ງທີ່ໜໍ່ບໍ່ມັກອອກ ຊຶ່ງ ເຮັດໃຫ້ລາຄາແພງ.
  • ຄົນລາວ ແລະ ຄົນໄທ ຖ້າໄລ່ກັບຄືນຫຼາຍຮ້ອຍປີໜ້າຈະເກີດຈາກກົກເຄົ້າເຫຼົ່າກໍດຽວກັນ ເພາະຮູບ ຮ່າງໜ້າຕາບໍ່ສາມາດຈໍແນກອອກໄດ້ງ່າຍໆ ຊຶ່ງແຕກຕ່າງຈາກຄົນຈີນຄົນຫວຽດ.

ສະຫຼຸບ.

“ກໍ” ແມ່ນພະຍັນຊະນະຕົວທໍາອິດຢູ່ກ່ອນໂຕ “ຂໍ” ເປັນອັກສອນກາງ ພ້ອມທັງເປັນຕົວສະກົດໃນແມ່ກັກ. “ກໍ” ສາມາດໃຊ້ແທນ “ເກ້າະ” ໄດ້ ເປັນຄໍາຕໍ່ມີຄວາມໝາຍຄືກັນ. ນອກຈາກນີ້, “ກໍ” ຍັງໃຊ້ຄືກັນກັບຄໍາ ວ່າກົກ (ກົກໄມ້) ແລະ ຍັງໝາຍເຖິງກົກເຄົ້າເຫຼົ່າກໍເຊື້ອສາຍຂອງຄົນ ຫຼື ເຄືອຍາດດຽວກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo