ຄໍາວ່າ “ບີບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບີບ” ມີຄວາມໝາຍແນວໃດ?

ຄໍາວ່າ “ບີບ” ໝາຍເຖິງການເອົາເຄື່ອງຈັກ, ຫຼື ອຸປຸກອນເຄື່ອງມືທີ່ສ້າງຂຶ້ນມາ ເພື່ອບີບສະເພາະລວມ ທັງມື ຫຼື ສິ່ງຂອງໃດນຶ່ງມາໜີບ, ມາເຕັງຮັດເຂົ້າເຮັດໃຫ້ແພບບາງ ແລະ ແບນ ຫຼື ສະກັດເອົານໍ້າ ເຊັ່ນ: ບີບນໍ້າອ້ອຍ, ບີບນໍ້າມັນງາ, ບີບນໍ້າມັນປາມ, ບີບນໍ້າຜັກໜອກ, ບີບໝາກກ້ຽງ, ບີບຮໍາເພື່ອເອົານໍ້າມັນ ເປັນຕົ້ນ. “ບີບ” ຍັງໝາຍເຖິງບີບຄັ້ນ, ກົດ ຫຼື ນວດ ດັ່ງ ບີບຫຼັງ ບີບແອວ, ບີບເສັ້ນບີບເອັນ, ບີບນໍ້າ ນົມງົວ, ບີບຫົວໃຈ, ບີບຄໍ, ບີບດັງ, ບີບ ຫຼື ເກາະເຄື່ອງຈ່າຍນໍ້າມັນ ເປັນຕົ້ນ.

ນອກຈາກນີ້, “ບີບ” ຍັງໝາຍເຖິງການບີບຄັ້ນ (ບໍ່ແມ່ນບີບນວດ) ຫຼື ບີບບັງຄັບ ຊຶ່ງເປັນການຂ້ຽວເຂັນ ແລະ ຂົ່ມເຫັງໃຫ້ເຮັດ ສິ່ງໃດສິ່ງນຶ່ງໂດຍທີ່ບໍ່ຢາກເຮັດດ້ວຍວິທີ່ການຕ່າງໆ ແລ້ວແຕ່ກໍລະນີ ເຊັ່ນ: ບີບບັງຄັບໃຫ້ ເຊັນໜັງສື, ບີບ ໃຫ້ໂອນມໍລະດົກ, ບີບໃຫ້ຍອມຮັບຜິດ, ບີບໃຫ້ເຮັດຜີດກົດໝາຍ, ບີບໃຫ້ຊື້ເຄື່ອງນໍາ, ບີບ ໃຫ້ແຕ່ງງານ, ບີບໃຫ້ຂາຍໂຕ, ບີບໃຫ້ລົ້ມບານ, ບີບໃຫ້ເຮັດຊົ່ວ, ບີບໃຫ້ຮຽນໜັງສື, ບີບໃຫ້ໄປຂາຍແຮງ ງານເຖື່ອນ, ບີບ ໃຫ້ເຮັດຜິດຮີດຄອງ, ສະຖານາການບີບໃຫ້ກະທໍາຜິດ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າບີບ”.

“ບີບ” (1. ຄໍາກິລິຍາ) ໜີບ, ເອົາມື ຫຼື ຂອງແທນມືແຫຍ້ເຂົ້າສອງຂ້າງ. ກົດ, ນວດ, ຂະໜາບ. ບີບຄັ້ນ, ບັງຄັບ, ຂ້ຽວເຂັນ, ຂົ່ມເຫັງ.

ຕົວຢ່າງ:

  • ມື້ວານນີ້ ໄປຊື້ເຄື່ອງອີດອ້ອຍ ເພື່ອມາບີບນໍ້າອ້ອຍກິນເວລາຫິວ ຢູ່ຕະຫຼາດຊາງຈຽງ ລາຄາຫ້າ ແສນກີບ.
  • ໝາກກ້ຽງ 1 ກິໂລກະລາມ ມາບີບ ຫຼື ຄັ້ນເອົານໍ້າໝາກກ້ຽງສົດໄດ້ປະມານ 250 ມີນລີລິດ ຫຼື ເທົ່າກັບ ¼ ລິດ.
  • ສອງສາມອາທິດຜ່ານມາຂ້ອຍເຈັບເສັ້ນແຮງ ຈຶ່ງໄປຮ້ານນວດເສັ້ນ ເພື່ອບີບເສັ້ນໃຫ້ຄາຍ ແລະ ຄ່ອຍໆດີຂຶ້ນມາແລ້ວ.
  • ຍ້ອນລາວຕິດໜີ້ຫຼາຍ ຈິ່ງຖືກເຈົ້າໜີ້ບີບບັງຄັບໃຫ້ຂາຍດິນເຮືອນ ແລະ ສວນໃນລາຄາຖືກໃຫ້ເຈົ້າ ໜີ້.

ສະຫຼຸບ.

ຄໍາວ່າ “ບີບ” ໝາຍເຖິງການເອົາເຄື່ອງມືຕ່າງໆທີ່ມະນຸດປະດິດຂຶ້ນມາ ເພື່ອບີບ ຫຼື ສະກັດ ລວມທັງການ ເອົາມືບີບ. “ບີບ” ຍັງແມ່ນການບີບຄັ້ນ, ບີບນວດ ຫຼື ກົດລົງດ້ວຍມື ຫຼື ອຸປະກອນຢ່າງໃດຢ່າງນຶ່ງໃຫ້ເປັນ ໄປຕາມວັດຖຸປະສົງຂອງເຮົາ. ນອກນີ້, “ບີບ” ຍັງໝາຍເຖິງການບີບຄັ້ນ ແຕ່ບໍ່ແມ່ນນວດ ຊຶ່ງເປັນການບີບ ບັງຄັບຂ້ຽວເຂັນໃຫ້ເຮັດສິ່ງນຶ່ງທີ່ບໍ່ຕ້ອງການເຮັດ ດ້ວຍວິທີ່ການຕ່າງໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo