ຄໍາວ່າ “ມັດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ມັດ” ມີຄວາມໝາຍແນວໃດ?

ຄໍາວ່າ “ມັດ” ແມ່ນການຜູກເຂົ້າກັນດ້ວຍເຊືອກ, ເສັ້ນຝ້າຍ, ໂສ້, ຜ້າແພ ຫຼື ວັດສະດຸອື່ນໆ ເຮັດໃຫ້ຍຶດ ຕິດເຂົ້າກັນ ເຊັ່ນ: ມັດຂໍ່ຕໍ່ແຂນ, ມັດຕີນມັດມື, ມັດສອກໄຂວ່ຫຼັງ, ຜູກມັດ, ມັດຕາ, ມັດແອວ, ມັດອູ່, ມັດຜົມ, ມັດເຊືອກ, ມັດເຄື່ອງ ແລະ ອື່ນໆ. ການມັດຈະແໜ້ນ ຫຼື ບໍ່ແໜ້ນແມ່ນຂຶ້ນກັບແຮງດຶງ ແລະ ຮອບຂອງການມັດ. ໃນບາງກໍລະນີກໍສາມາດໃຊ້ຄໍາວ່າ “ຫໍ່” ແທນໄດ້ ດັ່ງ ມັດຫໍ່ໃຫ້ແໜ້ນ. ມັດ ກົງກັນ ຂ້າມກັບມາຍອອກ, ໄຂອອກ, ແກ້ອອກ ເປັນຕົ້ນ.

ນອກຈາກນີ້, “ມັດ” ຍັງແມ່ນລັກສະນະນາມທີ່ເຮົາໃຊ້ເອີ້ນວັດຖຸສິ່ງຂອງ ຫຼຼື ສິ່ງໃດນຶ່ງທີ່ຖືກມັດ ຫຼື ຜູກຕິດກັນ ດັ່ງທີ່ໄດ້ກ່່າວມາຂ້າງເທິງວ່າ ມັດ ເຊັ່ນກັນ ດັ່ງ ມັດຜັກ, ມັດກ້າ, ມັດເຂົ້າ, ມັດຟືນ, ມັດໜໍ່, ມັດເຫຼັກ ເສັ້ນ ເປັນຕົ້ນ. “ມັດ” ຍັງເປັນຫົວໜ່ວຍເອີ້ນບັນດາມັດທີ່ເວົ້າມາ ເຊັ່ນ ມັດຜັກ 2 ມັດ, ມັດກ້າ 4 ມັດ, ມັດຟືນມັດນຶ່ງ, ເຟືອງ 5 ມັດ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າມັດ”.

“ມັດ” (1. ຄໍາກິລິຍາ) ຜູກເຂົ້ານໍາກັນ, ຜູກໃຫ້ແໜ້ນ, ລັກສະນະນາມເອີ້ນຂອງທີ່ຜູກຕິດກັນວ່າ ມັດ ດັ່ງ ມັດຟືນ, ມັດເຂົ້າ ເປັນຕົ້ນ.

ຕົວຢ່າງ:

  • ເດັກນ້ອຍລ້ຽງຄວາຍດ້ວຍການມັດຕິດຫຼັກໄມ້ໄວ້ກາງທົ່ງນາ ເພື່ອໃຫ້ມັນກິນຫຍ້າໃນບໍລິເວນດັ່ງ ກ່າວ.
  • ແມ່ຕູ້ສາເກັບຜັກກາດດອກຢູ່່ສວນແຄມນໍ້າທ່າ ແລ້ວເອົາມາມັດເປັນມັດ ໄດ້ທັງໝົດ 20 ມັດ ເພື່ອ ຈະນໍາໄປຂາຍຢູ່ຕະຫຼາດ.

ສະຫຼຸບ.

ຄໍາວ່າ “ມັດ” ແມ່ນການຜູກສິ່ງຂອງ ຫຼື ຢ່າງໃດຢ່າງນຶ່ງ ເຂົ້າກັນ ຫຼື ຕິດກັນດ້ວຍສາຍເຊືອກ, ເສັ້ນຝ້າຍ, ໂສ້ ເປັນຕົ້ນ. ມັດ ເປັນຄໍາກົງກັນຂ້າມກັບມາຍ, ໄຂ ຫຼື ແກ້ອອກ. ນອກຈາກນີ້, “ມັດ” ແມ່ນລັກສະນະນາມໃຊ້ເອີ້ນວັດຖຸສິ່ງຂອງ ຫຼຼື ສິ່ງໃດນຶ່ງໃຫ້ຕິດກັນ. ພ້ອມນັ້ນ “ມັດ” ຍັງເປັນຫົວໜ່ວຍເອີ້ນ ດັ່ງ ຜັກ 2 ມັດ, ຟືນມັດນຶ່ງ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo