ຄໍາວ່າ “ບາງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບາງ” ມີຄວາມໝາຍແນວໃດ?

ຄໍາວ່າ “ບາງ” ໝາຍເຖິງສິ່ງໃດສິ່ງນຶ່ງທີ່ແລບໆ ບາງໆ ຫຼື ເປັນແຜ່ນທີ່ແພບໆ, ຍັງໝາຍເຖິງຈອຍ ຊຶ່ງ ເປັນຄໍາກົງກັນຂ້າມກັບຄວາມໜາ ຫຼື ເຮົາເອີ້ນ ບໍ່ໜາ ນັ້ນເອງ ເຊັ່ນ: ຄິງບາງຮ່າງນ້ອຍ, ຫຸ່ນບາງໆຈອຍ ໆ, ຄິ້ວບາງໆກົ່ງໆ, ແປ້ນໄມ້ບາງໆ, ແຜ່ນເຂົ້າໜົມບາງຫຼາຍ, ແຜ່ນເຈ້ຍບາງໆ, ເສັ້ນເຝີບາງໆ, ເສັ້ນໝີ່ບາງໆ, ເສັ້ນຜົມແລບໆບາງໆ ຫຼື ເສັ້ນນ້ອຍໆ, ເສັ້ນໃຍສັງເຄາະບາງຫຼາຍ, ເສັ້ນເອັນບາງໆ, ແຜ່ນເຫຼັກ ແຜ່ນບາງໆ, ແຜ່ນທອງແຜ່ນບາງໆ, ແຜ່ນຄໍາແຜ່ນບາງໆ, ແກ້ວບາງໆ, ໃຍແມງມູມບາງເບົາ ແລະ ຫົດ ຢືດ, ໜັງທ້ອງບາງ ແລະ ບໍ່ມີໄຂມັນ, ໂທລະສັບໜ່ວຍບາງໆ, ໂທລະທັດ ຈໍບາງແບນຜະລິດຈາກພລາດ ສະມາ, ມິດ ນ້ອຍບາງ ແລະ ຄົມດີ, ມິດແຖໜວດເປັນແຜ່ນບາງໆ, ພົມບາງໆ ແຕ່ນຸ້ມນວນ ເປັນຕົ້ນ.

ນອກຈາກນີ້, .“ບາງ” ຍັງໃຊ້ປະກອບຄໍານາມ ຊຶ່ງມີຄວາມໝາຍວ່າບໍ່ທົ່ວໄປ ຫຼື ສ່ວນໃດສ່ວນນຶ່ງ ຊຶ່ງບາງ ເທື່ອເຮົາກະໃຊ້ຄໍາວ່າ “ລາງ” ໄດ້ເຊັ່ນກັນ ເຊັ່ນ: ບາງສິ່ງບາງຢ່າງ (ລາງສິ່ງລາງຢ່າງ), ບາງອັນບາງ ແນວ (ລາງແນວ), ບາງຄັ້ງບາງຄາວ (ລາງຄັ້ງລາງຄາວ), ບາງການເວລາ, ບາງຊ່ວງ (ລາງຊ່ວງ), ບາງແຫ່ງ (ລາງແຫ່ງ), ບາງຄົນ (ລາງຄົນ), ບາງພວກ (ລາງພວກ), ບາງແຂວງ (ລາງແຂວງ), ບາງ ເຂດ (ລາງເຂດ), ບາງປະເທດ (ລາງປະເທດ).

SA Game
DooDiDo

“ບາງ” ຍັງໝາຍເຖິງບໍ່ຫຼາຍ, ຫ່າງ, ຈໍານວນໜ້ອຍ ເປັນ ຕົ້ນ ຜົມບາງ ໝາຍເຖິງຜົມຫ່າງໆກັນ ແລະ ບໍ່ຫຼາຍ, ໜວດບາງ ໝາຍເຖິງໜວດອອກຫ່າງໆ ແລະ ບໍ່ ຫຼາຍ, ຄົນບາງຫູບາງຕາ ໝາຍເຖິງຄົນບໍ່ຫຼາຍ. “ບາງ” ເມື່ອນໍາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍເປັນ ແນວໃໝ່ ເຊັ່ນ: ເລື່ອງເປາະບາງ ຫຼື ສິ່ງເປາະບາງ ຖ້າເວົ້າເລື່ອງການເມືອງແມ່ນສິ່ງລະອຽດອ່ອນ ຖ້າ ຫາກຜິດພາດແມ່ນສາມາດນໍາໄປສູ່ການຕໍ່ສູ້ກັນໄດ້, ເມືອງຫຼວງພະບາງ ແມ່ນເມືອງໆນຶ່ງທີ່ຢູ່ທາງພາກ ເໜືອຂອງລາວ ເປັນເມືອງເອກເກົ່າຂອງອານາຈັກລ້ານຊ້າງ ເປັນເມືອງມໍລະດົກໂລກ ແລະ ມີຊື່ສຽງດ້ານ ການທ່ອງທ່ຽວໂດ່ງດັງໄປທົ່ວໂລກ ແລະ ອື່ນໆອີກ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າບາງ”.

“ບາງ”(1. ຄໍາກິລິຍາວິເສດ) ບໍ່ໜາ, ແລບ, ຜອມ. ໃຊ້ປະກອບຄໍານາມ ໝາຍຄວາມວ່າບໍ່ທົ່ວໄປ, ສ່ວນໃດສ່ວນນຶ່ງ ດັ່ງ ບາງ ຄົນ (ລາງພວກກໍວ່າ), ບາງພວກ (ສາມາດໃຊ້ລາງພວກກໍໄດ້) ແລະ ອື່ນໆ. ບໍ່ຫຼາຍ, ຫ່າງ, ຈໍານວນໜ້ອຍ.

 

ຕົວຢ່າງ:

  • ເຈ້ຍຂາວແຜ່ນຂະໜາດ A4 ມີຄວາມບາງ ແລະ ໜາ ແຕກຕ່າງກັນອອກໄປ ຂຶ້ນກັບການໃຊ້ ງານ.
  • ໃນເມື່ອກ່ອນລາວທັງຕຸ້ຍທັງໃຫຍ່ ແຕ່ຜ່ານການອອກກໍາລັງກາຍ ແລະ ຄວາມການບໍລິໂພກຢ່າງ ໜັກເຮັດໃຫ້ລາວກາຍເປັນຄົນຄິງບາງຮ່າງນ້ອຍ ຫຼື ຜອມ ປານນາງແບບ.
  • ຄົນລາວ, ຄົນໄທ ບາງກຸ່ມແມ່ນຖືສາດສະໜາພຸດ, ບາງກຸ່ມຖືສາດສະໜາຜີ, ບາງກຸ່ມຖືສາດສະ ໜາຄຣິດສະຕຽນ ແລະ ອື່ນໆ.
  • ແຕ່ກ່ອນພໍ່ຕູ້ສາເປັນຄົນຜົມດົກ ແຕ່ຫຼາຍປີຜ່ານໄປລາວກາຍເປັນຄົນຜົມບາງ ຊຶ່ງສາເຫດແມ່ນ ເກີດຂຶ້ນຍ້ອນກໍາມະພັນລາວເອງ.
  • ເຖິງລາວຈະຜົມດົກ ແຕ່ໜວດລາວພັດບາງໆ ອອກເປັນກຸ່ມມະຍ່ອມມະແຍ່ມ ເບີ່ງແລ້ວເປັນຕາ ຢາກຫົວ.

ສະຫຼຸບ.

ຄໍາວ່າ “ບາງ” ໝາຍເຖິງສິ່ງໃດສິ່ງນຶ່ງທີ່ບາງໆ, ຈອຍ, ແລບ ຫຼື ແພບໆ ກົງກັນຂ້າມກັບຄວາມໜາ ຫຼື ບໍ່ໜາ. “ບາງ” ຍັງໃຊ້ປະກອບຄໍານາມ ຊຶ່ງມີຄວາມໝາຍວ່າບໍ່ທົ່ວໄປ ຫຼື ສ່ວນໃດສ່ວນນຶ່ງ (ສາມາດເວົ້າ “ລາງ” ໄດ້ເຊັ່ນກັນ) ເຊັ່ນ: ບາງສິ່ງບາງຢ່າງ (ລາງສິ່ງລາງຢ່າງ), ບາງອັນບາງແນວ (ລາງແນວ), ບາງເທື່ອ (ລາງເທື່ອ). “ບາງ” ຍັງໝາຍເຖິງບໍ່ຫຼາຍ, ເກີດ ຫຼື ອອກຢູ່ຫ່າງກັນ ໝາຍວ່າເກີດຈໍານວນ ໜ້ອຍ ຫຼື ບໍ່ຫຼາຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo