ຄໍາວ່າ “ຕົວະ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕົວະ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕົວະ” (ຂີ້ຕົວະ ກໍ​ວ່າ) ຫຼື ຕົວະ​ຍົວະ ໝາຍເຖິງການເວົ້າບໍ່ຈິງ, ເວົ້າໃນສິ່ງທີ່ບໍ່ມີມູນ ຊຶ່ງ​ເປັນ​ການຫຼອກລວງຜູ້​ອື່ນ​ໃຫ້ຫຼົງ​ເຊື່ອ, ຫຼົງຟັງ​ຄວາມ​ໃນ​ສິ່ງ​ທີ່​ເວົ້າ. “ຕົວະ” ຫຼື ຕົ້ມ​ ​ປະກົດ​ໃຫ້​ເຫັນ​ຫຼາຍ​ໃນ​ສັງຄົມ ທຸກ​ວັນ​ນີ້ ຊຶ່ງ​ວັດຖຸ​ປະສົງ​ຂອງ​ການ​ຕົວະ​ສ່ວນ​ໃຫຍ່​ແມ່ນຫາ​ຜົນ​ປະ​ໂຫຍ​ດຢ່າງ​ໃດ​ຢ່າງ​ນຶ່ງ​ໃຫ້​ຕົນ​ເອງ ​ເຊັ່ນ ຕົວະຂາຍ​ເຄື່ອງ​ເພື່ອ​ໃຫ້​ໄດ້​ເງິນ, ຕົວະ​ຄູ​ອາຈານ ​ເພື່ອ​ໃຫ້​ໄດ້​ຄະ​ແນນ, ຕົວ​ລູກ​ນ້ອງ​ເພື່ອ​ໃຫ້​ໄດ້​ຈ່າຍ​ຄ່າ ​ແຮງ​ຖືກ ​ແລະ ອື່ນໆ. ຄໍາວ່າ “ຕົວະ” ກົງກັນຂ້າມກັບ ຄໍາວ່າ “ສັດ​ຊື່”.

ຄໍາວ່າ “ຕົວະ” ມີ​ຄວາມ​ຮ້າຍ​​ແຮງ​ຕ່າງ​ກັນ​ອອກ​ໄປ​ທາງ​ດ້ານ​ກົດໝາຍ ​ເຖິງ​ວ່າ​ຈະ​ຕົວະ​ເກັ່ງ ຫຼື ຕົວະ​ບໍ່​ເກັ່ງ ກໍ​ຕາມ ​ເຊັ່ນ: ຕົວະ ​ເພື່ອ​ສໍ້​ກົງ​ຊັບ​ສິນຄວາມ​ຮ້າຍ​ແຮງ​ຂອງ​ຄວາມ​ຜິດ​ທາງ​ແພ່ງ​ແມ່ນ​ຂຶ້ນ​ກັບມູນ​ຄ່າ​ຄວາມ​ເສຍຫາຍ, ຕົວະ​ເດັກນ້ອຍອາຍຸ​ຕໍ່າ​ກວ່າ 18 ປີ ​ແລະ ​ໃຫຍ່​ກວ່າ 18 ປີ ​ເພື່ອ​ກະທໍາສໍາ​ເລົາ ຫຼື ຄ້າ​ພະ​ເພນີ ​ແມ່ນ​ມີ​ໂທດ​ທາງ​ອາຍາໜັກ​ເບົາ​ແຕກ​ຕ່າງ​ກັນ (ກໍລະນີ​ເດັກ​ແມ່ນ​ໂທດ​ໜັກ​ກວ່າ), ຕົວະ​ພໍ່​ແມ່​ຄູບາ​ອາ ຈານ​ແມ່ນ​ບາບ​ແຕກ​ຕ່າງ​ກັນ​ໄປ​ແລ້ວ​ແຕ່​ສິ່ງ​ທີ່​ເວົ້າ ຫຼື ​ເຮັດ​ໃຫ້​ເສຍ​ຫາຍ ​ເປັນ​ຕົ້ນ​.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕົວະ”.

“ຕົວະ” (1. ຄໍາກິລິຍາ) ເວົ້າບໍ່ຈິງ, ເວົ້າໃນສິ່ງທີ່ບໍ່ມີ, ຂີ້​ຕົວະ ກໍ​ວ່າ.

ຕົວຢ່າງ:

  • ນັກທຸລະກິດ​ລາຍ​ນຶ່ງ ​ໄດ້​ມາ​ແຈ້ງ​ຄວາມເຈົ້າ​ໜ້າ​ທີ່​ ພ້ອມ​ດ້ວຍ​ຫຼັກຖານ ​ເນື່ອງ​ຈາກ​ຖືກ​ຕົວະ ດ້ວຍ​ຄູ່​ຮ່ວມ​ທຸລະ​ກິດ.
  • ຜູ້​ບ່າວ​ຕົວະ​ຜູ້​ສາວ​ໃຫ້​ລໍຖ້າ ຍ້ອນ​ຫຼົງ​ເຊື່ອ ຂິ່ງ​ເຮັດ​ໃຫ້​ລາວກາຍ​ເປັນ​ສາວ​ຄ້າງ​ບ້ານ ​ແລະ ບໍ່​ໄດ້ຜົນ​ນນ ຈົນ​ແກ່.

ສະຫຼຸບ.

ຄໍາວ່າ “ຕົວະ” ຫຼື ຂີ້ຕົວະ ຫຼື ຕົວະ​ຍົວະ ຫຼື ຕົວະ​ຕົ້ມ (ຕົ້ມ ກໍ​ວ່າ) ​ແມ່ນ​ການຫຼອກລວງ ​ໃຫ້​ຂໍ້​ມູນ​ເທັດ ຫຼື ບໍ່​ເປັນ​ຈິງ ​ເພາະ​ເວົ້າ​ໃນ​ສິ່ງ​ບໍ່​ມີ​ຂໍ້​ມູນ, ບໍ່ມີມູນ ຫຼື ບິດ​ເບືອນ ຊຶ່ງ​ເຮັດ​ໃຫ້​ເຫຍື່ອ ຫຼື ຜູ້​ເສຍ​ຫາຍ ຫຼົງ​ເຊື່ອ​ໃນ​ຄໍາ​ເວົ້າ ຫຼື ການ​ກະທໍາຫຼອກ ອາດ​ຈະ​ເສຍ​ຫາຍ​ທາງ​ຊັບ​ສິນ, ​ເສຍ​ຫາຍ​ທາງ​ກາຍ ຫຼື ​ເສຍ​ຫາຍ​ທາງ​ຈິດ​ໃນ ກໍ​ໄດ້. “ຕົວະ” ກົງກັນຂ້າມກັບ ຄໍາວ່າ “ສັດ​ຊື່”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo