ຄໍາວ່າ “ທໍ່” ແລະ “ເທົ່າ” ມີຄວາມໝາຍຄືກັນ ຫລື ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ທໍ່” ແລະ “ເທົ່າ”

ຄໍາວ່າ “ທໍ່” ແລະ “ເທົ່າ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ຍັງມີບາງຄວາມໝາຍ ຕ່າງອີກດ້ວຍ ຊຶ່ງລາຍລະອຽດດັ່ງ:

ຄໍາວ່າ “ທໍ່” ມີຄວາມໝາຍຄືກັນກັບ “ເທົ່າ” ຊຶ່ງໝາຍເຖິງສະເໝີກັນ, ມີຊັດສ່ວນ ຫຼື ມາດຕາສ່ວນເທົ່າກັນ ຫຼື ທໍ່ກັນ, ເກິງກັນ, ເຄີ່ງໆ, ຫ້າສິບຫ້າສິບ ດັ່ງ ສ່ວນແບ່ງທໍ່ກັນ, ສູງທໍ່ກັນ, ຕໍ່າທໍ່ກັນ, ໄລຍະທາງທໍ່ກັນ, ໃກ້ທໍ່ກັນ, ແຮງທໍ່ ກັນ, ເມື່ອຍທໍ່ກັນ, ອຸນຫະພຸມທໍ່ກັນ ເປັນຕົ້ນ. ພ້ອມນັ້ນ, ຍັງໝາຍເຖິງອຸປະກອນ ທີ່ເຮັດຈາກໄມ້, ຢາງພາລະສະ ຕິກ, ໂລຫະ ຫຼື ສິ່ງທີ່ເປັນໂກນຍາວມີຮູສໍາລັບໃຊ້ໃຫ້ນໍ້າໄຫຼ, ຄວັນ ຫຼື ລົມອອກ ເຊັ່ນ: ທໍ່ໄມ້, ທໍ່ຢ່າງ, ທໍ່ດູດນໍ້າ, ທໍ່ນໍ້າ, ທໍ່ຄວັນ, ທໍ່ອາຍເສຍ ແລະ ອື່ນໆ.

ຄໍາວ່າ “ເທົ່າ” ກໍເຊັ່ນກັນໝາຍເຖິງມີຄວາມໝາຍຄືກັນກັບ “ທໍ່” ຊຶ່ງມາຍເຖິງຊັດສ່ວນ, ຮູບຮ່າງ, ມາດຕາສ່ວນ, ນໍ້າໜັກ, ຄວາມຍາວ, ຄວາມສັ້ນ ເທົ່າກັນດັ່ງທີ່ໄດ້ອະທິບາຍໄວ້ຂ້າງເທິງ (ທໍ່) ດັ່ງ ສ່ວນແບ່ງເທົ່າກັນ, ສູງເທົ່າ ກັນ, ຕໍ່າເທົ່າກັນ, ໄລຍະທາງເທົ່າກັນ, ໃກ້ເທົ່າກັນ, ແຮງເທົ່າກັນ, ເມື່ອຍເທົ່າກັນ, ອຸນຫະພຸມເທົ່າກັນ ເປັນຕົ້ນ.

ນອກນັ້ນ, ຍັງແມ່ນສິ່ງທີ່ໄດ້ຈາກການເຜົາໄໝ້ ເຊັ່ນ: ຖ່ານຫີນ, ຖ່ານໄມ້, ຟືນ ແລະ ອື່ນໆ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າທໍ່”.

“ທໍ່” (1. ຄໍານາມ) ໄມ້ ຫຼື ສິ່ງທີ່ເປັນໂກນຍາວສໍາລັບໃຊ້ເປັນທາງນໍ້າໄຫຼ ຫຼື ຄວັນ ຫຼື ລົມອອກ. (2. ຄໍາກິລິຍາວິເສດ) ເກິ່ງກັນ, ສ່ວນເດີມ (ດັ່ງສາມທໍ່), ເທົ່າກັນ. ທໍ່ໃດ ແມ່ນກີ່ມາດນ້ອຍ.

ຕົວຢ່າງ:

  • ທໍ່ນໍ້າປະໆທີ່ເຮັດຈາກເຫຼັກຈະກຸ້ມດົນກວ່າທໍ່ຢາງຫຼາຍເທົ່າ ເພາະໃຊ້ໄປຫຼາຍປີກໍບໍ່ຄ່ອຍມັກແຕກມັກຮົ່ວ.
  • ລູກຊາຍຂ້ອຍ ແລະ ລູກຊາຍໝູ່ມີອາຍຸທໍ່ກັນ ພ້ອມນັ້ນຍັງມີຄວາມສູງ ແລະ ຮຽນຊັ້ນທໍ່ກັນອີກດ້ວຍ.

ຄວາມໝາຍຄຳວ່າເທົ່າ”.

“ເທົ່າ” (1. ຄໍານາມ) ຝຸ່ນທີ່ເກີດຈາກໄຟໄໝ້. (2. ຄໍາກິລິຍາວິເສດ) ທໍ່, ສະເໝີກັນ.

ຕົວຢ່າງ:

  • ໂຮງງານໄຟຟ້າຖ່ານຫີນກໍ່ໃຫ້ເກີດມີ ຂີ້ເທົ່າລອຍ ຊຶ່ງມີຊັບພະຄຸນຄ້າຍໆຊີມັງ, ຂີ້ເທົ່າໜັກ ຫຼື ຂີ້ເທົ່າຈົມ, ຢີບຊໍາ ເປັນຕົ້ນ.
  • ລູກຊາຍຂ້ອຍ ແລະ ລູກຊາຍໝູ່ມີອາຍຸເທົ່າກັນ ພ້ອມນັ້ນຍັງມີຄວາມສູງ ແລະ ຮຽນຊັ້ນເທົ່າກັນອີກດ້ວຍ.

ສະຫຼຸບ.

ຄໍາວ່າ “ທໍ່” ແລະ “ເທົ່າ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ຍັງມີບາງຄວາມໝາຍ ຕ່າງອີກດ້ວຍ ດັ່ງ ຄໍາວ່າ “ທໍ່” ມີຄວາມໝາຍເຖິງທໍ່ກັນໃນຊັດສ່ວນ, ຄວາມຍາວ, ຄວາມສັ້ນ, ຄວາມສູງ, ຄວາມ ໜັກ, ໄລຍະຫ່າງ. ພ້ອມນັ້ນ, ຍັງໝາຍເຖິງທໍ່ນໍ້າ, ທໍ່ຄວັນ, ທໍ່ລົມ ຊຶ່ງເປັນອຸປະກອນເຮັດຈາກໄມ້, ຢາງພາລະສະ ຕິກ, ໂລຫະ ຫຼື ສິ່ງອື່ນໆ. ສ່ວນຄໍາວ່າ “ເທົ່າ” ກໍເຊັ່ນກັນໝາຍເຖິງມີຄວາມໝາຍຄືກັນກັບ “ທໍ່”

ຊຶ່ງໝາຍເຖິງຊັດສ່ວນ, ຄວາມຍາວ, ຄວາມສັ້ນ, ຄວາມສູງ, ຄວາມໜັກ, ໄລຍະຫ່າງ ແລະ ອື່ນໆ ສະເໝີກັນ ນັ້ນເອງ. ພ້ອມນັ້ນ, ຍັງໝາຍເຖິງຂີ້ເທົ່າທີ່ໄດ້ຈາກການເຜົາໄໝ້ສິ່ງຕ່າງໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo