ຄໍາວ່າ “ອື່ງ” ຫຼື ອື່ງອາງ ກັບຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອື່ງ” ມີຄວາມໝາຍແນວໃດ?

ຄໍາວ່າ “ອື່ງ” ແມ່ນສັດເລືອດເຢັນຄ້າຍຄືກົບ ແຕ່ມີຂະໜາດນ້ອຍກວ່າ ມີຫຼາຍປະເພດ, ອື່ງມີ 4 ຂາ ກິນແມງໄມ້ ແລະ ປວກເປັນອາຫານ, ອື່ງມີຢາງ ຫຼື ນໍ້ເມືອກ ເວລາຄົນເຮົາໄປຈັບມັນ, ອື່ງປະສົມພັນໃນລະດູຝົນ ໂດຍສະເພາະແມ່ນຍາມຝົນຕົກໜັກ ມັນສາມາດຮ້ອງໄດ້ດັງແຮງ ແລະ ສາມາດພອງໂຕຟູຢູ່ໜ້ານໍ້າໄດ້ ອຶ່ງແຜ່ພັນໂດຍອື່ງໂຕຜູ້ຈະໂຄມຫຼັງໂຕແມ່ ຫຼັງຈາກໂຕແມ່ໄຂ່ອອກໂຕຜູ້ກໍຈະສິດນໍ້າເຊື້ອໃສ່ຢູ່ໃນນໍ້າ ຈາກນັ້ນຫຼາຍມື້ກໍນຈະກາຍເປັນໂຕຂວກ ຫຼື ອີ່ຂວກ ກ່ອນຈະກາຍເປັນອື່ງ. ໃນລະດູໜາວ ອື່ງຈະຈໍາສິນ ຫຼື ເຂົ້າຢູ່ໃນດິນ.

“ອື່ງ” ມີຫຼາຍແນວແຕກຕ່າງກັນໄປ, ຊຶ່ງມັນເປັນສັດທີ່ອາໃສຢູ່ໃນເຂດຮ້ອນຊຸ່ມ ເຂດມີຝົນຕົກ ເປັນຕົ້ນ ປະເທດລາວ, ປະເທດໄທ, ປະເທດກໍາປູເຈຍ, ປະເທດຫວຽດນາມ ແລະ ຕອນໃຕ້ຂອງປະເທດຈີນ. ອຶ່ງເປັນສັດທີ່ສາມາດນໍາມາບໍລິໂພກໄດ້ ແລະ ເປັນທີ່ນິຍົມກັນກິນຂອງຄົນຈໍານວນຫຼາຍ ແຕ່ບາງຄົນກໍວ່າ ເປັນຕາຂີ້ດຽດ, ຂະຫຍັດຂະແຫຍງ. ອື່ງໃນລາວແບ່ງເອີ້ນຊື່ຕາມຈຸດພິເສດຂອງມັນ ດັ່ງ ອື່ງເພົ້າ, ອື່ງຢາງ, ອື່ງແດງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອື່ງ”.

“ອື່ງ” (1. ຄໍານາມ) ສັດສີ່ຕີນບໍ່ມີຫາງ ຈໍາພວກກົບເປັນສັດເລືອດເຢັນ ມີຫຼາຍຊະນິດ ຄື: ອື່ງເພົ້າ, ອື່ງຢາງ, ອື່ງແດງ ດັ່ງວ່າ “ຢ່າໄດ້ທໍາຕົວພຽງຫົວພຽງແພດ ອື່ງ ມັນຫາກເຫຼືອແຕ່ຮ້ອງຄວາມເວົ້າຂ້າໂຕ”.

ຕົວຢ່າງ:

  • ມື້ກ່ອນຝົນຕົກໜັກ, ອື່ງຮ້ອງ “ອື່ງອາງ ອື່ງອາງ” ພໍ່ຕູ້ສາໄດ້ໄປໃຕ້ອື່ງດ້ວຍໄຟສາຍ ຫຼື ໂຄມໄຟ ແລະ ສາມາດຈັບອື່ງໄດ້ ເຕັມຂ້ອງເພື່ອນໍາມາເຮັດກິນ.
  • ພາຍຫຼັງທີ່ຂ້ອຍໃຕ້ໄປ ແລະ ມີແມງເມົ່າມາຕອບ ບໍ່ພໍ 10 ນາທີ ເຫັນອື່ງອາງ ອອກມາກິນແມງເມົ່າຈໍານວນຫຼາຍ.

ສະຫຼຸບ.

ຄໍາວ່າ “ອື່ງ” ເປັນສັດເລືອດເຢັນຄ້າຍຄືກົບ ມີຫຼາຍປະເພດ ດັ່ງ ອື່ງເພົ້າ, ອື່ງຢາງ, ອື່ງແດງ ເປັນຕົ້ນ, ອື່ງມີ 4 ຂາ ໂຕມີຢາງ ຫຼື ເມືອກ, ອຶ່ງກິນແມງໄມ້ ແລະ ປວກເປັນອາຫານ, ອື່ງປະສົມພັນຕອນຝົນຕົກໜັກ, ມັນຮ້ອງດັງແຮງ ຮ້ອງເພື່ອຫາຄູ່ ແລະ ໂດຍຟອງໂຕຟູຢູ່ໜ້ານໍ້າ. ຫຼັງຈາກໄຂ່ແລ້ວກໍກາຍເປັນໂຕຂວກ ຫຼື ອີ່ຂວກ ກ່ອນຈະກາຍເປັນອື່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo