ຄໍາວ່າ “ຫົດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫົດ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫົດ” ແມ່ນການເຮັດພິທີທາງສາດສະໜາພຸດຢ່າງນຶ່ງ ເອີ້ນ ຫົດສົງ ຊຶ່ງແມ່ນພິທີທໍາມຸຣະທາພິ ເສກ ຫຼື ເອີ້ນອີກຢ່າງນຶ່ງວ່າແມ່ນການອະພິເສກ ໂດຍການເອົານໍ້າຫອມ, ນໍ້າສັກສິດສົງໃຫ້ຈຸດປະສົງຂອງ ພິທີດັ່ງກ່າວແມ່ນເພື່ອແຕ່ງຕັ້ງພຣະໃຫ້ເປັນພຣະເຖຣະໃນທາງສົງ. ພ້ອມນັ້ນ, “ຫົດ” ແມ່ນການຂອງແຫຼວ ຫຼື ທາດແຫຼວ ເປັນຕົ້ນນໍ້າ, ເຫຼົ້າ, ນໍ້າຫວານ, ນໍ້າມັນຖອກໃສ, ສີດໃສ່, ລາດໃສ ຫຼື ຫວິດໃສ່ ໃຫ້ປຽກ ເຊັ່ນ: ຫົດນ້ຳ, ຫົດສວນ, ຫົດຜັກ, ຫົດສົງ, ຫົດກອງໄຟ, ຫົດເສັ້ນທາງ ແລະ ອື່ນໆ.

ນອກຈາກນີ້, “ຫົດ” ຍັງໝາຍເຖິງສິ່ງທີ່ກົງກັນຂ້າມກັບຢືດ ຊຶ່ງເປັນການເຮັດໃຫ້ວັດຖຸສິ່ງຂອງ ຫຼື ສີ່ງໃດນຶ່ງ ທີ່ຍາວ ຫຼື ໃຫຍ່ ຫຼື ກວ້າງຫຍໍ້ເຂົ້າ, ຫົດສັ້ນເຂົ້າ ຫຼື ຫົດນ້ອຍເຂົ້າ ລວມທັງຫົດຫຍໍ້ເຂົ້າກວ່າຂະໜາດເດີມ ທີ່ມີ ເຊັ່ນ: ຢາງຖືກຄວາມຮ້ອນຫົດເຂົ້າ, ໜັງຄວາຍຈີ່ຫົດເຂົ້າ, ບົ້ງຫົດຕົວເຂົ້າ ເປັນຕົ້ນ. ພ້ອມນັ້ນ, “ຫົດ” ເວລາປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງໄປ ດັ່ງ ຫົດຫົວ ແມ່ນອາການຢ້ານກົວຈົນບໍ່ກ້າໂຜ່ຫົວອອກ ມາໃຫ້ເຫັນ ຫຼື ບໍ່ກ້າອອກມາພົບ ກົງກັນຂ້າມກັບກ້າຫານ, ຫົດຫູ່ ແມ່ນອາການບໍ່ຊື່ນບານເປັນການເສົ້າໃຈ ຫຼື ເສົ້າໂສກ ກົງກັນຂ້າມກັບດີໃຈ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຫົດ”.

“ຫົດ” (1. ຄໍານາມ) ພິທີທໍາມຸຣະທາພິເສກ ຫຼື ອະພິເສກ ຄື ການແຕ່ງຕັ້ງໃຫ້ເປັນພຣະເຖຣະ ໃນທາງສົງ ໂດຍການເອົານໍ້າຫອມ ຫຼື ນໍ້າສັກສິດສົງໃຫ້ ເອີ້ນຫົດສົງ. (2. ຄໍາກິລິຍາ) ຫຍໍ້ໂຕເຂົ້າ. ເອົານໍ້າຖອກລາດ ລົງແຕ່ທາງເທິງ, ຫວິດນໍ້າໃສ່.

ຕົວຢ່າງ:

  • ວັນທີ 05 ກຸມພາ 2017 ໄດ້ຈັດພິທີມະຫາເຖຣາພິເສກ ຫຼື ຫົດສົງ ແດ່ພຣະອາຈານໃຫຍ່ ມະຫາງອນ ດຳຣົງບຸນ, ປະທານສູນກາງ ອົງການພຸດທະສາສະນາສຳພັນລາວ ທີ່ຫໍທັມມະສະພາ ວັດ ພຣະທາດຫຼວງ ນະຄອນຫຼວງວຽງຈັນ ສປປລາວ.
  • ປີ 2021 ເສດຖະກິດໂລກມີການຫົດໂຕ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ສົງ ຄາມການຄ້າ ແລະ ສະພາບເມືອງລະຫວ່າງປະເທດມະຫາອໍານາດ.
  • ທຸກໆມື້ ຕື່ນເຊົ້າມາ ລວມທັງຕອນແລງ, ຂ້ອຍຕ້ອງໄດ້ຫົດນໍ້າ ແລະ ໃສ່ຝຸ່ນພູນດິນ ສວນຜັກ ເພື່ອໃຫ້ຜັກງາມ.

ສະຫຼຸບ.

ຄໍາວ່າ “ຫົດ” ໝາຍເຖິງພິທີຫົດສົງ ຊຶ່ງເປັນພິທີຂອງສາດສະໜາພຸດຢ່າງນຶ່ງ ເອີ້ນ ພິທີທໍາມຸຣະທາພິເສກ ຫຼື ເອີ້ນພິທີອະພິເສກ ໂດຍການເອົານໍ້າຫອມ, ນໍ້າມົນ, ນໍ້າສັກສິດສົງໃຫ້ພະ ເພື່ອແຕ່ງຕັ້ງພຣະໃຫ້ເປັນ ພຣະເຖຣະ. “ຫົດ” ແມ່ນການເອົາຂອງແຫຼວ ເປັນຕົ້ນ ນໍ້າ, ເຫຼົ້າ ລາດໃສ່ ຫຼື ຖອກໃສ ລວມທັງສີດໃສ່ ຫຼື ຫວິດໃສ່ໃຫ້ປຽກ. ນອກຈາກນີ້, “ຫົດ” ຍັງໝາຍເຖິງເຮັດໃຫ້ສິ່ງຂອງວັດຖຸ ຫຼື ສິ່ງໃດນຶ່ງມີຂະໜາດສັ້ນ ລົງ, ນ້ອຍລົງ ກົງກັນຂ້າມກັບຢືດອອກ ຫຼື ໃຫຍ່ອອກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo