ຄໍາວ່າ “ອົມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອົມ” ມີຄວາມໝາຍແນວໃດ?

ຄໍາວ່າ “ອົມ” ໝາຍເຖິງການເອົາສິ່ງຂອງໃດນຶ່ງ ຊຶ່ງອາດຈະເປັນຂອງແຂງ, ຂອງແຫຼວ ຫຼື ແນວກິນ ເຊັ່ນ: ນໍ້າດື່ມ, ຊີ້ນ, ປາ, ຜັກ, ໝາກໄມ້, ເຂົ້າໜົມ ໃສ່ໃນປາກຫຸບໄວ້ບໍ່ໃຫ້ເຫັນ ຫຼື ແມນອອກຈາກປາກ ແຕ່ບໍ່ກືນກິນລົງໄປໃນທ້ອງ. ອົມເປັນພຶດຕິກໍາຂອງຄົນຢ່າງນຶ່ງອາດເກີດຂຶ້ນຍ້ອນຫຼາຍສາເຫດ ກົງກັນຂ້າມ ກັບຄາຍອອກ ແລະ ແຕກຕ່າງກັບການຫຍໍ້າອີກດ້ວຍ. ສ່ວນໃຫຍ່ຄົນເຮົາມັກອົມອາຫານຍ້ອນກິນເລີຍບໍ່ ໄດ້ ດັ່ງ ເດັກນ້ອຍອົມເຂົ້າຍ້ອນບໍ່ມີແຂ້ວຫຍໍ້າ, ອົມເຂົ້າໜົມອົມ, ເອົາໜັງຈີ່ໄວ້ໃຫ້ອ່ອນຈິ່ງຫຍໍ້າ ແລະ ອື່ນໆ.

ນອກຈາກນີ້, “ອົມ” ຍັງໝາຍເຖິງການເຊື່ອງຊ້ອນຊັບຜູ້ອື່ນເພື່ອເອົາມາເປັນຂອງຕົນເອງ ຫຼື ເປັນການສໍ້ ກົງ. ພ້ອມນັ້ນ, ອົມ ຍັງມີອົມຄວາມລັບ ຊຶ່ງແມ່ນການບໍ່ຍອມເປີດເຜີຍຄວາມລັບ, ອົມຄວາມອົມຄວາມໃນໃຈ ແມ່ນການບໍ່ຍອມເປີດໃຈ ຫຼື ບອກຄວາມໃນໃຈ. ສ່ວນຄໍາວ່າ “ອົມຂີ້ແຂ້ວ” ແມ່ນການບໍ່ເວົ້າຫຍັງ ແຕ່ ຖ້າອົມໜອງແມ່ນບາດແຜທີ່ອັກເສບ ແລະ ເກີດມີນໍ້າໜອງ. ຖ້າຢູ່ແຂວງຫຼວງພະບາງເວລາເຮົາໄປຊື້ເຄື່ອງ ຢູ່ຕະຫຼາດມັກໄດ້ຍີນຄໍາວ່າ “ອົມ” ຫຼື “ອົມເອົາ” ແມ່ນໝາຍເຖິງໃຫ້ຕໍ່ລອງເອົາ ຫຼື ຕໍ່ລາຄາລົງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອົມ”.

“ອົມ” (1. ຄໍາກິລິຍາ) ເອົາສິ່ງຂອງໃສ່ປາກແລ້ວຫຸບປາກໄວ້ ບໍ່ກືນລົງໄປ.

ຕົວຢ່າງ:

  • ເດັກນ້ອຍອະນຸບານພາກັນດີໃຈຫຼາຍ ທີ່ໄດ້ເຂົ້າໜົມອົມໃນວັນເດັກນ້ອຍສາກົນ ແລະ ພາກັນອົມ ກິນຢ່າງແຊບຊ້ອຍ.
  • ແມ່ເວົ້າກັບລູກນ້ອຍວ່າ “ຢ່າອົມເຂົ້າໜົມຫວານໆຫູາຍ! ເພາະຈະເຮັດໃຫ້ແຂ້ວລູກເປັນແມງ ແລະ ແຂ້ວດໍາບໍ່ງາມ”.
  • ໝູ່ຂອງລາວ ຈັ່ງແມ່ນເປັນຄົນມັກໄດ້ ເຮັດຄ້າຂາຍນໍາກັນມາຫຼາຍປີ ເງິນເລັກໆນ້ອຍໆຍັງລັກອົມ  ແລະ ບໍ່ຍອມແຈ້ງກັນອີກ.
  • ໝູ່ຄົນໄທໃຕ້ຕົກໃຈເວລາໄປຊື້ເກີບຢູ່ຕະຫຼາດທີ່ແຂວງຫຼວງພະບາງ ເພາະໄດ້ຍີນແມ່ຄ້າຂາຍເກີບ ເວົ້າວ່າ “ຖ້າເຈົ້າວ່າລາຄາແພງກໍລອງອົມເບີ່ງ”.

ສະຫຼຸບ.

ຄໍາວ່າ “ອົມ” ແມ່ນການເອົາສິ່ງໃດນຶ່ງ ອາດເປັນທາດແຫຼວ, ຂອງແຂງ, ພືດ-ຜັກ, ຂອງກິນຢ່າງໃດນຶ່ງ ປ້ອນເຂົ້າໃນປາກຫຸບໄວ້ ແຕ່ບໍ່ກືນກິນລົງໄປໃນທ້ອງ. ອົມແມ່ນກົງກັນຂ້າມກັບຄາຍອອກ, ຕ່າງຈາກການ ຫຍໍ້າ ແລະ ເລັຍ. ນອກຈາກນີ້, “ອົມ” ຍັງແມ່ນການເຊື່ອງຊັບ ຫຼື ເງິນຜູ້ອື່ນເພື່ອເອົາມາເປັນຂອງຕົນເອງ ຄືກັນກັບການສໍ້ກົງ. “ອົມ” ຍັງໝາຍເຖິງການປິດປາກບໍ່ເວົ້າອີກດ້ວຍ. “ອົມ” ຫຼື “ອົມເອົາ” ຍັງເປັນຄໍາເວົ້າ ຂອງຊາວແຂວງຫຼວງພະບາງໝາຍເຖິງຕໍ່ລອງ ຫຼື ຕໍ່ລາຄາສິນຄ້າ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo