ຄໍາວ່າ “ຮີບຮ້ອນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຮີບຮ້ອນ” ມີຄວາມໝາຍແນວໃດ?

ຄໍາວ່າ “ຮີບຮ້ອນ” ໝາຍເຖິງຟ້າວຟັ່ງໃນການເລັ່ງເຮັດສິ່ງໃດສິ່ງນຶ່ງ ຊຶ່ງອາດຈະເປັນຍ້ອນຢາກໃຫ້ທັນແຜນການທີ່ວາງໄວ້, ທັນຄາດໝາຍ, ທັນການ ຫຼື ທັນລະດູການ ເຊັ່ນ: ຮີບຮ້ອນຍ່າງໄວໆ ໃຫ້ຮອດຮົ່ມ ເພາະແດດແຮງຫຼາຍ, ຮີບຮ້ອນເຮັດວຽກໃຫ້ແລ້ວກ່ອນຫົວໜ້າມາກວດ, ຮີບຮ້ອນກິນໄວໆ ແລ້ວຟ້າວໄປເຮັດວຽກຕໍ່, ຮີບຮ້ອນຕົກກ້າ ເພາະໃກ້ລະດູຝົນ ຢ້ານກ້າບໍ່ໃຫຍ່ ແລະ ບໍ່ທັນປູກເຂົ້າຕາມລະດູການ ເປັນຕົ້ນ. ຄໍາວ່າ “ຮີບຮ້ອນ” ກົງ ກັນຂ້າມກັບ ຄໍາວ່າ “ໃຈເຢັນ, ຄ່ອຍເຮັດຄ່ອຍໄປ, ຊ້າໆ”.

“ຮີບຮ້ອນ” ແມ່ນການເລັ່ງກັນເຮັດວຽກໃຫ້ທັນກັບແຜນ ຊຶ່ງຜ່ານມາອາດເຮັດລ້າຊ້າ ເພາະຫຼາຍສາເຫດ ດັ່ງ ພັກຫຼາຍ, ມີອຸປະສັກຈາກດິນຟ້າອາກາດ, ການຈັດຫາບໍ່ໄດ້ຕາມເປົ້າ, ຂາດແຮງງານ ດັ່ງນັ້ນ ຈິ່ງຮີບຮ້ອນເລັ່ງເຮັດ ຖ້າຂາດແຮງງານກໍຮີບຮ້ອນຊອກຫາ, ຖ້າຂາດທຶນກໍຮີບຮ້ອນຊອກກູ້, ຖ້າບໍ່ມີວັດສະດຸກໍຮີບຮ້ອນຊື້ ຖ້າບໍ່ດັ່ງນັ້ນວຽກກໍບໍ່ສໍາເຮັດ ເຖິງຈະຮີບຮ້ອນປານໃດກໍພັງໄດ້. ແຕ່ໃນຄວາມຮີບຮ້ອນແມ່ນໃຫ້ລະ ວັງດີໆ ເພາະມັກເຮັດໃຫ້ເກີດຂໍ້ຜິດພາດໃດ້.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຮີບຮ້ອນ”.

“ຮີບຮ້ອນ” (1. ຄໍາກິລິຍາ) ຟ້າວໄປ, ໄປຢ່າງໄວວາ, ຟ້າວແຮງ ດັ່ງວ່າ “ບາກໍຈັດຮີບຮ້ອນຄໍາເຄັ່ງໃສແສງ ນາງກໍ ກົວຕາຍຜັນແຜ່ນສະໄບມາບີ້ງ”.

ຕົວຢ່າງ:

  • ພໍຮອດເດືອນ 5 ສາກົນ ຊາວນາຮີບຮ້ອນຕົກກ້າ (ຫວ່ານກ້າ) ເພື່ອໃຫ້ໄດ້ກ້າທັນປູກເຂົ້າຕາມລະ ດູການ, ຖ້າຊ້າຝົນອາດເຊົາຕົກກ່ອນ.
  • ຫົວໜ້າບໍລິສັດກໍສ້າງ ສັ່ງໃຫ້ລູກນ້ອງຮີບຮ້ອນເລັ່ງມືກໍ່ສ້າງໃຫ້ສໍາເລັດຕາມແຜນການ ເພາະຊັກຊ້າ ຫຼາຍຍ້ອນພະຍຸເຂົ້າຫຼາຍມື້.
  • ລົດສຸກເສີນເປີດໄຟຂໍທາງ ແລະ ບີບແກ ເພື່ອຂໍພື້ນທີ່ຈາລະຈອນ ເພາະຮີບຮ້ອນເອົາຄົນເຈັບໜັກໄປສົ່ງຢູ່ໂຮງໝໍ.

ສະຫຼຸບ.

ຄໍາວ່າ “ຮີບຮ້ອນ” ແມ່ນຄວາມຟ້າວຄວາມຟັ່ງ ເຮັດຢ່າງໃດຢ່າງນຶ່ງ ເພື່ອໃຫ້ເປັນໄປຕາມແຜນການ, ເພື່ອໃຫ້ທັນສະພາບການ, ເພື່ອໃຫ້ສາມາດຫຼີກລ່ຽງຄວາມເສຍຫາຍ, ເພື່ອບໍ່ໃຫ້ເກີດອັນຕະລາຍ. ຄໍາວ່າ “ຮີບຮ້ອນ” ກົງ ກັນຂ້າມກັບ ຄໍາວ່າ “ໃຈເຢັນ, ຄ່ອຍເຮັດຄ່ອຍໄປ, ຊ້າໆ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo