ຄໍາວ່າ “ທະນາຄານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ທະນາຄານ” ມີຄວາມໝາຍແນວໃດ?

ຄໍາວ່າ “ທະນາຄານ” ເປັນສະຖາບັນການເງິນທີ່ໄດ້ຮັບການຝາກເງິນຈາກປະຊາຊົນ, ບໍລິສັດ, ອົງກອນຕ່າງໆ ຊຶ່ງຄົນທີ່ນໍາມາຝາກ ຫຼື ລູກຄ້າທີ່ຝາກເງິນຈະໄດ້ຮັບຜົນຕອບແທນເປັນດອກເບ້ຍ ແຕ່ໜ້ອຍຫຼາຍ ແມ່ນຂຶ້ນກັບນະໂຍບາຍຂອງທະນາຄານ. ໃນທາງກັບກັນ ທະນາຄານໄດ້ສ້າງສິນເຊື່ອ, ກິດຈະກໍາການກູ້ຢືມເງິນ ເພື່ອໃຫ້ລູກຄ້າມາກູ້ຢືມ ເພື່ອໄປເຮັດທຸລະກິດ ຫຼື ລົງທຶນຕ່າງໆ ຊຶ່ງຈະຄິດໄລ່ດອກເບ້ຍຈາກພາກ ສ່ວນດັ່ງກ່າວ ແຕ່ຈະຫຼາຍ ຫຼື ນ້ອຍແມ່ນຂຶ້ນກັບນະໂຍບາຍຂອງທະນາຄານ. ຕາມການສັນນິຖານ “ທະນາຄານ” ອາດຈະເກີດຂຶ້ນໃນອະນາຈັກບາບີໂລນ ແລະ ແຊງວີເກົ່າ ໂດຍມີພໍ່ຄ້າສະເໜີເຂົ້າເປັນສິນເຊື່ອ ເພື່ອເປັນຫຼັກປະກັນໃນລະບົບແລກປ່ຽນສິນຄ້າ, ການກູ້ຢືມເງິນໃນຍຸກສະໄໝກຼີກບູຮານ.

ນອກຈາກນີ້, “ທະນາຄານ” ຍັງມີໜ້າທີ່ໃນການດໍາເນີນການທຸລະກໍາທາງການເງິນອີກຫຼາຍຢ່າງ ເຊັ່ນ: ເປັນຕົວກາງໃນການໂອນເງິນລະຫວ່າງລູກຄ້າຫາລູກຄ້າ, ຄໍ້າປະກັນໃຫ້ແກ່ການທໍາທຸລະກໍາທາງການເງິນ, ສໍາຮອງເງິນ ຫຼື ຊັບສີິນ ແລະ ອື່ນໆ. ປະເທດທີ່ມີລະບົບທະນາຄານເຂັ້ມແຂງແມ່ນສະເຖິງປະເທດທີ່ມີ ຄວາມໝັ້ນຄົງ ແລະ ໄດ້ຮັບຄວາມໜ້າເຊື່ອຖື ໃນໂລກ ເປັນຕົ້ນ ປະເທດອັງກິດ, ສະຫະລັດອາເມລິກາ, ປະເທດສິງກະໂປ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າທະນາຄານ”.

“ທະນາຄານ” (1. ຄໍານາມ) ບ່ອນທໍາການຄ້າເງິນ, ເຮືອນມ້ຽນເງິນ, ເຮືອນໃສ່ເງິນ.

ຕົວຢ່າງ:

  • ຂ້ອຍຝາກເງິນ 10 ລ້ານກີບ ຢູ່ທະນາຄານຮ່ວມມືລາວ-ຫວຽດ ກໍານົດເວລາ 1 ປີ ໃນອັດຕາດອກເບ້ຍ 5%.
  • ບໍລິສັດ ເອ ຢືມເງິນທະນາຄານ ເພື່ອດໍາເນີນທຸລະກິດ ຈໍານວນ 100 ລ້ານກີບ ເປັນເວລາ 1 ປີ ດ້ວຍອັດຕາດອກເບ້ຍ 11%.
  • ທະນາຄານ ແຄລີອອກ ປະເທດສິງກະໂປ ມີຊຶ່ສຽງ ແລະ ໄດ້ຮັບຄວາມເຊື່ອຖືສູງ ສາມາດຄໍ້າປະກັນການກູ້ຢືມເງິນໃຫ້ແກ່ບໍລິສັດໃດນຶ່ງໃນມູນຄ່າສູງໄດ້.

ສະຫຼຸບ.

ຄໍາວ່າ “ທະນາຄານ” ແມ່ນສະຖາບັນການເງິນຢ່າງນຶ່ງ ມີພາລະບົດບາດໃນການໃຫ້ບໍລິການໃນການທໍາທຸລະກໍາທາງດ້ານການເງິນ ເປັນຕົ້ນ ຮັບຝາກເງິນ (ໃຫ້ດອກເບັ້ຍລູກຄ້າ) ແລະ ໃຫ້ສິນເຊື່ອ (ເອົາດອກ ເບັ້ຍນໍາລູກຄ້າ), ຮັບໂອນເງິນ, ຄໍ້າປະກັນ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo