ຄໍາວ່າ “ເຕີມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເຕີມ” ມີຄວາມໝາຍແນວໃດ?

ຄໍາວ່າ “ເຕີມ” ຕື່ມ ກໍວ່າ ໝາຍເຖິງເອົາມາໃສ່ໃຫ້ມີຫຼາຍຂຶ້ນຈາກເກົ່າ ຫຼື ຈາກທີ່ເປັນຢູ່. ເຕີມແມ່ນການຕື່ມສິ່ງໃດສິ່ງນຶ່ງອາດຈະເປັນດ້ານປະລິມານ ເຊັ່ນ: ເຕີມນໍ້າມັນ, ເຕີມນໍ້າ, ເຕີມນໍ້າຫວານ, ເຕີມຕ່ອນ, ເຕີມຊີ້ນ, ເຕີມດິນ, ເຕີມຊາຍ, ເຕີມແຮ່, ເຕີມຫີນ, ເຕີມເງິນ ແລະ ອື່ນໆ, ເຕີມໃຫ້ມີຄຸນນະພາບສູງຂຶ້ນ ເຊັ່ນ: ເຕີມສານເຄມີໃຫ້ແຂງກວ່າເກົ່າ, ເຕີມຢາໃຫ້ເຂັ້ມຂຸ້ນ.

ນອກຈາກນີ້, “ເຕີມ” ຍັງໝາຍເຖິງການແຖມເຂົ້າໃຫ້ຫຼາຍຂຶ້ນ ຫຼື ມີການດັດແກ້ເພີ່ມ ອາດເປັນຄໍາເວົ້າຄໍາວ່າ, ເຕີມການສື່ສານ, ເຕີມບົດຂຽນ ຫຼື ບົດປະພັນ, ເຕີມແຕ່ງນິທານ ນາວະນິຍາຍຕ່າງໆ ໃຫ້ມີເນື້ອຫາສົມບູນຂຶ້ນ ຫຼື ອາດຈະເຕີມໃຫ້ມີເນື້ອຫາຜິດໄປຈາກທີ່ເປັນຢູ່ໃຫ້ໄປຕາມວັດຖຸປະສົງຂອງຜູ້ເຮັດ ຜູ້ສ້າງ ຜູ້ດັດແກ້ ເພື່ອຫວັງຜົນຕ່າງໆ ດັ່ງຫວັງຜົນທາງການ ເມືອງ, ຫວັງຜົນທາງການບັນເທິງ, ຫວັງຜົນທາງການຕະຫຼາດ, ຫວັງຜົນທາງສາດສະໜາ ແລະ ອື່ນໆ. ຄໍາວ່າ “ເຕີມ” ກົງກັນຂ້າມກັບ ຄໍາວ່າ “ເອົາອອກ, ປົດອອກ, ຫຼຸດໃຫ້ນ້ອຍລົງ”.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເຕີມ”.

“ເຕີມ” (1. ຄໍາກິລິຍາ) ຕື່ມ, ແຖມ, ເພີ່ມເຂົ້າ ເອີ້ນເຕີມ.

ຕົວຢ່າງ:

  • ທ້າວ ພິລົມ ໄດ້ເຕີມນໍ້າມັນລົດໃຫຍ່ໄວ້ເຕັມຖັງ ກ່ອນມື້ທີ່ນໍ້າມັນຈະມີການປັບລາຄາຂຶ້ນ 1 ວັນ.
  • ນັກປະຫວັດສາດໄດ້ມີການເຕີມຂໍ້ມູນເພີ່ມ ເນື່ອງຈາກຄົ້ນພົບຫຼັກຖານທາງດ້ານວິທະຍາສາດ ແລະ ໄດ້ຮັບການເຫັນດີຈາກພາກສ່ວນທີ່ກ່ຽວຂ້ອງທຸກພາກສ່ວນ.
  • ນາງ ສີສຸກ ໄດ້ຟ້ອງ ນາງ ສີໃສ ເນື່ອງຈາກເອົາຄໍາເວົ້າທີ່ຕົນເວົ້າໄປເຕີມແຕ່ງຕັດຕໍ່ ແລະ ລົງສື່ ອອນລາຍເຮັດໃຫ້ເສຍຫາຍ, ເຊື່ອມເສຍຕໍ່ກຽດ ແລະ ສັກສີ.

ສະຫຼຸບ.

ຄໍາວ່າ “ເຕີມ” ແມ່ນການຕື່ມ ຫຼື ເອົາມາໃສ່ເພີ່ມໃຫ້ຫຼາຍກວ່າເກົ່າຈາກທີ່ເປັນຢູ່ ດັ່ງ ດ້ານປະລິມານ, ຄຸນນະພາບສູງ ເປັນຕົ້ນ. ນອກຈາກນີ້, “ເຕີມ” ແມ່ນການແຖມເຂົ້າໃຫ້ຫຼາຍຂຶ້ນ, ແມ່ນການດັດແກ້ເພີ່ມ ຊຶ່ງອາດຈະເປັນເນື້ອໃນ, ຈໍານວນໃຫ້ໄດ້ຕາມວັດຖຸປະສົງຂອງຜູ້ດັດແກ້ ອື່ນໆ ເພື່ອຫວັງຜົນຢ່າງໃດໜຶ່ງ. ຄໍາວ່າ “ເຕີມ” ກົງກັນຂ້າມກັບ ຄໍາວ່າ “ເອົາອອກ, ປົດອອກ, ຫຼຸດໃຫ້ນ້ອຍລົງ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo