ຄໍາວ່າ “ຕໍ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕໍ້” ມີຄວາມໝາຍແນວໃດ?

ຄໍາວ່າ “ຕໍ້” ແມ່ນພະຍາດຢ່າງນຶ່ງທີ່ເກີດຂຶ້ນຢູ່ໃນໜ່ວຍຕາຂອງຄົນ ແລະ ສັດ ຊຶ່ງເຮັດໃຫ້ມີຜົນເສຍຕໍ່ການ ມອງເຫັນ ຫຼື ເບີ່ງເຫັນ ເອີ້ນ ຕາຕໍ້. ຕໍ້ປະກອບມີ ຕໍ້ລົມ ແລະ ຕໍ້ເນື້ອ ຊຶ່ງແມ່ນການເກີດເປັນນູນທີ່ເຫຍື້ອ ຕາຂາວຂ້າງແກ້ວຕາດໍາ. ຖ້າຢູ່ເຫຍື້ອຕາຂາວຮຽກວ່າ ຕໍ້ລົມ, ແຕ່ຖ້າຖ້າເລີກເຂົ້າໄປໃນແກ້ວຕາດໍາເອີ້ນວ່າ ຕໍ້ເນື້ອ ໂດຍຕໍ້ເນື້ອຈະມີລັກສະນະເປັນເນື້ອສາມລ່ຽມມີຫົວຢູ່ແກ້ວຕາ ເນື້ອເຍື່ອຄືເຫຍື້ອຕາ ມີເສັ້ນເລືອດ ແລ່ນເຂົ້າໄປເກາະຢູ່ເທິງແກ້ວຕາດໍາ ອາດເສັ້ນໃຫຍດ ນ້ອຍ ກໍ່ໃຫ້ເກີດສີແດງຫຼາຍນ້ອຍຕ່າງກັນໄປ.

ນອກຈາກນີ້, “ຕໍ້” ຍັງໝາຍເຖິງຕໍ້ປາແດກ ຊຶ່ງແມ່ນອຸປະກອນຢ່າງນຶ່ງທີ່ຄົນລາວສ້າງຂຶ້ນມາ ດ້ວຍການ ເອົາຕອກໄມ້ປ່ອງມາສານໃສ່ໄມ້ທີ່ເຮັດເປັນດິ້ວຄືກັນກັບມື ໃຫ້ມີຮູບຮ່າງຄືກັນກັບຈອງ ຫຼື ປາກ ຫຼື ບ່ວງ ຊົດແກງໃຫຍ່, ເປັນເຄື່ອງຕອງປາແດກ ເອີ້ນຢ່າງນຶ່ງວ່າ ຕ່ອງຊອຍ ເພື່ອແຍກກ້າງ, ກະດູກປາອອກ ຈາກນໍ້າປາແດກ ແລະ ນໍາໄປປຸງແຕ່ງອາຫານ. ນອກນັ້ນ, ຍັງມີ ຕໍ້ປໍ້ ຊຶ່ງແມ່ນເຕ້ຍ ແລະ ຕໍ່າ. “ຕໍ້” ຊື່ເຫັດແນວນຶ່ງ ເອີ້ນເຫັດຕໍ້ ມີດອກນ້ອຍມົນສີຂາວຄ້າຍຄືເຫັດເຜາະ, ຕໍ້ມໍ້ ແມ່ນເສົາກ້ອມທີ່ເຮັດໄວ້ເທິງຂື່ ເຮືອນເພື່ອຄໍ້າສະຍົວ, ກະຕໍ້ອຸປະກອນກິລາແນວນຶ່ງ ໃຊ້ເພື່ອແຂ່ງກິລາ ເອີ້ນ ກິລາກະຕໍ້, ໃນເມື່ອກ່ອນ ເອົາຕອກຫວາຍມາສານເຮັດ ແຕ່ປະຈຸບັນແມ່ນເຮັດດ້ວຍພາລາສະຕິກ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕໍ້”.

“ຕໍ້” (1. ຄໍານາມ) (ເບິ່ງກະຕໍ້ດ້ວຍ). ຕຸ່ມທີ່ເກີດຂຶ້ນໃນໜັງຕາເອີ້ນ ຕາຕໍ້; ຕໍ້ປາແດກ ແມ່ນເຄື່ອງປາແດກ (ຕ່ອງຊອຍ ກໍວ່າ), ຕໍ້ປໍ້ ແມ່ນເຕ້ຍ ແລະ ຕໍ່າ. ຊື່ເຫັດແນວນຶ່ງ ດອກນ້ອຍມົນ ສີຂາວ ຄ້າຍຄືເຫັດເຜາະ, ຕໍ້ມໍ້ ແມ່ນເສົາກ້ອມທີ່ເຮັດໄວ້ເທິງຂື່ອີກເທື່ອນຶ່ງ ເພື່ອຄໍ້າສະຍົວ.

ຕົວຢ່າງ:

  • ໃນແຕ່ລະມື້ຢູ່ໂຮງໝໍປົວຕາ ມີຄົນເຖົ້າມາປົວຕາຕໍ້ເປັນຈໍານວນຫຼາຍ ບາງຄົນກໍເປັນຕໍ້ລົມ, ບາງ ຄົນກໍເປັນຕໍ້ເນື້ອ ແລະ ມີອາການເຈັບໜັກ, ເບົາແຕກຕ່າງກັນໄປ.
  • ແມ່ຄົວ ເອົາຕໍ້ຕອງປາແດກມາຕອງປາແດກ ເພື່ອແຍກກ້າງ, ກະດູກ ອອກ ກ່ອນຈະເອົາແຕ່ນໍ້າ ປາແດກໃສ່ແກງໜໍ່ໄມ້.

ສະຫຼຸບ.

ຄໍາວ່າ “ຕໍ້” ໝາຍເຖິງຕໍ້ຕາ ມີ ຕໍ້ລົມ ແລະ ຕໍ້ເນື້ອ, ຊຶ່ງເປັນພະຍາດຢ່າງນຶ່ງທີ່ເກີດຂຶ້ນຢູ່ໃນໜ່ວຍຕາ ຂອງຄົນ ແລະ ສັດ ເປັນອາການເກີດເປັນນູນທີ່ເຫຍື້ອຕາຂາວຂ້າງແກ້ວຕາດໍາ ຖ້າຢູ່ເຫຍື້ອຕາຂາວເອີ້ນ ວ່າ ຕໍ້ລົມ, ແຕ່ຖ້າຖ້າເລີກເຂົ້າໄປໃນແກ້ວຕາດໍາເອີ້ນວ່າ ຕໍ້ເນື້ອ, ສ່ວນໃຫຍ່ແມ່ຄົນເຖົ້າຖ້າໃຜເປັນມັກເຮັດ ໃຫ້ມີຜົນກະທົບຕໍ່ການເບີ່ງ. ນອກຈາກນີ້, “ຕໍ້” ຍັງໝາຍເຖິງເຄື່ອງຕອງປາແດກ ເພື່ອແຍກກ້າງ, ກະດູກ ປາອອກຈາກນໍ້າປາແດກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo