ຄໍາວ່າ “ມ່ວນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ມ່ວນ” ມີຄວາມໝາຍແນວໃດ?

ຄໍາວ່າ “ມ່ວນ” ຫຼື ມ່ວນຊື່ນ ໝາຍເຖິງອາລົມຢ່າງນຶ່ງຂອງຄົນ ແລະ ສັດ ຊຶ່ງເຮັດໃຫ້ຈິດໃຈເບີກບານ (ເບີກບານມ່ວນຊື່ນ ກໍວ່າ) ແລະ ມີຄວາມສຸກ. ມ່ວນເກີດຂຶ້ນຍ້ອນຫຼາຍສາເຫດແຕກຕ່າງກັນອອກໄປ ແຕ່ໂດຍລວມແມ່ນຍ້ອນໄດ້ຮັບຄວາມພໍໃຈ ຜ່ານການຮັບຮູ້ຂອງປະສາດສໍາພັດທັງ 5 ຂອງຄົນ ດັ່ງ ຫູໄດ້ຟັງແນວມ່ວນ, ຕາໄດ້ເບີ່ງແນວ ດີແນວງາມ, ລີ້ນໄດ້ຊີມລົດຊາດແຊບ, ດັງໄດ້ດົມກີ່ນຫອມຫວນ, ຜິວໜັງໄດ້ສໍາພັດກັບສິ່ງທີ່ດີ ຫຼື ນຸ້ມນວນ. ຄໍາວ່າ “ມ່ວນ” ກົງກັນຂ້າມກັບ ຄໍາວ່າ “ໂສກເສົ້າ, ເຫງົາ”.

“ຄວາມມ່ວນ” ຫຼື ມ່ວນຊຶ່ນ ແມ່ນເກີດຈາກຄວາມພໍໃຈ ແລະ ອາລົມດີ ເຮັດໃຫ້ຄົນເຮົາສາມາດມີພະລັງ ຫຼື ດໍາເນີນງານຕໍ່ຢ່າງບໍ່ຮູ້ອິດເມື່ອຍ ເຊັ່ນ: ຟັງເພັງມ່ວນໆ, ເຮັດວຽກແບບມ່ວນໆ, ຊຸມແຊວດ້ວຍຄວາມມ່ວນ ເປັນຕົ້ນ. ມ່ວນແມ່ນມີຄວາມແຕກຕ່າງກັນໄປ ບາງທີອາດມ່ວນຫຼາຍ, ບາງທີ່ອາດມ່ວນທໍາມະດາ ແລະ ບາງເທື່ອອາດມ່ວນນ້ອຍ ແຕ່ທັງໝົດນັ້ນແມ່ນຜົນມາຈາກການຮັບຮູ້ຂອງປະສໍາພັດທັງ 5 ວ່າມີໜ້ອຍຫຼາຍພຽງໃດ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າມ່ວນ”.

“ມ່ວນ” (1. ຄໍາກິລິຍາວິເສດ) ສະໜຸກ, ສະບາຍ, ຊື່ນບານໃຈ.

ຕົວຢ່າງ:

  • ໃນງານແຕ່ງດອງ ເຈົ້າບ່າວ ແລະ ເຈົ້າສາວ ໄດ້ນໍາພາແຂກມ່ວນເຕັມທີ ດ້ວຍການລ້ຽງເຂົ້າລ້ຽງ ນໍ້າ ດ້ວຍຂອງກິນແຊບໆ ແລະ ພາມ່ວນດ້ວຍການຟ້ອນ, ເຕັ້ນ ແລະ ຮ້ອງເພັງ.
  • ທ້າວ ສາ ເບີ່ງລາຍການຕະຫຼົກ ດ້ວຍຄວາມມ່ວນຊື່ນຫຼາຍ ແລະ ຫົວສະອີກສະອ້ອຍ ຈົນຄາງແຂງ ແລະ ໝົດແຮງ.

ສະຫຼຸບ.

ຄໍາວ່າ “ມ່ວນ” ແມ່ນຄວາມເບີກບານ ສໍາລານຫົວໃຈ (ມ່ວນຊື່ນ ກໍວ່າ) ຊຶ່ງແມ່ນຄວາມພໍໃຈຂອງຄົນເຮົາ ຕໍ່ກັບສິ່ງໃດນຶ່ງ ຜ່ານການຮັບຮູ້ຜ່ານປະສາດສໍາພັດທັງ 5 ຂອງຄົນ. ຄໍາວ່າ “ມ່ວນ” ກົງກັນຂ້າມກັບ ຄໍາວ່າ “ໂສກເສົ້າ, ເຫງົາ”. “ມ່ວນ” ແມ່ນແຕກຕ່າງກັນໄປຫຼາຍລະດັບຂຶ້ນກັບຄວາມພໍໃຈ ດັ່ງ ມ່ວນຫຼາຍ,ມ່ວນທໍາມະດາ ແລະ ມ່ວນນ້ອຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo