ຄໍາວ່າ “ດາກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ດາກ” ມີຄວາມໝາຍແນວໃດ?

ຄໍາວ່າ “ດາກ” ໝາຍເຖິງກົ້ນຂອງຄົນ ແລະ ສັດ (ຕູດກໍວ່າ) ຊຶ່ງເປັນພາກສ່ວນໜຶ່ງຂອງຮ່າງກາຍຢູ່ທາງຫຼັງລະຫວ່າງແອວ ແລະ ກົກຂາ. ດາກຂອງຄົນມີຂະໜາດແຕກຕ່າງກັນໄປ ເຊັ່ນ: ດາກໃຫຍ່, ດາກນ້ອຍ, ດາກລິບ ເປັນຕົ້ນ. ພ້ອມນັ້ນ, “ດາກ” ຍັງໝາຍເຖິງຮູກົ້ນ ຫຼື ຮູຂີ້ຂອງຄົນ ແລະ ສັດ ເອີ້ນຮູດາກ ຊຶ່ງເປັນ ບ່ອນຂັບຖ່າຍຂອງເສຍອອກ ແຕກຕ່າງຈາກປາກເພາະນໍາອາຫານເຂົ້າໄປໃນຮ່າງກາຍ. ດາກຢູ່ລາວ ສ່ວນ ໃຫຍ່ແມ່ນຄົນໄທໃຕ້ມັກນິຍົມເວົ້າກັນ ເຊັ່ນ: ດາກແມນ, ດາກແຫຼ້, ດາກເໝັນ ແຕ່ຄົນພາກເໜືອແມ່ນບໍ່ ຄ່ອຍນິຍົມເວົ້າ.

ນອກຈາກນີ້, “ດາກ” ຍັງໝາຍເຖິງດິນດາກ ຫຼື ຂີ້ດິນດາກ ຊຶ່ງເປັນດິນໜຽວເກີດຕາມທໍາມະຊາດ, ສ່ວນ ໃຫຍ່ມີສີຂາວ ຫຼື ສີເຫຼືອງອ່ອນປົນຢູ່, ດິນດາກເປັນດິນທີ່ປຽກຊຸ່ມນໍ້ານ້ອຍນຶ່ງ. ຄົນສະໄໝກ່ອນນິຍົມກັນນໍາ ເອົາໄປປັ້ນເປັນພາຊະນະຮັບໃຊ້ໃນຊີວິດປະຈໍາວັນ ໂດຍສະເພາະແມ່ນໃນເຮືອນຄົວ ເຊັ່ນ: ເສົ້າເຕົາໄຟ (ບ່ອນເອົາໝໍ້ຕັ້ງດັງໄຟ), ໝໍ້ ຫຼື ໂອງໃສ່ນໍ້າ, ໂຖນໍ້າ, ໂຖດອກໄມ້ ເປັນຕົ້ນ. ພ້ອມນັ້ນ, ຍັງນິຍົມນໍາໄປ ເຮັດດິນຢູ່ ຫຼື ອິດ, ດິນຂໍ, ກະເບື້ອງ ເພື່ອການກໍ່ສ້າງ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າດາກ”.

“ດາກ” (1. ຄໍານາມ) ກົ້ນ, ຮູກົ້ນຂອງຄົນ ແລະ ສັດ. ດິນດາກ, ດິນໜຽວສີຂາວ ຫຼື ສີເຫຼືອງອ່ອນ ປົນຢູ່ ໃນໃຕ້ດິນທໍາມະດາ.

ຕົວຢ່າງ:

  • ຜູ້ຍິງຊາວອະຟາລິກາ ສ່ວນໃຫຍ່ມີດາກໃຫຍ່ກວ່າຊາວອາຊີ ຊຶ່ງສ່ວນໃຫຍ່ແມ່ນດາກລິບ ແລະ ນ້ອຍເມື່ອນໍາມາທຽບກັນ.
  • ຕອນຍັງນ້ອຍມັກໄປຂີ້ຕະຫຼຸດຢູ່ແຄມຝັ່ງຂອງ ຈົນເຮັດໃຫ້ສົ້ງຂາດເຫັນຮອດດາກ, ບາງເທື່ອກໍຈົນ ດາກແຫຼ້.
  • ໝໍ້ ແລະ ໄຫເຫຼົ້າ ທີ່ຄົ້ນພົບຢູ່ທົ່ງໄຫຫິນແຂງຊຽງຂວາງແມ່ນເຮັດດ້ວຍຂີ້ດິນດາກ ແລະ ສັນນິ ຖານວ່າມີອາຍຸຫຼາຍຮ້ອຍປີ.

ສະຫຼຸບ.

ຄໍາວ່າ “ດາກ” ແມ່ນອະໄວຍະວະສ່ວນໜຶ່ງຂອງຮ່າງກາຍຂອງຄົນ ແລະ ສັດ ຢູ່ທາງຫຼັງລະຫວ່າງແອວ ແລະ ກົກຂາ ເອີ້ນ ກົ້ນ (ຕູດກໍວ່າ). ພ້ອມນັ້ນ, “ດາກ” ຍັງໝາຍເຖິງຮູກົ້ນ ຫຼື ຮູຂີ້ຂອງຄົນ ແລະ ສັດ ເປັນບ່ອນຖ່າຍເທຂອງເສຍອອກຮ່າງກາຍ ເອີ້ນ ຮູດາກ. ນອກຈາກນີ້, “ດາກ” ຍັງແມ່ນຊື່ດິນໜຽວຢ່າງ ນຶ່ງ ຊຶ່ງຄົນເຮົາມັກນໍາມາເຮັດໝໍ້ເຮັດໂອງໃສ່ນໍ້າ ລວມທັງດິນຈີ່ດິນຂໍ ເອີ້ນ ດິນດາກ ຫຼື ຂີ້ດິນດາກ ສ່ວນ ໃຫຍ່ມີສີຂາວ ຫຼື ສີເຫຼືອງອ່ອນປົນຢູ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo