ຄໍາວ່າ “ອາກາດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອາກາດ” ມີຄວາມໝາຍແນວໃດ?

ຄໍາວ່າ “ອາກາດ” ໝາຍເຖິງບ່ອນທີ່ເປົ່າຫວ່າງຢູ່ທີ່ພົບເຫັນຢູ່ທົ່ວໄປ ໃນໜ້າໂລກ ຫຼື ຢູ່່ເທິງໂລກໃບນີ້ ຫຼື ພື້ນຟ້າ ທີ່ເຮົາຢູ່ອາໃສ ຊຶ່ງສ່ວນໃຫຍ່ປະກອບໄປດ້ວຍອອກຊີເຈນ (o2) ທີ່ມະນຸດ ພ້ອມດ້ວຍສັດຈໍານວນຫຼາຍໃຊ້ຫາຍໃຈ ເພື່ອການດໍາລົງຊີວິດ ຫຼື ຊ່ວຍໃນການເຜົາໄໝ້ ແລະ ໜ້າໂລກເຮົາຍັງປະກອບມີໄນໂຕຼເຈນ ອີກດ້ວຍ. ອາກາດແມ່ນບໍ່ສາມາດຈັບຕ້ອງໄດ້, ອາກາດລວມທັງທ້ອງຟ້າ ດັ່ງ ນົກບິນໄປໃນອາກາດ, ຍົນບິນ ຢູ່ໃນອາກາດ, ໃຈລອຍໄປຕາມອາກາດ, ກີ່ນຫອມດອກໄມ້ລອຍໄປຕາມອາກາດ ເປັນຕົ້ນ.

ນອກຈາກນີ້, “ອາກາດ” ຍັງມັກຖືກເອີ້ນຕາມສະພາບຕົວຈິ່ງຂອງມັນ ເຊັ່ນ: ອາກາດຮ້ອນ, ອາກາດໜາວ, ອາກາດແປປວນ, ອາກາດດີ, ອາກາດບໍ່ດີ, ອາກາດເປັນໃຈ, ອາກາດບໍ່ເປັນໃຈ, ອາກາດເອື້ອຍອໍານວຍ, ອາກາດບໍ່ເອື້ອຍອໍານວຍ, ອາກາດເດືອນມັງກອນມັກໜາວ, ອາກາດເດືອນເມສາມັກຮ້ອນ, ອາກາດຫວ່າງເປົ່າ, ອາກາດປົນເປື້ອນດ້ວຍສານເຄມີ, ກີ່ນໃນອາກາດ, ອາກາດເປັນພິດ ເປັນຕົ້ນ.

SA Game
DooDiDo

ຄໍາວ່າ “ອາກາດ” ມັກໃຊ້ຄູ່ກັບຄໍາວ່າ “ດິນຟ້າ” ດັ່ງ ດິນຟ້າອາກາດ

ຍັງໝາຍເຖິງ.

ແຕ່ຖ້ານອກຈາກອາກາດຂອງໂລກອອກໄປແລ້ວເຮົາເອີ້ນ ອາວາກາດ, ຮ້ວງອາວະກາດ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອາກາດ”.

“ອາກາດ” (1. ຄໍານາມ) ບ່ອນເປົ່າຫວ່າງ, ພື້ນຟ້າ. ອາກາດທາດ ແມ່ນບ່ອນເປົ່າຫວ່າງ, ອາກາດສະ ຍານ ແມ່ນເຄື່ອງພາໄປທາງອາກາດ).

ຕົວຢ່າງ:

  • ຮອດເດືອນມີນາປີນີ້ ຢູ່ປະເທດລາວສ່ວນໃຫຍ່ແມ່ນອາກາດຮ້ອນຫຼາຍ ແລະ ອາກາດບໍ່ຄ່ອຍແຈ່ມ ໃສພໍປານໃດ ສົ່ງຜົນໃຫ້ເດັກນ້ອຍ ແລະ ຜູ້ໃຫຍ່ຫຼາຍຄົນມີບັນຫາສຸຂະພາບ.
  • ມື້ວານນີ້ອາກາດບໍ່ດີ ມີສະພາບຟ້າຄື້ມມຶດຝົນ ເຮັດໃຫ້ຫຼາຍຄົນຕ້ອງຢູ່ແຕ່ໃນເຮືອນ ເພາະຢ້ານບໍ່ສະບາຍ ຫຼື ເຈັບເປັນ.
  • ມື້ປີໃໝ່ສາກົນ, ອາກາດດີຫຼາຍທ້ອງຟ້າປອດປົ່ງ ແນມເບີ່ງເປັນສີຟ້າງາມຫຼາຍ ແລະ ອາກາດກໍບໍ່ຮ້ອນ, ບໍ່ໜາວເກີນໄປ ພໍດີຢູ່.

ສະຫຼຸບ.

ຄໍາວ່າ “ອາກາດ” ແມ່ນບ່ອນເປົ່າຫວ່າງຢູ່ໜ້າໂລກ ຫຼື ພື້ນຟ້າຂອງໂລກໃບນີ້ ທີ່ເຮົາອາໃສດໍາລົງຊີວິດຢູ່, ສ່ວນໃຫຍ່ແມ່ນທາດອອກຊີເຈນ (o2) ທີ່ເຮົາໃຊ້ຫາຍໃຈ ຫຼື ຊ່ວຍໃນການເຜົາໄໝ້, ນອກນັ້ນມີໄນໂຕຼເຈນ ອີກດ້ວຍ. ອາກາດບໍ່ສາມາດຈັບຕ້ອງໄດ້ ແຕ່ສາມາດສໍາພັດໄດ້. ຄົນເຮົາເອີ້ນ “ອາກາດ” ສະພາບຂອງມັນດັ່ງ ອາກາດຮ້ອນ, ອາກາດໜາວ, ອາກາດດີ, ອາກາດບໍ່ດີ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo