ຄໍາວ່າ “ອາຍຸ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອາຍຸ” ມີຄວາມໝາຍແນວໃດ?

ຄໍາວ່າ “ອາຍຸ” ໝາຍເຖິງເວລາທີ່ມີຊີວິດຂອງຄົນ, ສັດນັບຕັ້ງແຕ່ເກີດຈົນເຖິງສິ້ນສຸດຊີວິດ (ຕາຍ ຫຼື ໝົດອາຍຸ). ອາຍຸຂອງຄົນເຮົາແຕກຕ່າງກັນໄປ ແລະ ບໍ່ຮູ້ເວລາແນ່ນອນວ່າ ຈະອາຍຸສັ້ນ, ຈະອາຍຸຍື່ນ (ອາຍຸຍາວ) ສໍາໃດ ເພາະຄວາມຕາຍແຂນຄໍທຸກບາດຍ່າງ. ປັດໃຈທີ່ເຮັດໃຫ້ອາຍຸສັ້ນຍາວແຕກຕ່າງກັນແມ່ນມີຫຼາຍປັດໃຈກ່ຽວຂ້ອງ ໂດຍສະເພາະແມ່ນສະພາບແວດລ້ອມການເປັນຢູ່ຕ່າງໆ ເຊັ່ນ: ອາຫານການກິນ, ການອອກແຮງານ, ສະພາບອາກາດ ແລະ ອື່ນໆ.

“ອາຍຸ” ນອກຈາກໃຊ້ນັບເວລາຊີວິດຂອງຄົນ ແລະ ສັດ ແລ້ວຍັງໃຊ້ກັບວັດຖຸສິ່ງຂອງ ແລະ ສິ່ງປະດິດຂອງຄົນ ເຊັ່ນ: ອາຍຸການນໍາໃຊ້ລົດ, ອາຍຸການນໍາໃຊ້ກົນຈັກ, ອາຍຸຜະລິດຕະພັນອາຫານ, ອາຍຸເຄື່ອງ ພີມໜັງສື, ອາຍຸເຄື່ອງພີມ, ອາຍຸໂທລະສັບມືຖື, ອາຍຸໂມງ, ອາຍຸຕຶກອາຄານ, ອາຍຸສະຖານນີອາວະກາດ, ອາຍຸອານາຈັກໃດນຶ່ງ, ອາຍຸປະເທດໃດນຶ່ງ ເປັນຕົ້ນ. ແຕ່ຖ້າອາຍຸວັດທະນະແມ່ນຄວາມຈະເລີນອາຍຸ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອາຍຸ”.

“ອາຍຸ” (1. ຄໍານາມ) ເວລາທີ່ມີຊີວິດຢູ່, ເວລາຊົ່ວຊີວິດ. ອາຍຸໄຂ ແມ່ນການສ້ຽງອາຍຸ, ຄວາມຕາຍ, ອັດຕາກໍາກົດອາຍຸຄົນ.

ຕົວຢ່າງ:

  • ອີງຕາມການສໍາຫຼວດຂອງອົງການສະຫະປະຊາຊາດ, ໂດຍສະເລ່ຍຄົນຍີ່ປຸ່ນແມ່ນມີອາຍຸຍືນອັນດັບຕົ້ນໆຂອງໂລກ ເພາະອາຫານການກິນ ແລະ ສະພາບແວດລ້ອມດີ.
  • ອາຍຸໃຊ້ງານຕືກອາຄານສ່ວນໃຫຍ່ແມ່ນແຕກຕ່າງກັນໄປ ຂຶ້ນກັບວັດສະດຸໃນການກໍ່ສ້າງ ບາງອາ ຄານມີອາຍຸຮອດ 100 ປີ.
  • ອາຍຸຂອງຄົນເມື່ອທຽບກັບງົວ ຫຼື ຄວາມແມ່ນອາຍຸຍືນຍາວກວ່າ ແຕ່ຖ້າທຽບກັບຊ້າງ ແລະ ເຕົ່າ ເຫັນວ່າອາຍຸຂອງຄົນສັ້ນກວ່າ.

ສະຫຼຸບ.

ຄໍາວ່າ “ອາຍຸ” ແມ່ນເວລາທີ່ເກີດຂຶ້ນໃນຊ່ວງຊີວິດຂອງຄົນ ແລະ ສັດ ໝາຍເຖິງນັບແຕ່ເກີດຈົນເຖິງຕາຍ ຊຶ່ງອາຍຸຂອງແຕ່ລະຊີວິດແມ່ນແຕກຕ່າງກັນໄປ ສັ້ນ, ຍາວ ແມ່ນເກີດຈາກມີຫຼາຍປັດໃຈທີ່ກ່ຽວຂ້ອງ ໂດຍສະເພາະແມ່ນສະພາບແວດລ້ອມການເປັນຢູ່ອ້ອມຂ້າງ. “ອາຍຸ” ຍັງໃຊ້ກັບການນັບເວລາການໃຊ້ງານ, ຄຸນນະພາຍຂອງວັດຖຸສິ່ງຂອງອາຫານການກິນຕ່າງໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo