ຄໍາວ່າ “ຍົກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຍົກ” ມີຄວາມໝາຍແນວໃດ?

ຄໍາວ່າ “ຍົກ” ຫຼື “ຫຍົກ”ແມ່ນຊື່ຫີນສີຂຽວ ຊຶ່ງເປັນອັນຍະມານີ ມີມູນຄ່າສູງຢ່າງນຶ່ງ ໂດຍສະເພາະແມ່ນ ຊາວຈີນ ຊຶ່ງນໍາເອົາເຮັດເຄື່ອງເອ້ຍ້ອງ ເຊັ່ນ: ກໍາໄລ, ມຸງກຸດ, ເຂັມຂັດ, ປີ່ນປັກຜົມ, ຕ້າງຫູ, ປອກແຂນ, ແຫວນມື, ສ້ອຍຄໍ, ກາປະທັບຕະກຸນ ຫຼື ກາປະທັບທາງລັດຖະການໃນສະໄໝບູຮານຂອງຈີນ, ພະພຸດທະ ຮູບ, ເຄື່ອງໃຊ້ສອຍເພື່ອເປັນຂອງຂວັນໃຫ້ກັນ ແລະ ອື່ນໆ. ຊາວຈີນໄດ້ “ຍົກ” ໄດ້ຫຼາຍພັນປີ ຊຶ່ງບໍ່ຍົກທີ່ ດີທີ່ສຸດແມ່ນພົບເຫັນໃນສະຫະພາບມຽນມາ.

ນອກຈາກນີ້, “ຍົກ” ຍັງໝາຍເຖິງການຊູຂຶ້ນສູງໆ ຫຼື ເອົາຂຶ້ນໃຫ້ສູງຈາກທີ່ເກົ່າ ເຊັ່ນ: ຍົກເຄື່ອງ, ຍົກສິນ ຄ້າ, ຍົກນໍ້າ, ຍົກລໍ້ລົດຈັກ, ຍົກຈຸ້ມ, ຍົກຄັນເບັດ, ຍົກພາເຂົ້າ, ຍົກຈອກ ເປັນຕົ້ນ. “ຍົກ” ຍັງໝາຍເຖິງການ ຍົກຍ້າຍ, ຍ້າຍອອກໄປ ຫຼື ຍ້າຍໄປໝົດ ດັ່ງ ຍົກພົນ, ຍົກທັບ, ຍົກທີມ, ຍົກ. “ຍົກ” ຍັງແມ່ນຫົວໜ່ວຍ ການເອີ້ນຂອງກໍານົດເວລາ ເຊັ່ນ: ຍົກທີ 1, ຍົກທີ 2, ຕີໂມຍຍົກນຶ່ງ 20 ນາທີ, ຕີໂມຍ 8 ຍົກ, ຕີໄກ່ 3 ຍົກ. ພ້ອມນັ້ນ, ຍັງມີຍົກຄູ ຊຶ່ງເປັນການທໍາພິທີໄຫວ້ຄະ ຫຼື ບູຊາຄູ, ຍົກຍໍແມ່ນຍູ້ສົ່ງໃຫ້ດີຂຶ້ນ, ຍົກຍ້ອງ ແມ່ນສໍລະເສີນ ຫຼື ຍ້ອງຍໍ, ຍົກເລີກ ແມ່ນເວັ້ນ ຫຼື ຖອນອອກ, ຍົກເວັ້ນ ແມ່ນບໍ່ກ່ຽວຂ້ອງນໍາ, ຍົກໄວ້ ແມ່ນຍໍໄວ້ ເປັນຕົ້ນ. “ຍົກ” ເວລາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍແຕກຕ່າງກັນໄປ ດັ່ງ ນາຍົກລັດ ຖະມົນຕີແມ່ນຫົວໜ້າຄະນະລັດຖະມົນຕີ, ມັກກະທາຍົກແມ່ນຫົວໜ້າໃນພິທີທໍາບຸນໃນວັດ ນໍາຖະຫວາຍ ທານ ຕະຫຼອດຮອດຈັດແຈງພິທີທາງສາດສະໜາໃຫ້ຖືກຕ້ອງຮຽບຮ້ອຍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຍົກ”.

“ຍົກ” (1. ຄໍານາມ) ຫີນອັນຍະມະນີສີຂຽວ, ຫີນສີຂຽວລໍ້າຄ່າ (ຫຍົກ). (2. ຄໍາກິລິຍາ) ເອົາຂຶ້ນໃຫ້ ສູງຈາກທີ່ ເກົ່າ, ຍ້າຍໄປທັງໝົດ ດັ່ງ ຍົກທັບ ຍົກຄົວ. ກໍານົດເວລາໄລຍະນຶ່ງ ດັ່ງ ຊົກໂມຍໄດ້ສອງຍົກ. ຍົກຄູ ແມ່ນທໍາພິທີໄຫວ້ຄະ ຫຼື ບູຊາຄູ. ຍົກຍໍ ແມ່ນຍູ້ສົ່ງໃຫ້ດີຂຶ້ນ. ຍົກຍ້ອງ ແມ່ນສໍລະເສີນ ຫຼື ຍ້ອງຍໍ. ຍົກ ເລີກ ແມ່ນເວັ້ນ, ຖອນອອກ, ບໍ່ໃຊ້ຕໍ່ໄປ. ຍົກເວັ້ນ ແມ່ນບໍ່ກ່ຽວຂ້ອງນໍາ, ບໍ່ເກນ. ຍົກໄວ້ແມ່ນຍໍໄວ້, ງົດ ເວັ້ນ.

ຕົວຢ່າງ:

  • ໃນການຂຸດຄົ້ນສຸສານບູຮານຢູ່ຈີນ ໄດ້ພົບປອກແຂນຍົກຈັກກະພັດ ຊຶ່ງເປັນເຄື່ອງປະທີ່ມີມູນຄ່າ ສູງ ແລະ ມີຄຸນຄ່າດ້ານຈິດໃຈສູງ ເຊັ່ນກັນ.
  • ຄົນຂັບລົດຍົກ ເພື່ອຍົກສິນຄ້າ ແລະ ເຄື່ອງຜູ້ໂດຍສານ ຂຶ້ນຍົນເປັນຈໍານວນຫຼາຍ ກ່ອນຍົນຈະ ບິນຂຶ້ນ.
  • ລັດເຊຍໄດ້ຍົກພົນທະຫານຫຼາຍກວ່ານຶ່ງແສນຄົນ ແລະ ອາວຸດຍຸດໂທປະກອນເປັນຈໍານວນຫຼາຍ ເພື່ອໄປຊ້ອມຮົບຢູ່ຕິດຊາຍແດນປະເທດຢູ່ເຄຼນ.
  • ຕີໂມຍຊິງແຊມໂລກມ່ວນມັນຫຼາຍ, ພໍຮອດຍົກທີ 2 ໄດ້ມີການນ໊ອກກັນເກີດຂຶ້ນ ເຮັດໃຫ້ຖືກໃຈ ຜູ້ຊົມ.

ສະຫຼຸບ.

ຄໍາວ່າ “ຍົກ” ກ້ອນຫີນອັນຍະມານີລໍ້າຄ່າສີຂຽວແນວນຶ່ງ ມີແຫຼ່ງກໍາເນີດຢູ່ສະຫະພາບມຽນມາ, ເປັນທີ່ນິຍົມກັນໃນໝູ່ຊາວຈີນ ເພື່ອນໍາເອົາເຮັດເຄື່ອງເອ້ຍ້ອງ, ເຄື່ອງປະດັບ ແລະ ກາປະທັບຕະກຸນ ລວມທັງລັດຖະການ ໃນສະໄໝກ່ອນ ຊຶ່ງປະກົດມີການຄົ້ນພົບການນໍາໃຊ້ຫຼາຍກວ່າພັນປີ. “ຍົກ” ຍັງໝາຍເຖິງການຍົກຂຶ້ນ, ຊູຂຶ້ນໃຫ້ສູງກວ່າເກົ່າ. “ຍົກ” ຍັງໝາຍເຖິງການເຄື່ອນຍ້າຍ ຫຼື ຍົກຍ້າຍຈາກສະຖານທີ່ໜຶ່ງໄປອີກສະ ຖານທີ່ນຶ່ງ ແລະ “ຍົກ” ຍັງນໍາມາໃຊ້ ເພື່ອນັບເປັນຫົວໜ່ວຍການກໍານົດເວລາເຊັ່ນ: ຍົກທີ 1, ຍົກທີ 2 ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo