ຄໍາວ່າ “ພົບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພົບ” ມີຄວາມໝາຍແນວໃດ?

ຄໍາວ່າ “ພົບ” ໝາຍເຖິງໜ່ວຍພິພົບ ຫຼື ໜ່ວຍໂລກ ລວມມີຜືນແຜ່ນດິນ, ນໍ້າ ພູຜາປ່າໄມ້ຕ່າງໆຢູ່ໃນໂລກ ນີ້. ໂລກພິພົບປະກອບມີ ໃນພື້ນພິພົບ, ນອກພິພົບ ສ່ວນຊັ້ນບາດານເອີ້ນ ນາກພິພົບ. ນອກນັ້ນ ຍັງມີ ຜ່ານພິພົບ ຊຶ່ງໝາຍເຖິງຊັບສົມບັດ. “ພົບ” ໃນຄວາມເຊື່ອໂດຍສະເພາະແມ່ນສາດສະໜາພຸດຍັງແມ່ນວັດ ຕະສົງສານ ຊຶ່ງໝາຍເຖິງການວຽນວ້າຍຕາຍເກີດ ຫຼື ທ່ອງທ່ຽວໃນໂລກທີ່ໝູນວຽນຢູ່ ໂດຍທົ່ວໄປເຮົາມັກ ເອີ້ນກັນວ່າຊາດເກີດ ດັ່ງຊາດແລ້ວ ຫຼື ພົບທີ່ແລ້ວ, ຊາດນີ້ ຫຼື ພົບນີ້ ແລະ ຊາດໜ້າ ຫຼື ພົບນ້າ (ພົບຕໍ່ໆ ໄປກໍວ່າ). ໃນສາດສະໜາພຸດພົບຊາດເກີດຈາກການເດີນທາງຂອງຈິດໂດຍພະລັງງານຂອງກໍາທີ່ເກີດຈາກ ການກະທໍາ ນັ້ນເອງ.

ນອກຈາກນີ້, “ພົບ” ຍັງໝາຍເຖິງການປະສົບ, ພົບພໍ້ ຊຶ່ງເຮັດໃຫ້ມີປະສົບປະການຢ່າງໃດນຶ່ງ ດັ່ງ ພົບກັບຄວາມຫຍຸ້ງຍາກ, ພົບບັນຫາ, ພົບວິທີການແກ້ໄຂ, ປະສົບແຕ່ສິ່ງດີໆ, ພົບແຕ່ແນວສະບາຍໃຈ ເປັນຕົ້ນ. “ພົບ” ຍັງແມ່ນການປະເຊີນໜ້າກັນ, ຈວບກັນ, ພົບເຫັນກັນກໍ່ວ່າ ຊຶ່ງເປັນການເຫັນໜ້າເຫັນຕາຊຶ່ງກັນ ແລະ ກັນບາງເທື່ອອາດຕັ້ງໃຈ ບາງເທື່ອອາດດ້ວຍເຫດບັງເອີນ ເຊັ່ນ: ນັດພົບກັນ, ພົບກັນຢູ່ກອງປະຊຸມ, ພົບປະສັງສັນ, ພົບພານເພື່ອນເກົ່າ, ພົບກາງທາງ ແລະ ອື່ນໆ. ພົບ ຍັງມີຄົນນໍາມາເວົ້າເປັນຜະຫຍາ, ຄະຕິເຕືອນໃຈ ດັ່ງ ພົບຄົນດີມີສີແກ່ຕົວ ພົບຄົນຊົ່ວພາຕົວໝົ່ນໝອງ, ພົບເດັກນ້ອຍສ້າງບ້ານ ພົບຫົວ ລ້ານສ້າງເມືອງ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພົບ”.

“ພົບ” (1. ຄໍານາມ) ໂລກ, ແຜ່ນດິນ, ວັດຕະສົງສານ (ປ. ພະວະ). (2. ຄໍາກິລິຍາ) ພໍ້, ເຫັນ, ຈວບ

ຕົວຢ່າງ:

  • ໜ່ວຍພິພົບອັນກວ້າງໃຫຍໄພສານ ເກີດມາຫຼາຍລ້ານປີ ແລະ ປະກອບມີສີ່ງທີ່ມີຊີວິດຫຼາກຫຼາຍ ຊະນິດ ທັງຢູ່ບົກ ແລະ ຢູ່ນໍ້າ.
  • ໃນສອງສາມປີນີ້ໂລກເຮົາພົບກັບຄວາມຫຍຸ້ງຍາກຫຼາຍແນວເຊັ່ນ: ການລະບາດຂອງພະຍາດໂຄ ວິດ-19, ເສດຖະກິດໂລກທົດຖອຍ, ສົງຄາມ ແລະ ໄພທໍາມະຊາດອີກຢ່າງຫູວງຫຼາຍ.
  • ກອງປະຊຸມໃຫຍ່ມື້ວານນີ້ໄດ້ພົບກັບໝູ່ສະໄໝຮຽນມະຫາວິທະຍາໄລນໍາກັນຫຼາຍຄົນ ຊຶ່ງແຕ່ລະຄົນ ມີຮູບຮ່າງໜ້າຕາປ່ຽນໄປ, ບາງຄົນເກືອບບໍ່ຈື່ກັນ.

ສະຫຼຸບ.

ຄໍາວ່າ “ພົບ” ມີຫຼາຍຄວາມໝາຍ ຊຶ່ງໃນນັ້ນແມ່ນໜ່ວຍພິພົບ ຫຼື ໜ່ວຍໂລກ ປະກອບມີແຜ່ນດິນ, ແມ່ນໍ້າ ລໍາເຊ, ພູຜາປ່າໄມ້ ແລະ ສິ່ງຕ່າງໆຢູ່ໃນໂລກ. ໂລກພິພົບມີ ໃນພື້ນພິພົບ, ນອກພິພົບ, ນາກພິພົບ. “ພົບ” ໃນຄວາມເຊື່ອ ຫຼື ສາດສະໜາ ໂດຍສະເພາະສາດສະໜາພຸດແມ່ນວັດຕະສົງສານ ຊຶ່ງເປັນການວຽນວ້າຍ ຕາຍເກີດຢູ່ໃນໂລກທີ່ໝູນວຽນນີ້. ນອກຈາກນີ້, “ພົບ” ແມ່ນປະສົບປະການທີ່ໄດ້ພົບພໍ້ຜ່ານມາ. “ພົບ” ຍັງ ແມ່ນການເຫັນກັນ, ຈວບກັນ, ພໍ້ກັນ, ປະເຊີນໜ້າກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo