ຄໍາວ່າ “ຕ່າງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕ່າງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕ່າງ” ແມ່ນອຸປະກອນທີ່ເຮົາໃຊ້ສໍາລັບເປັນຄານພາດໄວ້ເທິງຫຼັງສັດພາຫະນະ ແລະ ພາຫະນະ ຕ່າງໆ ດັ່ງ ໂຕມ້າ, ໂຕລໍ, ໂຕລາ, ໂຕອູດ, ໂຕງົວ ແລະ ລົດລາງພາຫະນະ ເຊັ່ນ: ລົດຈັກ, ຫຼັງຄາລົດ ກະບະ, ຕູ້ຄອນທີເນີລົດໄຟ ແລະ ລົດບັນທຸກ ເປັນຕົ້ນ. “ຕ່າງ” ຍັງມີຄວາມໝາຍວ່າ ແບກ, ຫາບ ຫຼື ຫາມ ຊຶ່ງແມ່ນການຕ່າງເຄື່ອງ ຫຼື ສີ່ງໃດສີ່ງນຶ່ງ ເຊັ່ນ: ລົດ ບັນທຸກຕ່າງອ້ອຍ, ລົດດາມຕ່າງແຮ່ຊາຍ, ລົດໄຟຕ່າງຕູ້ຄອນເທັນເນີ, ໂຕມ້າ ຕ່າງອານມ້າ, ໂຕລາຕ່າງ ເປົາເຂົ້າຂຶ້ນພູ ແລະ ອື່ນໆ.

ນອກຈາກນີ້, “ຕ່າງ” ຍັງໃຊ້ເວົ້າເພື່ອແຍກຫຼາຍຝ່າຍອອກຈາກກັນໃຫ້ເປັນສ່ວນຕ່າງໆ ຫຼື ໃຫ້ເປັນສ່ວນຕ່າງຫາກ ເຊັ່ນ: ຕ່າງຄົນຕ່າງໄປ, ຕ່າງຢູ່ຕ່າງກິນ, ຕ່າງເຮັດຕ່າງທໍາ, ຕ່າງຈິດຕ່າງໃຈ ເປັນຕົ້ນ. “ຕ່າງ” ຍັງແມ່ນກົງກັນຂ້າມກັບຄືກັນ, ໝາຍວ່າບໍ່ຄືກັນນັ້ນເອງ ຫຼື ຜິດແປກແນວອື່ນ ເຊັ່ນ: ຕ່າງຕາ, ຕ່າງກັນ, ຕ່າງເພິ່ນ, ຕ່າງໝູ່, ຕ່າງໝູ່ຕ່າງຄູ່, ຕ່າງຈາກຜູ້ອື່ນ, ຕ່າງຈາກສິ່ງອື່ນ, ຕ່າງສາສະໜາ, ສີຕ່າງໝູ່, ກີ່ນ ຕ່າງໝູ່, ເຮັດ ຕ່າງໝູ່, ຢູ່ຕ່າງໝູ່, ຕ່າງບ້ານ, ຕ່າງເມືອງ, ຕ່າງແຂວງ, ຕ່າງແດນ, ຕ່າງປະເທດ, ຕ່າງຖິ່ນ, ຕ່າງທ້ອງຖິ່ນ ແລະ ອື່ນໆ. ອີກຄວາມໝາຍນຶ່ງ “ຕ່າງ” ແມ່ນແປກປະຫຼາດ ຫຼື ເຮັດບໍ່ຄືໝູ່ ດັ່ງ ເຮັດ ສີຕ່າງໆ, ເບີ່ງຄືວ່າຕ່າງໆແປກໆ, ເບີ່ງຕ່າງຫູຕ່າງຕາ ເປັນຕົ້ນ. “ຕ່າງ” ຕ່າງໆ ແມ່ນຫຼາຍຢ່າງບໍ່ຄືກັນ ຫຼື ຜິດແປກກັນ (ຕ່າງໆນາໆກໍວ່າ), ຕ່າງຫາກແມ່ນອີກສ່ວນນຶ່ງ ຫຼື ອີກພະແນກນຶ່ງ, ຕ່າງຊາດ ຫຼື ຕ່າງດ້າວ ຫຼື ຊາວຕ່າງປະເທດ ແມ່ນບໍ່ແມ່ນຄົນໃນຊາດຕົນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕ່າງ”.

“ຕ່າງ” (1. ຄໍານາມ) ເຄື່ອງໃຊ້ສໍາລັບຂອງມີຄານພາດໄວ້ເທິງຫຼັງສັດພາຫະນະ ມີ ງົວ ແລະ ມ້າ ເປັນ ຕົ້ນ. (2. ຄໍາແທນນາມ) ເປັນຄໍາແທນຊື່ຫຼາຍຝ່າຍໃຫ້ແຍກອອກເປັນສ່ວນ ດັ່ງ ຕ່າງຄົນຕ່າງໄປ. (3. ຄໍາກິລິຍາວິເສດ) ບໍ່ຄື, ຜິດອື່ນ ດັ່ງອັນນີ້ຕ່າງອັນນັ້ນ ເປັນຕົ້ນ. ແປກ, ປະຫຼາດ.

ຕົວຢ່າງ:

  • ບໍລິສັດຟຸດແພນດາ ໃຊ້ລົດຈັກທີ່ມີກະເປົາຕ່າງຢູ່ທ້າຍລົດ ເພື່ອບັນຈຸເຄື່ອງແລ້ວຕ່າງໄປສົ່ງລູກຄ້າທີ່ ໃຊ້ບໍລິການບໍລິສັດດັ່ງກ່າວ.
  • ໝູ່ຄູ່ທີ່ເຄີຍຮຽນນໍາກັນແຕ່ນ້ອຍ ມາຮອດປະຈຸບັນໃຜກໍມີໜ້າທີ່ການງານ ດັ່ງນັ້ນຈຶ່ງເຮັດໃຫ້ຕ່າງຄົນ ຕ່າງໄປ ຢາຍກັນຢູ່ຫຼາຍກະຊວງ ແລະ ຫຼາຍແຂວງ.
  • ລົດເຈົ້າຄືປະດັບເອ້ຢ້ອງຕ່າງໝູ່ແທ້ ລົດໝົດທັງຄັນພົ່ນສີເປັນຮູບຂອງກິນ ເບີ່ງແລ້ວແປກຕາ ແລະ ແປກປະຫຼາດຫຼາຍ.

ສະຫຼຸບ.

ຄໍາວ່າ “ຕ່າງ” ແມ່ນອຸປະກອນສໍາລັບພາດໄວ້ເທິງຫຼັງສັດພາຫະນະ ແລະ ພາຫະນະ. “ຕ່າງ” ຍັງໝາຍ ເຖິງການແບກ, ຫາບ ຫຼື ຫາມສິ່ງຂອງ ຫຼື ສິ່ງໃດສິ່ງນຶ່ງ. “ຕ່າງ” ແມ່ນການ ເວົ້າເພື່ອແຍກສ່ວນຂອງ ຝ່າຍຕ່າງໆອອກຈາກກັນ. “ຕ່າງ” ມີຄວາມໝາຍອີກວ່າບໍ່ຄືກັນ ຫຼື ກົງກັນຂ້າມ ກັບຄໍາວ່າຄືກັນ. ນອກ ຈາກນັ້ນ, “ຕ່າງ” ຍັງໝາຍເຖິງແປກປະຫຼາດ ຊຶ່ງເປັນການເຮັດບໍ່ຄືໝູ່ ຫຼື ເຮັດຕ່າງ ໝູ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo