ຄໍາວ່າ “ອົບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອົບ” ມີຄວາມໝາຍແນວໃດ?

ຄໍາວ່າ “ອົບ” ໝາຍເຖິງນໍ້າອົບນໍ້າຫອມ ຊຶ່ງເປັນການສະກັດເອົາກິ່ນຫອມຈາກດອກໄມ້, ຕົ້ນໄມ້ ຫຼື ຢ່າງ ອື່ນ ເພື່ອມາດັບກິ່ນ ຫຼື ສິດ ເຊັ່ນ: ນໍ້າຫອມກິ່ນໃບເຕີຍ, ນໍ້າຫອມໄມ້ເກດສະໜາ, ນໍ້າຫອມກີ່ນດອກກຸ ຫຼາບ, ນໍ້າຫອມດອກອັນຊັນ ແລະ ອື່ນໆ. ບັນດານໍ້າຫອມເຫຼົ່ານັ້ນແມ່ນເພື່ອນໍາມາໃຊ້ດັບກີ່ນເໝັນ, ຄາວ ຫຼື ເພື່ອເຮັດໃຫ້ຫອມ ເຊັ່ນ: ນໍ້າຫອມດັບກິ່ນຕົວ, ນໍ້າຫອມດັບກິ່ນຫ້ອງນໍ້າ, ນໍ້າຫອມສີດຫ້ອງຮັບແຂກ.

ນອກຈາກນີ້, “ອົບ” ແມ່ນວິທີການເຮັດອາຫານ ຫຼື ຄົວກິນຢ່າງນຶ່ງ ແຕກຕ່າງຈາກການເຮັດເອາະເຮັດແກງ, ປີ້ງ, ຢ້າງ, ຂົ້ວ. ລາຍການທີ່ນໍາມາເຮັດອົບສ່ວນໃຫຍ່ແມ່ນສັດ (ຊີ້ນ, ດູກ, ເອັນ ແລະ ອື່ນໆ) ເຊັ່ນ: ອົບ ຫາງງົວ, ອົບຫົວຄວາຍ, ອົບໄກ່, ອົບເປັດ, ອົບກົບ, ອົບໂຕອົ້ນ, ອົບໂຕເຫງັນ ແລະ ອື່ນໆ, ອົບແມ່ນບໍ່ ມີນໍ້າຫຼາຍຄືແກງ ໂດຍທົ່ວໄປມັກໃສ່ ເຄື່ອງເທດ, ຫົວ ສີໄຄ, ຂິງ, ຂ່າ, ໝາກເຜັດ, ຜັກຫອມບົ່ວ, ຫົວກະ ທຽມ ເປັນຫຼັກ ແຕ່ຜັກຫອມແມ່ນແລ້ວແຕ່ຄົນມັກໃສ່ ລວມທັງພິກໄທ ແລະ ໝາກແຂວ່ນ. “ອົບ” ຍັງໝາຍເຖິງການເຮັດໃຫ້ຮ້ອນດ້ວຍອາຍນໍ້າ, ອົບດ້ວຍແສງແດດ, ອົບດ້ວຍຄວັນ ເຊັ່ນ: ອົບຜົມ, ອົບຢາ, ອົບຜິວ. ສ່ວນຄໍາວ່າອົບພະຍົບ ແມ່ນການ ຍົກຍ້າຍ, ອົບອຸ່ນແມ່ນບໍ່ໜາວ ແລະ ຍັງໝາຍວ່າມີຄວາມສຸກດ້ານຈິດ ໃຈ, ອົບເອົ້າ ແມ່ນອາກາດຮ້ອນ ແລະ ອັບ, ອົບຮົມ (ອົບຮົມສຶກສາ, ອົບຮົມສັ່ງສອນ, ອົບຮົມແນວຄິດ) ແມ່ນສັ່ງສອນ, ຝຶກແອບ ຫຼື ສອນໃຫ້ເຂົ້າໃຈຈົນຕິດສັນດານ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອົບ”.

“ອົບ” (1. ຄໍານາມ) ນໍ້າຫອມ ເອີ້ນນໍ້າອົບ. (2. ຄໍາກິລິຍາ) ເຮັດໃຫ້ຮ້ອນດ້ວຍຄວັນໄຟ ຫຼື ແດດ.

ຕົວຢ່າງ:

  • ໃນຫ້ອງຮັບແຂກຂອງໂຮງແຮມ 5 ດາວ ຫ້ອມດ້ວຍນໍ້າອົບນໍ້າຫອມກິ່ນດອກດາວເຮືອງ ດົມແລ້ວ ຮູ້ສຶກຜ່ອນຄາຍ.
  • ອົບຫາງງົວແກ່ຕ້ອງໃຊ້ເວລາດົນພໍສົມຄວນເພື່ອບໍ່ໃຫ້ຫຍາບ, ສ່ວນເຄື່ອງປະກອບມີສີໄຄ, ຂ່າ, ໝາກເຜັດ, ເກືອ, ແປ້ງນົວ, ໝາກແຂ່ວນ ຫຼັງຈາກປົງຈິ່ງໃສ່ຫອມບົ່ວ, ຫອມເປ, ຫອມປ້ອມ.
  • ທຸລະກິດອາບອົບນວດ ແມ່ນສາມາດສ້າງລາຍຮັບໄດ້ດີພໍສົມຄວນ ເພາະຫຼາຍຄົນມັກໄປອົບຢາ ເພື່ອໃຫ້ຜ່ອນຄາຍ.

ສະຫຼຸບ.

ຄໍາວ່າ “ອົບ” ໝາຍເຖິງນໍ້າອົບນໍ້າຫອມ ຊຶ່ງແມ່ນນໍ້າຫອມໄດ້ຈາກການຜະລິດດ້ວຍຮູບການຕ່າງໆ ແຕ່ ໂດຍທົ່ວໄປແມ່ນໄດ້ຈາກການສະກັດເອົາຈາກດອກໄມ້, ຕົ້ນໄມ້ ແລະ ພືດອື່ນໆ ລວມທັງການສັງເຄາະ ທາງເຄມີ. “ອົບ” ຍັງແມ່ນວິທີການ ຫຼື ຮູບແບບການແຕ່ງອາຫານ ທີ່ບໍ່ມີນໍ້າຫຼາຍຄືແກງ ແລະ ບໍ່ແຫ້ງຄື ຂົ້ວ, ອົບສ່ວນໃຫຍ່ແມ່ນນໍາເອົາຊີ້ນ, ເອັນ, ດູກ, ໜັງ ທີ່ໄດ້ຈາກສັດ ມາເຮັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo