ຄໍາວ່າ “ທາງ” ແລະ “ຖະໜົນ” ມີຄວາມໝາຍຄືກັນ ແຕກຕ່າງກັນແນວໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ທາງ” ແລະ “ຖະໜົນ”

ຄໍາວ່າ “ທາງ” ແລະ “ຖະໜົນ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ຊຶ່ງລາຍລະອຽດມີດັ່ງລຸ່ມນີ້:

ຄໍາວ່າ “ທາງ” ມີຄວາມໝາຍຄືກັນກັບຖະໜົນ ຊຶ່ງໝາຍເຖິງແຖວ ຫຼື ປ່ອງ ທີ່ໃຊ້ທຽວໄປທຽວມາຂອງຄົນ ດ້ວຍ ການຍ່າງ, ດ້ວຍພາຫະນະຍານຍົນຕ່າງໆ ຫຼື ການທຽວໄປມາຂອງສັດອີກດ້ວຍ. ທາງທີ່ຄົນໃຊ້ໃນທຸກວັນນີ້ໄດ້ມີ ການແບ່ງເປັນທາງບົກ, ທາງນໍ້າ, ທາງອາກາດ ເປັນຕົ້ນ ແລະ ມີການໃສ່ຊື່ເສັ້ນທາງ ເພື່ອສະດວກໃນການຈື່ ເຊັ່ນ: ທາງຫຼວງແຫ່ງຊາດເລກ 13, ທາງ AHA 131, ທາງລົດໄຟລາວ-ຈີນ ເປັນຕົ້ນ.

ຄໍາວ່າ “ຖະໜົນ” ມີຄວາມໝາຍຄືກັນກັບ “ທາງ” ແລະ ຄົນເຮົາມັກພາກັນເອີ້ນທັງສອງຢ່າງພ້ອມກັນດັ່ງ ຖະໜົນ ຫົນທາງ ຊຶ່ງໝາຍເຖິງແຖວ ຫຼື ເສັ້ນທາງທີ່ໃຊ້ທຽວສັນຈອນໄປມາຂອງຄົນເຮົາ. ຖະໜົນຍັງຖືກຕັ້ງຊື່ຕາມຈຸພິເສດ ຫຼື ຊື່ຂອງບຸກຄົນສໍາຄັນຂອງປະເທດໃດນຶ່ງ ປຽບສະເໝືອນເລກປະຈໍາໃຫ້ຈື່ ແລະ ຮູ້ວ່າຢູ່ໃສ ເຊັ່ນ: ຖະໜົນຟ້າ ງຸ່ມ, ຖະໜົນສາມ ແສນໄທ, ຖະໜົນໄກສອນ, ຖະໜົນອາຊຽນ ແລະ ອື່ນໆ. ນອກຈາກນັ້ນ, ຍັງມີຖະໜົນຄົນ ເດີນ, ຖະໜົນເຂົ້າສານ, ຖະໜົນແຄມຂອງ ແລະ ອື່ນໆ. ແຕ່ຖ້າເສັ້ນທາງຊີວິດ ຫຼື ຖະໜົນຊີວິດໝາຍເຖິງ ການຜ່ານປະສົບປະການຕ່າງໆຂອງຊີວິດໃຜຄົນນຶ່ງ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າທາງ”.

“ທາງ” (1. ຄໍານາມ) ຖະໜົນ, ແຖວ, ປ່ອງ, ບ່ອນທຽວໄປມາ. ວິທີ. ຝ່າຍ. ທາງການແມ່ນແນວປະຕິບັດການ.

ຕົວຢ່າງ:

  • ທາງລົດໄຟລາວ-ຈີນ ໃຊ້ເວລາກໍ່ສ້າງເຖິງ 5 ປີ ແລະ ໃຊ້ທຶນກ້ອນໃຫຍ່ ເພື່ອລົງທຶນ ແຕ່ກໍ່ສ້າງຄວາມ ສະດວກໃຫ້ແກ່ການເດີນທາງໄປມາ ສາມາດປະຫຍັດເວລາໃນການເດີນທາງໄດ້ຢ່າງດີ.
  • ທາງ 13 ໃຕ້ ພວມໄດ້ຮັບການຂະຫຍາຍໃຫ້ກວ້າງຂຶ້ນກວ່າເກົ່າ ເພື່ອໃຫ້ສະດວກສະບາຍໃນການສັນ ຈອນໃນຕໍ່ໜ້າ.

ຄວາມໝາຍຄຳວ່າຖະໜົນ”.

“ຖະໜົນ” (1. ຄໍານາມ) ຫົນທາງ, ທາງ.

ຕົວຢ່າງ:

  • ໃນຊ່ວງເທດສະການ ແລະ ວັນສໍາຄັນຕ່າງໆ ບັນດາຖະໜົນໃນເມືອງແມ່ນຖືກຕົບແຕ່ງດ້ວຍໄຟແສງສີໃຫ້ ຮຸ່ງ ແລະ ສວຍງາມສະດຸດຕາ.
  • ຖະໜົນເຈົ້າຟ້າງຸ່ມໃນນະຄອນຫຼວງວຽງຈັນ ແມ່ນສ້າງຂຶ້ນຕາມຊື່ຂອງເຈົ້າຟ້າງຸ່ມກະສັດອົງທໍາອີດຂອງອາ ນາຈັກລ້ານຊ້າງ.

ສະຫຼຸບ.

ຄໍາວ່າ “ທາງ” ແລະ “ຖະໜົນ” ມີການອອກສຽງຕ່າງກັນ ແຕ່ມີຄວາມໝາຍຄືກັນ ໝາຍເຖິງແຖວ, ແລວ ຫຼື ປ່ອງ ທີ່ຄົນເຮົາສ້າງຂຶ້ນມາເພື່ອໃຊ້ສັນຈອນໄປມາດ້ວຍການຍ່າງ, ພາຫະນະຍານຍົນຕ່າງໆ ແລະ ຍັງໝາຍເຖິງແລວ ຂອງນໍ້າໄຫຼ ຫຼື ຢ່າງອື່ນທີ່ເກີດຂຶ້ນຕາມທໍາມະຊາດອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo