ຄໍາວ່າ “ລໍ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລໍ້” ມີຄວາມໝາຍແນວໃດ?

ຄໍາວ່າ “ລໍ້” ເປັນພາຫະນະແນວນຶ່ງໃຊ້ຕ່າງສິ່ງຂອງມີຫຼາຍແບບ ບາງແບບມີຕີນດຽວຮາງເຮືອນເປັນເຫຼັກ, ບາງແບບມີ 2 ຕີນຄ້າຍຄືກຽນແຕ່ນ້ອຍກວ່າໃຊ້ແກ່ສີ່ງຂອງຕ່າງໆ. ປະຈຸບັນມີ ການຜະລິດເປັນຫຼາຍຮູບແບບ ເພື່ອສະດວກຕໍການໃຊ້ງານ ເຊັ່ນ: ລໍ້ແກ່ເຄື່ອງ, ລໍ້ແກ່ດິນ, ລໍ້ໃສ່ເດັກນ້ອຍ ເປັນຕົ້ນ. “ລໍ້” ຍັງໝາຍເຖິງຕີນລົດ, ຕີນຍົນ, ຕີນກຽນ ຊຶ່ງມີຮູບຮ່າງແຕກຕ່າງກັນຂຶ້ນກັບການໃຊ້ງານ ແລະ ນໍາໃຊ້ວັດສະດຸຫຼາກ ຫຼາຍແນວເພື່ອຜະລິດ, ໃນທຸກວັນນີ້ ລໍ້ ແມ່ນມີຫຼາຍຍີ່ຫໍ້ ແລະ ຜະລິດຢູ່ປະເທດໃນໂລກ.

ນອກຈາກນີ້, “ລໍ້” ຍັງໝາຍເຖິງການອ່ອຍ ຫຼື ຊວນໃຫ້ຫຼົງໄຫຼ ຫຼື ຫຼອກລໍ້ ຫຼອກລວງ ເຊັ່ນ: ລໍ້ໜູດ້ວຍເຂົ້າ ໃຫ້ດິດກັບດັກ, ລໍ້ເດັກນ້ອຍດ້ວຍເຂົ້າໜົມ, ໂຄສະນາສັບພະຄຸນວ່າດີ ລໍ້ໃຈໃຫ້ຊວນເຊື່ອ, ຍິງສາວຖືກລໍ້ລວງ ໄປຄ້າປະເວນີຢູ່ຕ່າງປະເທດ ເປັນຕົ້ນ. ພ້ອມນັ້ນ, “ລໍ້” ຍັງໝາຍເຖິງການລໍ້ໄປລໍ້ມາ ຫຼື ເອົາກີ້ງໄປກີ້ງມາເພື່ອໃຫ້ກົມ ຫຼື ມົນ ເຊັ່ນ: ລໍ້ແປ້ງເພື່ອເຮັດເສັ້ນເຂົ້າປຽກ, ລໍ້ດິນເພື່ອປັ້ນໝໍ້, ລໍ້ຝ້າຍ ເພື່ອເຂັນເປັນເສັ້ນ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລໍ້”.

“ລໍ້” (1. ຄໍານາມ) ແມ່ນພາຫະນະແນວນຶ່ງມີຫຼາຍແບບຂຶ້ນກັບການໃຊ້ງານ, ຊຶ່ງບາງແບບມີ 2 ຕີນຄ້າຍ ຄືກຽນແຕ່ນ້ອຍກວ່າກຽນ ແລະ ບໍ່ມີຮາງເຮືອນສູງໃຊ້ແກ່ໄມ້, ບາງແບບມີຕີນດຽວຮາງເຮືອນເປັນອ່າງເຫຼັກ ຄ້າຍຄືຖ້ວຍໃຫຍ່ມີດ້າມຈັບ 2 ອັນ ໃຊ້ຂົນດິນ ຫຼື ຊີມັງແຫຼວ ຫຼື ວັດສະຖຸຢ່າງອື່ນ, ບາງແບບແມ່ນອອກ ແບບມາໃຫ້ໃສ່ເດັກນ້ອຍ, ບາງແນວອອກແບບໃຫ້ໃຊ້ງານແນວອື່ນ. ຕີນກຽນ ຫຼື ຕີນລົດ. (2. ຄໍາກິລິຍາ) ຊວນໃຫ້ຫຼົງໄຫຼ, ຫຼອກລວງ, ອ່ອຍ, ເຍົ້າໃຫ້ປວດໃຫ້ຫຼົງ. ຫັນໄປມາເພື່ອໃຫ້ກົມ ຫຼື ມົນ, ເອົາຂອງແຂ້ນ ແຕ່ອ່ອນຫັນໄປມາເພື່ອໃຫ້ກົມ.

ຕົວ­ຢ່າງ: 

  • ລໍ້ຍູ້ ເພື່ອແກ່ເຄື່ອງແມ່ນມີ 2 ຕີນ ແລະ ຮ່າງເຮືອນແມ່ນເຮັດດ້ວຍໄມ້. ແຕ່ລໍ້ຍູ້ ເພື່ອແກ່ດິນ ສ່ວນໃຫຍ່ແມ່ນມີຕີນດຽວ ຮ່າງເຮືອເປັນເຫຼັກ ເພື່ອບໍ່ໃຫ້ດິນຕົກອອກ.
  • ລໍ້ລົດຍີ່ຫໍ້ດັງ ແລະ ມີຄົນນິຍົມໃຊ້ຫຼາຍແມ່ນຍີ່ຫໍ້ Bridgestone ຊຶ່ງສ້າງຕັ້ງຂຶ້ນຢູ່ປະເທດຍີ່ປຸ່ນ ປະຈຸບັນແມ່ນດັ່ງທົ່ວໂລກ.
  • ແມ່ເດັກນ້ອຍເອົາເຂົ້າໜົມລໍ້ລູກລາວ ເພື່ອຍົວະໃຫ້ໄປນໍາພໍ່ສ່ວນລາວແມ່ນຈະຢູ່ເຮືອນແບບສະ ບາຍ.
  • ການເຮັດເສັ້ນໝີ່ແມ່ນເອົາແປ້ງມານວດ ແລະ ລໍ້ໄປລໍ້ມາຫຼາຍຫຼົບຫຼາຍຕ່າງ ເພື່ອໃຫ້ແປ້ງນຸ້ມ ແລະ ໜຽວດີ ເວລາໄປເຮັດເສັ້ນຈິ່ງແຊບ.
  • ສະໄໝກ່ອນການລໍ້ຝ້າຍ ເພື່ອເຂັນໃຫ້ເປັນເສັ້ນ ແມ່ນເມື່ອຍພໍສົມຄວນ ດັ່ງນັ້ນຈິ່ງໄດ້ມີການຄົ້ນຄິດ ປະດິດສ້າງເຄື່ອງຈັກມາຊ່ວຍໃນການຜະລິດໃຫ້ງ່າຍຂຶ້ນ.

ສະຫຼຸບ.

ຄໍາວ່າ “ລໍ້” ໝາຍເຖິງພາຫະນະແນວນຶ່ງມີຫຼາຍແບບຂຶ້ນກັບການໃຊ້ວຽກ, ໝາຍເຖິງລໍ້ລົດ (ຕີນລົດ), ລໍ້ ຍົນ (ຕີນຍົນ), ລໍ້ກຽນ (ຕີນກຽນ), ໝາຍເຖິງການຊວນໃຫ້ຫຼົງໄຫຼ ຫຼື ຫຼອກລໍ້ໃຫ້ເຊື່ອ, ໝາຍເຖິງການ ກິ້ງໄປກິ້ງມາ ຫຼື ຫັນໄປຫັນມາເພື່ອໃຫ້ກົມ ຫຼື ມົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo