ຄໍາວ່າ “ອົດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອົດ” ມີຄວາມໝາຍແນວໃດ?

ຄໍາວ່າ “ອົດ” ໝາຍເຖິງແມ່ນພຶດຕິກໍາຢ່າງນຶ່ງຂອງມະນຸດເຮົາ ຊຶ່ງເປັນການບໍ່ສະແດງອາການ ຫຼື ກິລິຍາ ທ່າທາງໃຫ້ຜູ້ອື່ນຮູ້ວ່າຕົນມີຄວາມຮູ້ສຶກເປັນແນວໃດ ຫຼື ຢາກເຮັດຫຍັງ ເປັນການປິດບັງດ້ວຍການເຮັດຄືບໍ່ ມີສ່ວນຮ່ວມ ຫຼື ມີພຶດຕິກໍາກ່ຽວຂ້ອງ ແລະ ສະແດງອາການທຸ່ນທ່ຽງຕໍ່ບັນຫາ ເຊັ່ນ: ດີໃຈ, ຢາກຮ້ອງໂຮ, ເຈັບ, ເສຍໃຈ, ຢາກຮ້ອງໃຫ້, ຊຶ້ງໃຈ, ໃຈຮ້າຍ, ອາລົມ ຮ້າຍ ເປັນຕົ້ນ.

ນອກຈາກນີ້, “ອົດ” ເປັນການອົດກັ້ນ ຫຼື ອົດທົນຕໍ່ສິ່ງທີ່ເກີດຂຶ້ນ ເຖິງວ່າໃຈ ຫຼື ຮ່າງກາຍຕ້ອງການ ແຕ່ ກໍປະຕິເສດ ເຊັ່ນ: ອົດນອນ, ອົດຫົວ, ອົດກິນ, ອົດເຂົ້າ, ອົດຫິວ, ອົດຢາກ, ອົດຕາຍ, ອົດໃຈ. ອົດ ໄດ້ ສະແດງເຖິງຄວາມພະຍາຍາມ ຊຶ່ງມີຫຼາຍສຸພາສິດ ແລະ ຄໍາຜະຫຍາ ທີ່ເປັນຂະຕິເຕືອນໃຈໄດ້ກ່າວເຖິງ ດັ່ງ ເກົ້າອົດເກົ້າເຍື້ອນ ຫາກຊິໄດ້ທ່ອນຄໍາ, ອົດທຸກອົດຍາກໃນມື້ນີ້ຫາກຊິດີໃນມື້ໜ້າ, ອົດອອມຫອມຊັບ ເພື່ອວັນຂ້າງໜ້າ, ອົດສາພະຍາຍາມ ຫຼື ອົດສາຫະແກ້ບັນຫາ (ຄວາມພາກພຽນດຸໝັ່ນ ຫຼື ຄວາມອົດທົນ).

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອົດ”.

“ອົດ” (1. ຄໍາກິລິຍາ) ກັ້ນ, ງົດເວັ້ນ, ທົນໄດ້. ມານະ

ຕົວຢ່າງ:

  • ສາວຖືກຫັກອົກ ແລະ ອົກຮັກ ອົດຍີ້ມໃສ່ຜູ້ບ່າວຄົນທີ່ເຮັດໃຫ້ ເພື່ອບໍ່ໃຫ້ຄົນອື່ນຮູ້ເຖິງວ່າລາວຜິດ ຫວັງ ແລະ ເສຍໃຈຢ່າງແຮງ.
  • ຍ້ອນຄວາມທຸກຈົນ ຈຶ່ງເຮັດໃຫ້ຂ້ອຍອົດທົນເຮັດວຽກທຸກຢ່າງ ໂດຍບໍ່ເລືອກວ່າເປັນວຽກໜັກ ຫຼື ເບົາ ຂໍແຕ່ໄດ້ເງິນ ແລະ ບໍ່ຜິດກົດໝາຍ.
  • ອາຊີບກໍາມະກອນຕ້ອງອົດທົນຕາກແດດຕາກຝົນ ແລະ ອົດບໍ່ຫຼີ້ນກິນຟຸມເຟືອຍຈິ່ງເຮັດໃຫ້ທ້ອນ ເງິນໄດ້.

ສະຫຼຸບ.

ຄໍາວ່າ “ອົດ” ໝາຍເຖິງແມ່ນພຶດຕິກໍາຂອງມະນຸດເຮົາ ທີ່ສະແດງເຖິງການອົດກັ້ນ, ອົດທົນ ພາກພຽນມາ ນະ ແລະ ບໍ່ສະແດງອາການ ຫຼື ກິລິຍາທ່າທາງໃຫ້ຜູ້ອື່ນຮັບຮູ້ ຫຼື ບິດບັງ ສິ່ງທີ່ຕົນຢາກເຮັດ ຫຼື ເຊື່ອງ ຄວາມຮູ້ສຶກໄວ້ນັ້ນເອງ. ຊຶ່ງການອົດແມ່ນມີຫຼາຍຮູບແບບເປັນຕົ້ນອົດທາງດ້ານຈິດໃຈ ແລະ ອົດທາງດ້ານ ຮ່າງກາຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo