ຄໍາວ່າ “ຈິງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຈິງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຈິງ” ແມ່ນຊື່ພືດຢ່າງນຶ່ງມີໃບໃຫຍ່ບານອອກ ແລະ ມີກ້ານຄ້າຍຄືກັນກັບຕົ້ນບອນ ແຕ່ມີເນື້ອໃຍ ໜຽວກວ່າ ເອີ້ນ ຕອງຈິງ ແລະ ມັກເກີດຢູ່ຕາມຮ່ອງຫ້ວຍ, ຕາມຫ້ວຍຢູ່ພູອີກດ້ວຍ. ຄົນເຮົານິຍົມນໍາ ເອົາໃບຕອງຈິງມາຫໍ່ເຂົ້າຕົ້ມ ແລະ ເວລາສຸກມີກີ່ນຫອມດີ. ໃນຫັດຖະກໍາຈັກສານ ຕົ້ນຕອງຈິງຖືກນໍາມາ ແປຮູບ ແລະ ສານເປັນສາດ ຕາມພູມປັນຍາພື້ນບ້ານ ຊຶ່ງພົບເຫັນຫຼາຍໂດຍສະເພາະແມ່ນກຸ່ມຄົນກືມມຸ.

ນອກຈາກນີ້, “ຈິງ” ຍັງໝາຍເຖິງຄວາມເປັນຈິງບໍ່ແມ່ນຢ່າງອື່ນ ເປັນສິ່ງທີ່ເກີດຂຶ້ນແລ້ວ ແລະ ແມ່ນສິ່ງທີ່ ເປັນແທ້, ແມ່ນແທ້, ຂອງແທ້ບໍ່ຕົວະ ບໍ່ແມ່ນຂອງປອມ ເປັນຕົ້ນ ມີຢູ່ຈິງ, ຂອງຈິງ, ຕົວຈິງ. “ຈິງ” ຍັງ ໝາຍເຖິງບໍ່ຂີ້ຕົວະຫຼອກລວງ ດັ່ງ ຈິງໃຈ, ທໍາຈິງ, ຮູ້ຈິງ, ເຮັດຈິງ. ແຕ່ຖ້າຈິງຈັງແມ່ນການເຮັດເອົາແທ້ ເອົາວ່າ. “ຈິງ” ກົງກັນຂ້າມກັບ “ຕົວະ, ຂີ້ຕົວະ, ຫຼອກລວງ”

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຈິງ”.

“ຈິງ” (1. ຄໍານາມ) ຕອງຈິງ ຊື່ໄມ້ພຸ່ມແນວນຶ່ງເກີດຢູ່ຕາມຫ້ວຍ. (2. ຄໍາກິລິຍາວິເສດ) ແມ່ນ, ແທ້, ບໍ່ເປັນຢ່າງອື່ນ.

ຕົວຢ່າງ:

  • ມືວານນີ້ຕອນຄໍ່າ ຕົ້ມເຂົ້າຕົ້ມຕອງຈິງໃສ້ຊີ້ນໝູໝົດຄືນຈົນສຸກ, ເມື່ອນໍາມາໄຂອອກກີ່ນຫອມໜ້າ ກິນຄຸ້ມຄ່າ.
  • ໃນຄວາມເປັນຈິງ ທຸກວັນນີ້ໂລກເຮົານັບມື້ນັບອຸນຫະພູມສູງຂຶ້ນ ເຮັດໃຫ້ນໍ້າກ້ອນຢູ່ຂົ້ວໂລກເໜືອ ເລີ່ມເປື່ອຍຫຼາຍ.
  • ອາຈານເປັນຄົນຈິງໃຈ ເພາະສອນໜັງສືໃຫ້ລູກສິດຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອໃຫ້ນັກຮຽນເປັນຄົນ ເກັ່ງ ແລະ ເປັນຄົນດີຂອງສັງຄົມ.

ສະຫຼຸບ.

ຄໍາວ່າ “ຈິງ” ແມ່ນຊື່ຕົ້ນຕອງຈິງ ຊຶ່ງເປັນພືດຢ່າງນຶ່ງມີໃບໃຫຍ່ເນື້ອໃຍໜຽວກວ່າໃຊ້ຫໍ່ເຂົ້າຕົ້ມ ແລະ ໃຊ້ຕົ້ນຕອງມາສານເຮັດສາດ. ນອກຈາກນີ້, “ຈິງ” ຍັງແມ່ນຄວາມເປັນຈິງ, ເຫດການຈິງບໍ່ແມ່ນຢ່າງອື່ນ ເປັນສິ່ງທີ່ເກີດຂຶ້ນແລ້ວ. “ຈິງ” ຍັງໝາຍເຖິງຈິງໃຈບໍ່ຂີ້ຕົວະຫຼອກລວງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo