ຄໍາວ່າ “ຂຽດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຂຽດ” ມີຄວາມໝາຍແນວໃດ?

ຄໍາວ່າ “ຂຽດ” ແມ່ນສັດເລືອດເຢັນຄ້າຍຄືກົບ ມີຫຼາຍປະເພດ, ຂຽດມີ 4 ຂາ ກິນແມງໄມ້ ແລະ ປວກເປັນອາຫານ, ມັກປະກົດໃຫ້ເຫັນຫຼາຍໃນລະດູຝົນ ເພາະເປັນລະດູອອກຫາກິນ ແລະ ປະສົມພັນ ເພື່ອ ແຜ່ພັນ ຊຶ່ງການປະສົມພັນແມ່ນຂຽດໂຕຜູ້ຈະໂຄມຫຼັງໂຕແມ່ ຫຼັງຈາກໂຕແມ່ໄຂ່ອອກໂຕຜູ້ກໍຈະສິດນໍ້າເຊື້ອໃສ່ຢູ່ໃນນໍ້າ ຈາກນັ້ນຫຼາຍມື້ກໍນຈະກາຍເປັນໂຕຂວກ ຫຼື ອີ່ຂວກ ກ່ອນຈະກາຍເປັນຂຽດ. ໃນລະດູໜາວ ຂຽດຈະຈໍາສິນ ຫຼື ເອີ້ນວ່າເຂົ້າບ່ອຍ ເພື່ອລໍຖ້າລະດູຝົນຖັດໄປ.

“ຂຽດ” ມີຫຼາຍແນວແຕກຕ່າງກັນໄປໃນທົ່ວໂລກ, ບາງຊະນິດສາມາດກິນໄດ້, ບາງຊະນິດມີພິດ ແຕ່ສ່ວນ ໃຫຍ່ຢູ່ລາວແມ່ນສາມາດກິນໄດ້ ຊຶ່ງມີຫຼາຍແນວເອີ້ນແຕກຕ່າງກັນໄປຕາມຈຸດພິເສດຂອງມັນ ເຊັ່ນ: ຂຽດຂາຂຽວແມ່ນມີຮູບຮ່າງນ້ອຍ ເປັນສາມລ່ຽມ ບ່ອນກົກຂາມີສີເຫຼືອງ ຄ້າຍຄືຄໍາເຕັ້ນທອງ, ຂຽດຂິກ ແມ່ນຂຽດຕົວຍາວ ເປີ້ນຫຼັງສີຂຽວມັກຢູ່ຕາມບຶງ, ຂຽດຄັນຄາກໂຕເປັນກະປຸດ ກະເປົາໃຫຍ່ທໍ່ກົບ, ຂຽດຈະນາແມ່ນຕົວນ້ອຍຫຼັງຊາມັກຢູ່ຕາມບວກໄຮ່ນາ, ຂຽດຕາປາດແມ່ນຕົວໃຫຍ່ ແລະ ຕາໂປໆ ມັກຈັບຢູ່ຕາມຕົ້ນໄມ້, ຂຽດຕາໂອດ ແມ່ນຂຽດຕົວຄ້າຍຄືຂຽດເຫຼືອງແຕ່ຂາຍາວມີຢູ່ຕາມຫ້ວຍຮ່ອມໃນພູ, ຂຽດຕຸ້ມແມ່ນຕົວນ້ອຍຮູບສາມລ່ຽມທ້ອງ (ຂຽດນໍ້າເຕົ້າ ກໍວ່າ), ຂຽດໜາວ ຫຼື ຂຽດບັກແອ່ງ ຕົວນ້ອຍໝົ້ນຢູ່ຕາມດິນ, ຂຽດເຫຼືອງ ຕົວຂະໜາດຂຽດໂມ້ແຕ່ມີສີເຫຼືອງມັກຢູ່ຕາມໂຄກ, ຂຽດໂມ້ຕົວຂະໜາດກາງ ຫຼື ມີຄອງແຊກ  ຕົວຜູ້ຄາງມີມູມ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຂຽດ”.

“ຂຽດ” (1. ຄໍານາມ) ສັດສີ່ຕີນບໍ່ມີຫາງ ຈໍາພວກໂດດເຕັ້ນເປັນສັດເລືອດເຢັນ ຮູບຮ່າງຄ້າຍຄືກົບແຕ່ຕົວນ້ອຍກວ່າ.

ຕົວຢ່າງ:

  • ມື້ກ່ອນຝົນຕົກໜັກ, ພໍ່ຕູ້ສາໄດ້ໄປໃຕ້ຂຽດດ້ວຍໄຟຟສາຍ ຫຼື ໂຄມໄຟ ແລະ ສາມາດຈັບຂຽດໄດ້ ເຕັມຂ້ອງ ເພື່ອນໍາມາເຮັດກິນ.
  • ພາຍຫຼັງທີ່ຂ້ອຍໃຕ້ໄປ ແລະ ມີແມງເມົ່າມາຕອບ ບໍ່ພໍ 10 ນາທີ ເຫັນຂຽດຄັນຄາກອອກມາກິນແມງເມົ່າຈໍານວນຫຼາຍຕົວ.

ສະຫຼຸບ.

ຄໍາວ່າ “ຂຽດ” ເປັນສັດເລືອດເຢັນຮູບຮ່າງຄ້າຍຄືກົບແຕ່ນ້ອຍກວ່າ, ຂຽດມີ 4 ຂາ ສາມາດດໍານໍ້າໄດ້ດົນ ແລະ ເຕັ້ນໄປເວລາຢູ່ບົກ, ກິນແມງໄມ້ ແລະ ປວກເປັນອາຫານ, ອອກຫາກິນ ແລະ ປະສົມພັນໃນລະດູຝົນ, ໃນລະດູໜາວຈໍາສິນ. “ຂຽດ” ແບ່ງອອກເປັນຫຼາຍແນວ. ແຕ່ສ່ວນໃຫຍ່ຢູ່ລາວສາມາດກິນໄດ້ ຄືກັນກັບກົບ ແລະ ອື່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo