ຄໍາວ່າ “ຮຽນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຮຽນ” ມີຄວາມໝາຍແນວໃດ?

ຄໍາວ່າ “ຮຽນ” ໝາຍເຖິງການຮຽນຮູ້ ຫຼື ການສຶກສາເສາະຫາຄວາມຮູ້ຈາກຄົນອື່ນ ຫຼື ຈາກທໍາມະຊາດ, ດັ່ງ ສັດສາວາສິ່ງ ແລະ ອື່ນໆ ຊຶ່ງເປັນການຈື່ໄວ້ດ້ວຍຮູບແບບຕ່າງໆ ແລ້ວນໍາມາປະຕິບັດ ຫຼື ນໍາມາ ຖ່າຍທອດ ຫຼື ສອນ ໃຫ້ສິ່ງທີ່ຮຽນມາແກ່ຄົນອື່ນ. ສໍາລັບຄົນທີ່ຮຽນ ແລະ ນໍາມາປະຕິບັດຈົນຊໍານານ ເອີ້ນ ຊ່ຽວຊານ, ຖ້າຜູ້ຮຽນປະຕິບັດຍັງບໍ່ຊໍານານເອີ້ນ ຝຶກງານ. ຮຽນມີຫຼາກຫຼາຍວິທີ ດັ່ງ ຮຽນຢູ່ໂຮງຮຽນ, ຮຽນ ດ້ວຍຕົວເອງ ອື່ນໆ. “ຮຽນ” ກົງກັນຂ້າມກັບ “ບອກ, ສອນ”.

ນອກຈາກນີ້, “ຮຽນ” ຍັງແມ່ນຄໍາກ່າວຂຶ້ນຕົ້ນເວລາທີ່ຈະບອກໃຫ້ຜູ້ໃຫຍ່ ຫຼື ຜູ້ທີ່ອາວຸໂສກວ່າ ໃຫ້ຮູ້ຄວາມ ປະສົງຂອງຕົນ ຊຶ່ງເຮົາຈະເຫັນໄດ້ໃນການກ່າວຢູ່ກອງປະຊຸມ ຫຼື ງານທາງລັດຖະການຕ່າງໆ ເຊັ່ນ: ຮຽນ ທ່ານ ປະທານປະເທດ, ຮຽນທ່ານນາຍົກ, ຮຽນທ່ານລັດຖະມົນຕີ, ຮຽນທ່ານເຈົ້າແຂວງ, ຮຽນທ່ານເຈົ້າ ເມືອງ, ຮຽນທ່ານເລຂາພັກ, ຮຽນຄະນະພັກ, ຮຽນບັນດາທ່ານທີ່ມີກຽດ, ຮຽນແຂກທີ່ນັບຖື ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຮຽນ”.

“ຮຽນ” (1. ຄໍາກິລິຍາ) ຈື່ເອົາຄວາມຮູ້ ຫຼື ວິຊາຈາກຄູ, ບອກໃຫ້ຜູ້ໃຫຍ່ຮູ້ຄວາມປະສົງຂອງຕົນ, ໄຫວ້ສາ.

ຕົວຢ່າງ:

  • ຕອນຍັງນ້ອຍວິຊາທີ່ຮຽນຍາກແມ່ນວິຊາເລກຄະນິດ ແຕ່ຂ້ອຍກະມັກຮຽນເພາະມັນທ້າທາຍດີ ແລະ ຕ້ອງຮູ້ວິທີ ແລະ ຈື່ໄດ້ຈິ່ງເກັ່ງ.
  • ໃນກອງປະຊຸມ ກ່ອນທ່ານຜູ້ອໍານວຍການ ລາຍງານຜົນການຈັດຕັ້ງປະຕິບັດວຽກ ທ່ານໄດ້ກ່າວວ່າ “ຮຽນ ທ່ານ ລັດຖະມົນຕີ…….”.

ສະຫຼຸບ.

ຄໍາວ່າ “ຮຽນ” ແມ່ນການສະແຫວງຫາຄວາມຮູ້, ປະສົບປະການ ຫຼື ສິ່ງໃໝ່ໆ ທີ່ຕົນບໍ່ຮູ້ ດ້ວຍການສຶກສາ ເສາະຫາຄວາມຮູ້ຈາກທໍາມະຊາດ, ຈາກບຸກຄົນອື່ນໃນສິ່ງທີ່ຕົນຢາກໄດ້ ຫຼື ຕ້ອງການຮຽນ. “ຮຽນ” ກົງກັນ ຂ້າມກັບ “ບອກ ຫຼື ສອນ”. ນອກຈາກນີ້, “ຮຽນ” ຍັງໃຊ້ເປັນຄໍາກ່າວຂຶ້ນຕົ້ນທີ່ໃຊ້ໃນກອງປະຊຸມ ຫຼື ເວລາ ທີ່ຈະບອກໃຫ້ຜູ້ໃຫຍ່ ຫຼື ຜູ້ທີ່ອາວຸໂສກວ່າໃຫ້ຮູ້ຄວາມປະສົງຂອງຕົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo