ຄໍາວ່າ “ຕອນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ຕອນ

DooDiDo

ອະທິບາຍຄໍາວ່າ “ຕອນ” ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ຕອນ” ໝາຍເຖິງ​ເປັນ​ທ່ອນ, ເປັນ​ໄລ​ຍະ​ໄລ​ຍະ ເຊັ່ນ​ວ່າ: ສາກ​ໜັງ ຫລື ລະ​ຄອນ​ທີ່​ເປັນ​ຕອນໆ​ໄປ, ແລະ ຍັງ​ໝາຍ​ເຖິງ​ຫົວ​ໜ່ວຍ​ອີກ, ດັ່ງ​ທີ່​ເຮົາ​ໄດ້​ພົບ​ເຫັນ​ກັນ​ເລື້ອຍໆ ແລະ ໄດ້​ເວົ້າ​ກັນ​ມາ​ຢູ່​ຕະ​ຫລອດ ບໍ່​ວ່າ​ຈະ​ຢູ່​ໃນ​ເຟ​ສ​ບຸກ ຫລື ສື່​ອອນ​ລາຍອື່ນໆ, ການ​ຂາຍ​ດີນ ກໍ​ນັບ​ກັນ​ເປັນ​ຕອນໆ, ຕອນ​ລະ​ຈັກ​ແມັດ​ກາ​ເລ​, ມີ​ດີນ​ເທົ່າ​ນັ້ນ​ເທົ່າ​ນີ້​ຕອນ, ບໍ່​ພຽງ​ແຕ່​ເທົ່າ​ນີ້ ໃນ​ການ​ຂຽນ​ຂ່າວ​ຂຽນ​ບົດ​ຄວາມ​ກໍ​ຄື​ກັນ​ກໍ​ຈະ​ມີ​ເປັນ​ວັກ​ເປັນ​ຕອນ​ໃນ​ການ​ຂຽນ​ເພື່ອ​ໃຫ້​ເຂົ້າ​ໃຈ​ແຈ້ງ​ໃນ​ແຕ່​ລະ​ການ​ຂຽນ​ບົດ​ຄວາມ.

ນອກຈາກນີ້, “ຕອນ” ຍັງ​ໝາຍ​ເຖິງ​ການ​ຜ່າ​ຕັດ​ເຮັດ​ໝັນ ການ​ແບ່ງ​ຕັດ​ເປັນ​ຕອນໆ, ໝາຍ​ເຖິງ​ການແບ່ງ, ຕັດ, ເຮັດຍອດ ຫຼື ງ່າໄມ້ໃຫ້ແຕກແໜງ ເອີ້ນຕອນ ເຊັ່ນຕອນຢາ, ຕອນຕົ້ນໄມ້. ການ​ຂ້າ​ຕັດ​ຕອນ​ໃນ​ຄະ​ດີ​ອາດ​ຊະ​ຍາ​ກຳ, ການຜ່າຕັດອະໄວຍະວະສືບພັນສ່ວນໜຶ່ງຂອງຄົນ ແລະ ສັດ ເພື່ອບໍ່ໃຫ້ມີລູກ ເອີ້ນຕອນ ເຊັ່ນ ຕອນຄົນ ຕອນງົວ ຕອນຄວາຍ ຕອນໝູ ເປັນຕົ້ນ.

SA Game ຕອນ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ຕອນ”.

  • ນ. ທ່ອນ, ຕ່ອນ, ໄລຍະ, ວັກ, ໝວດ.
  • ກ. ແບ່ງ, ຕັດ, ເຮັດຍອດ ຫຼື ງ່າໄມ້ໃຫ້ແຕກແໜງ ເອີ້ນຕອນ ເຊັ່ນຕອນຢາ, ຕອນຕົ້ນໄມ້. ຜ່າຕັດອະໄວຍະວະສືບພັນສ່ວນໜຶ່ງຂອງຄົນ ແລະ ສັດ ເພື່ອບໍ່ໃຫ້ມີລູກ ເອີ້ນຕອນ ເຊັ່ນ ຕອນຄົນ ຕອນງົວ ຕອນຄວາຍ ຕອນໝູ ເປັນຕົ້ນ.

ຕົວຢ່າງ:

  • ໃນແຕ່ລະມື້, ແມ່ຄ້າຂາຍຕອນງົວຢູ່ຕະຫຼາດລາວ ສາມາດຂາຍຕອນໄດ້ຫຼາຍສິບກິໂລ ແລະ ມີກໍາໄລ ເປັນກອບເປັນກໍາ.
  • ໃນທະວີບອາຟາລິກາ ເສືອລ່າກວາງເປັນໆ ເພື່ອກິນຕອນ. ນອກຈາກກກເສືອແລ້ວຍັງມີສິງ, ອະຮີຍາ, ແຂ້ ແລະ ຫຼາຍແນວທີ່ກິນຕອນ.
  • ຊາວຍີ່ປຸ່ນ ມັກບໍລິໂພກຕອນປາດີບເປັນອາຫານ ເພາະມີທະເລອ້ອມປະເທດ ເຮັດໃຫ້ສະດວກໃນການຈັບປາຈັບປູ.

ສະຫຼຸບ.

ຄໍາວ່າຕອນ ໝາຍເຖິງ​ເປັນ​ທ່ອນ, ເປັນ​ໄລ​ຍະ​ໄລ​ຍະ ແລະ ຍັງ​ໝາຍ​ເຖິງ​ຫົວ​ໜ່ວຍ​ອີກ, ການ​ຂຽນ​ຂ່າວ​ຂຽນ​ບົດ​ຄວາມ​ກໍ​ຄື​ກັນ​ກໍ​ຈະ​ມີ​ເປັນ​ວັກ​ເປັນ​ຕອນ​ໃນ​ການ​ຂຽນ​ເພື່ອ​ໃຫ້​ເຂົ້າ​ໃຈ​ແຈ້ງ​ໃນ​ແຕ່​ລະ​ການ​ຂຽນ​ບົດ​ຄວາມ. “ຕອນ” ຍັງ​ໝາຍເຖິງ ແບ່ງ, ຕັດ, ເຮັດຍອດ ຫຼື ງ່າໄມ້ໃຫ້ແຕກແໜງ ເອີ້ນຕອນ, ການຜ່າຕັດອະໄວຍະວະສືບພັນສ່ວນໜຶ່ງຂອງຄົນ ແລະ ສັດ ເພື່ອບໍ່ໃຫ້ມີລູກ ເອີ້ນຕອນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ