ຄໍາວ່າ “ອົກ” ແລະ “ເອິກ” ມີຄວາມໝາຍຄືກັນບໍ່ ແຕກຕ່າງກັນແນວໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ອົກ” ແລະ “ເອິກ”

ຄໍາວ່າ “ອົກ” ແລະ “ເອິກ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ມີແນວແຕກຕ່າງກັນອອກໄປເຊັ່ນກັນ ຊຶ່ງລາຍລະອຽດມີດັ່ງນີ້:

ຄໍາວ່າ “ອົກ” ມີຄວາມໝາຍຄືກັນກັບ “ເອິກ” ຊຶ່ງແມ່ນສ່ວນນຶ່ງຂອງຮ່າງກາຍ ຊຶ່ງນັບແຕ່ສ່ວນທາງໜ້າຕັ້ງແຕ່ຕໍ່ຄໍ ລົງມາເຖິງທ້ອງ. ສ່ວນໃຫຍອົກເພດຍິງທີ່ເປັນສາວຂຶ້ນໄປຈະມີຄວາມແຕກຕ່າງຈາກເອິກຜູ້ຊາຍ ເພາະຈະມີເຕົ້ານົມ ໃຫຍ່ກວ່າເພດຊາຍ, ສ່ວນເອິກເພດຊາຍຈະຍັງຄົງລັກສະນະຮູບຮ່າງຄືເພດຍິງ ແລະ ຊາຍ ຕອນຍັງເປັນໄວເດັກ ຫຼື ເປັນເດັກນ້ອຍ. “ອົກ” ຍັງໝາຍເຖິງສິ່ງຂອງທີ່ມີຮູບຮ່າງລັກສະນະຄ້າຍຄືອົກອີກດ້ວຍ ລວມທັງອົກໄກ່ ຊຶ່ງແມ່ນ ເຄື່ອງເຮືອນຢູ່ຈອມດັ່ງ ແລະ ສີຍົວ ຫຼື ອີ້ນໄມ້ແປບົນ.

ຄໍາວ່າ “ເອິກ” ໝາຍເຖິງມີຄວາມໝາຍຄືກັນກັບ “ອົກ” ຊຶ່ງແມ່ນອາໄວຍະວະສ່ວນນຶ່ງຂອງຮ່າງກາຍ ນັບແຕ່ສ່ວນ ທາງໜ້າຕັ້ງແຕ່ຕໍ່ຄໍລົງມາເຖິງທ້ອງດັ່ງທີ່ີໄດ້ອະທິບາຍໄວ້ຂ້າງເທິງ. ນອກຈາກນັ້ນ, ຍັງແມ່ນຊື່ຕົ້ນ ໝາກເອິກ ຊຶ່ງ ເປັນໄມ້ພຸ່ມແນວນຶ່ງມີຕົ້ນ ແລະ ໝາກມົນຄ້າຍຄືຕົ້ນໝາກເຂືອ ແຕ່ມີຂົນເວລາສຸກແມ່ນສີເຫຼືອງເຊັ່ນດຽວກັນ. ຄົນ ນິຍົມເອົາໄປໃສ່ຕໍາສົ້ມ ໂດຍສະເພາະແມ່ນຕໍາສົ້ມໝາກຫຸ່ງ ເພາະມີລົດຊາດສົ້ມ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າອົກ”.

“ອົກ” (1. ຄໍາກິລິຍາ) ອະໄວຍະສ່ວນທາງໜ້າຕັ້ງແຕ່ຕໍ່ຄໍລົງມາເຖິງທ້ອງ, ສິ່ງທີ່ມີລັກສະນະຄ້າຍຄືອົກ (ເອິກ ກໍວ່າ).

ຕົວຢ່າງ:

  • ຫົວໃຈຂອງຄົນເຮົາແມ່ນຢູ່ອົກຂ້າງຊ້າຍ ແລະ ມີສີ່ຫ້ອງ ຊຶ່ງເປັນສິ່ງສໍາຄັນທີ່ເຮັດໃຫ້ຄົນເຮົາມີຊີວິດຢູ່ໄດ້.
  • ໃນເຫດປະທະກັນຢູ່ງານຄອນເສີດ, ເຮັດໃຫ້ຫຼາຍຄົນອົກສັ່ນຂວັນຫາຍ ພາກັນແລ່ນແຕກຊະໄປຄົນລະທີບ ຢ່າງວຸ້ນວາຍ.

ຄວາມໝາຍຄຳວ່າເອິກ”.

“ເອິກ” (1. ຄໍານາມ) ອົກ, ຊື່ໄມ້ພຸ່ມແນວນຶ່ງໜ່ວຍເປັນຂົນສຸກແລ້ວສີເຫຼືອງ ໃຊ້ຕໍາສົ້ມ ເອີ້ນ ໝາກເອິກ.

ຕົວຢ່າງ:

  • ສຸພາສິດລາວເວົ້າວ່າ “ລູກຜູ້ຊາຍເອິກສາມສອກ” ໝາຍເຖິງເປັນຜູ້ຊາຍຕ້ອງກ້າຫານ ເປັນຊາຍແທ້ໆ, ຊາຍຊາດທະຫານ.
  • ທ້າວສີ ເປັນຜູ້ຊາຍທີ່ມີຂົນເອິກເຕັມເອິກ ແລະ ໜວດເຄົາເຕັມຄາງ ປານຄົນຢູລົບ ຊຶ່ງຜູ້ຊາຍລາວສ່ວນ ໃຫຍ່ບໍ່ຄ່ອຍມີ.

ສະຫຼຸບ.

ຄໍາວ່າ “ອົກ” ແລະ “ເອິກ” ການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ຊຶ່ງແມ່ນສ່ວນນຶ່ງຂອງຮ່າງກາຍ ຊຶ່ງນັບແຕ່ສ່ວນທາງໜ້າຕັ້ງແຕ່ຕໍ່ຄໍ ລົງມາເຖິງທ້ອງ, ແຕ່ກໍມີບາງຄວາມໝາຍແຕກຕ່າງກັນອອກໄປເຊັ່ນກັນ. “ອົກ” ຫຼື “ເອິກ” ຂອງຄົນຕອນຍັງເຍົາໄວ ຫຼື ໄວເດັກ (ເດັກນ້ອຍ) ແມ່ນແປລຽບຄືກັນ ແຕ່ຖ້າເປັນໜຸ່ມສາວແລ້ວຈະ ຕ່າງກັນອອກໄປ ເພາະເອິກເພດຍິງສ່ວນໃຫຍຈະມີເຕົ້ານົມໃຫຍ່ຂຶ້ນກວ່າເພດຊາຍ. ນອກຈາກນັ້ນ, “ອົກ” ຍັງໃຊ້ ເອີ້ນສິ່ງຂອງທີ່ມີຮູບຮ່າງລັກສະນະຄ້າຍຄືອົກອີກດ້ວຍ ລວມທັງອົກໄກ່ ຊຶ່ງແມ່ນໄມ້ແປບົນຂອງເຮືອນ. ແລະ ຄໍາວ່າ “ເອິກ” ຍັງແມ່ນຊື່ຕົ້ນ ໝາກເອິກ ທີ່ຄົນເຮົານິຍົມເອົາໄປໃສ່ຕໍາສົ້ມເພາະມີລົດຊາດສົ້ມ ນັ້ນເອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo