ຄໍາວ່າ “ອິນເດຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອິນເດຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ອິນເດຍ” ໝາຍເຖິງຄົນຢູ່ປະເທດອິນເດຍ ມີຫຼາຍເຊື້ອຊາດ ຫຼາຍເຜົ່າ, ຫຼາຍສາດສະໜາ ແລະ ຫຼາຍວັນນະ, ມີພາສາແມ່ຮອດ 447 ພາສາ. ຄົນອິນເດຍມີປະຫວັດການຕັ້ງຖີ່ນຖານປະມານ 9,000 ປີກ່ອນ ຢູ່ລຸ່ມແມ່ນໍ້າສາລະວິນ, ມີຫຼາຍອະລິຍະທໍາ ແລະ ຫຼາຍອານະຈັກເກີດຂຶ້ນ. ລວມທັງມີຫຼາຍສາດສະໜາເກີດຂຶ້ນເຊັ່ນກັນ ເຊັ່ນ: ສາດ ສະໜາຮິນດູ, ສາດສະໜາພຸດ ເປັນຕົ້ນ ແລະ ມີຄົນນັບຖືຫຼາຍສາດສະໜາອີກດ້ວຍ ດັ່ງ ສາດສະໜາ ຮິນດູ, ສາດສະໜາພຸດ, ສາດສະໜາອິດສະລາມ, ສາດສະໜາຄຼິດສ໌, ສາດສະໜາຊິກ ເປັນຕົ້ນ. ຄົນອິນເດຍ ມີທັງໝົດຫຼາຍກວ່າ 1,375 ລ້ານຄົນ ເປັນອັນດັບສອງຮອງຈາກຈີນ.

ນອກຈາກນີ້, “ອິນເດຍ” ຍັງແມ່ນຊື່ເອີ້ນ ປະເທດອິນເດຍ ຕັ້ງຢູ່ໝູ່ຢູ່ທະວີບອາຊີໃຕ້ ຕິດກັບປະເທດຈີນ, ເນປານ, ປູຕານ, ປາກິດສະຖານ, ພະມ່າ ແລະ ມະຫາສະມຸດອິນເດຍ ແລະ ມີເນື້ອທີ່ທັງໝົດ 3,287,263 ກິໂລຕາແມັດ, ມີເມືອງຫຼວງຊື່ “ນິວເດນລີ” ແຕ່ເມືອງໃຫຍ່ສຸດແມ່ນ “ມູມໃບ”, ມີສະກຸນເງິນປະຈໍາຊາດແມ່ນເງິນ “ລູບປີ”.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າອິນເດຍ”.

“ອິນເດຍ” (1. ຄໍານາມ) ຊື່ຄົນຊາດນຶ່ງ, ປະເທດນຶ່ງຕັ້ງຢູ່ທະວີບອາຊີໃຕ້.

ຕົວຢ່າງ:

  • ຄົນອິນເດຍບາງເຜົ່າມີຜິວສີອອກດໍາ, ບາງເຜົ່າສີອອກເປັນສີດ່ອນສີຂາວ ດັ່ງຄົນອາລັບ ແລະ ເປີເຊຍ, ບາງເຜົ່າກໍຄ້າຍຄົນອາຊຽນ.
  • ປະເທດອິນເດຍເປັນປະເທດທີ່ມີຄົນຮັ່ງ ຫຼື ເປັນເສດຖີລະດັບໂລກ ແຕ່ກະຍັງມີປະຊາຊົນຈໍານວນຫຼວງຫຼາຍຍັງທຸກຍາກຫຼາຍ ເຊັ່ນກັນ.

ສະຫຼຸບ.

ຄໍາວ່າ “ອິນເດຍ” ແມ່ນຄົນອິນເດຍ ແຕ່ມີຫຼາຍເຊື້ອຊາດຕິພັນ, ຫຼາຍເຜົ່າ, ຫຼາຍສາດສະໜາທີ່ສຸດໃນໂລກ ແລະ ຍັງມີວັນນະອີກດ້ວຍ. ຄົນອິນເດຍກໍ່ຕັ່ງຫຼາຍສາດສະໜາ ດັ່ງ ສາດສະໜາຮິນດູ, ສາດສະໜາພຸດ ອື່ນໆ ພ້ອມທັງເຊື່ອຖືສາດສະໜາຫຼາຍຢ່າງ ເພາະປະຊາກອນຫຼາຍເປັນອັນດັບ 2 ຂອງໂລກ ດັ່ງ ສາດສະໜາຮິນດູ, ສາດສະໜາພຸດ, ສາດສະໜາອິດສະລາມ, ສາດສະໜາຄຼິດສ໌ ອື່ນໆ. ນອກຈາກນີ້, “ອິນເດຍ” ແມ່ນຊື່ປະເທດອິນເດຍ ມີເນື້ອທີ່ 3,287,263 ກິໂລຕາແມັດ, ເມືອງຫຼວງແມ່ນ “ນິວເດນລີ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo