ຄໍາວ່າ “ຟັງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ຟັງ

DooDiDo

ອະທິບາຍ ຄໍາວ່າ “ຟັງ” ມີຄວາມໝາຍແນວແບບ​ໃດ​ແດ່ໃນ​ພາ​ສາ​ລາວ?

ຄໍາວ່າ “ຟັງ” ໝາຍເຖິງການໄດ້ຍິນ, ເປັນການຮັບສຽງຜ່ານຫູ ຊຶ່ງມີເຈ້ຍຫູເປັນຜູ້ຮັບສຽງກ່ອນສົ່ງເຂົ້າສູ່ລະບົບປະສາດໃຫ້ໄດ້ຍິນ ແລະ ເຂົ້າໃຈໃນການສື່ສານ, ການຟັງຂອງຄົນ ແລະ ສັດສ່ວນໃຫຍ່ມີການຮັບຄື້ນສຽງລະດັບດຽວກັນ ແຕ່ບາງຊະນິດອາດສາມາດຮັບສຽງທທີ່ມີຄື້ນຄວາມຖີ່ຕ່າງກັນ. ຄົນເຮົາສາມາດຈໍາກັດໃນການຟັງ ເປັນຕົ້ນສຽງຄ່ອຍຫຼາຍ ອາດບໍ່ໄດ້ຍິນ, ກົງກັນຂ້າມສຽງແຮງຫຼາຍ ອາດເຮັດໃຫ້ເຈ້ຍຫູຂາດໄດ້.

ນອກຈາກນີ້, “ຟັງ” ຍັງໝາຍເຖິງການເຊື່ອຟັງ ຫຼື ການເຮັດຕາມບອກ ຊຶ່ງຜ່ານການໄດ້ຮັບຟັງ ແລະ ຍິນ ຈາກຜູ້ອື່ນ ແລະ ເຮັດໃຫ້ເຊື່ອ ຫຼື ຊາບຊືມ ເປັນຕົ້ນ ໄດ້ຟັງຈາກຄູອາຈານ, ໄດ້ຟັງຈາກພໍ່ແມ່, ໄດ້ຟັງຈາກວິທະຍຸ, ໄດ້ຟັງຈາກການເລົ່າເລື່ອງ, ໄດ້ຟັງຈາກຜູ້ເຖົ້າຜູ້ແກ່, ຟັງຈາກການຮ້ອງເພັງ, ຟັງຈາກໝູ່ຄູ່ ແລະ ອື່ນໆ. ຄໍາວ່າຟັງ ກົງກັນຂ້າມກັບ ຄໍາວ່າດື້ດ້ານ, ບໍ່ເຊື່ອ. ຖ້າຟັງຂຶ້ນໝາຍເຖິງເວົ້າມີເຫດຜົນ ແລະ ເຮັດໃຫ້ຄົນອື່ນເຊື່ອ, ຖ້າຟັງບໍ່ຂຶ້ນແມ່ນເຮັດໃຫ້ບໍ່ເຊື່ອ, ຟັງຍາກແມ່ນເວົ້າບໍ່ມ່ວນ ຫຼື ເວົ້າບໍ່ດີ, ຟັງຫູຊ້າຍອອກຫູຂວາ ແມ່ນບໍ່ເອົາໃຈໃສ່ຟັງ, ຟັງຫູໄວ້ຫູແມ່ນໃຫ້ຟັງດ້ວຍຄວາມລະມັດລະວັງ ເປັນຕົ້ນ.

SA Game ຟັງ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຟັງ”.

“ຟັງ” (1. ຄໍາກິລິຍາ) ຕັ້ງໃຈຖ້າຮັບສຽງດ້ວຍຫູ, ໄດ້ຍິນ, ເຊື່ອ, ເຮັດຕາມບອກ.

ຕົວຢ່າງ:

  • ແຕ່ລະມື້ຂ້ອຍຟັງເພັງເບົາໆ ແບບລູກທົ່ງບ້ານນາ ເພື່ອເປັນການຜ່ອນຄາຍ ແລະ ເຮັດໃຫ້ອາລົມຈິດແຈ່ມໃສ ບໍ່ເຄັ່ງຕືງ.
  • ທ້າວ ສິງດາວ ເປັນນັກຮຽນຄໍາຮູ້, ຟັງຄວາມຄູອາຈານສອນ ຈຶ່ງເຮັດໃຫ້ລາວຮຽນເກັ່ງ ແລະ ເປັນທີ່ຮັກແພງຂອງຄູທັງຫຼາຍ.

ສະຫຼຸບ.

ຄໍາວ່າຟັງ ແມ່ນການໄດ້ຍິນສຽງ ຜ່ານຫູ ໂດຍມີເຈ້ຍຫູເປັນຜູ້ຮັບ ນໍາເຂົ້າສູ່ລະບົບປະສາດ ເຮັດໃຫ້ໄດ້ ຍິນຄ່ອຍ ຫຼື ແຮງ, ຟັງເຮັດເຂົ້າໃຈໃນການສື່ສານ. ນອກຈາກນີ້, ຟັງ ແມ່ນການເຊື່ອຟັງ ຫຼື ການເຮັດຕາມບອກ ເພາະຖືກບົ່ມສອນດ້ວຍວິທີການຕ່າງໆຈາກຜູ້ອື່ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo