ຄໍາວ່າ “ອາການ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອາການ” ມີຄວາມໝາຍແນວໃດ?

ຄໍາວ່າ “ອາການ” ໝາຍເຖິງຄວາມເປັນຢູ່ ຫຼື ເປັນໄປ ຂອງຄົນ, ສັດ ຫຼື ວັດຖຸສິ່ງຂອງຢ່າງໃດຢ່າງນຶ່ງ ຊຶ່ງເປັນການສະແດງອອກເຖິງສະພາບຂອງສິ່ງເຫຼົ່ານັ້ນ ເຊັ່ນ: ຄົນເຈັບອາການເຈັບໜ້າເອີກ ແລະ ມີອາການຫາຍໃຈຝືດ, ໂຕງົວມີອາການເຫງົາ ແລະ ບໍ່ກິນຫຍ້າ, ຄວາຍມີອາການປາກເປື່ອຍ ແລະ ເລັບເນົ່າ, ລົດອາການຜິດປົກກະຕິມີສຽງດັງຢູ່ຈັກ, ເຄື່ອງປັບອາກາດມີອາການຮ້ອນຜິດປົກກະຕິ ແລະ ອື່ນໆ.

ນອກຈາກນີ້, “ອາການ” ຍັງສະແດງໃຫ້ເປັນເຖິງປະຕິກິລິຍາທ່າທາງ ຫຼື ວາດຊົງ ທີ່ສະແດງອອກຂອງຄົນ, ສັດ ວ່າເປັນຫ່ວງ, ດີໃຈ, ເສົ້າໃຈ, ຕື່ນເຕັ້ນ, ຢ້ານກົວ ເປັນຕົ້ນ ເຊັ່ນ: ອາການຕົກໃຈ, ອາການຢ້ານກົວ, ອາການອອກຮ້ອນໆຮົນໆ, ອາການເປັນຫ່ວງ, ອາການຕື່ນເຕັ້ນ, ອາການເມີນເສີຍ, ອາການບໍ່ມີຄວາມຮູ້ສຶກ. ໃນບາງກໍລະນີຖ້າມີການສະແດງອາການແບບບໍ່ຮູ້ສຶກໂຕ ເຮົາເອີ້ນ ເກັບອາການບໍ່ຢູ່, ແຕ່ຖ້າບໍ່ສົນໃຈເລີຍ ເອີ້ນ ອາການເມີນເສີຍ ຫຼື ອາການບໍ່ສົນໃຈ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອາການ”.

“ອາການ” (1. ຄໍານາມ) ຄວາມເປັນຢູ່, ຄວາມເປັນໄປ, ວາດຊົງ, ກິລິຍາ, ສ່ວນຂອງຮ່າງກາຍ 32 ຢ່າງ ຮຽກວ່າ ອາການ 32 ມີ ຜົມ, ຂົນ, ໜັງ, ເລັບ, ແຂ້ວ ເປັນຕົ້ນ.

ຕົວຢ່າງ:

  • ໃນຄະນະທີ່ງົວກໍາລັງແກ່ກວຽນຢູ່ນັ້ນ, ມີງົວໂຕໜຶ່ງສະແດງອາການເຈັບຂາ ແລະ ເບີ່ງຄືຊິຍ່າງໄປຕໍ່ບໍ່ໄດ້.
  • ໃນຄະນະທີ່ງົວກໍາລັງແກ່ກວຽນຢູ່ນັ້ນ, ຍ້ອນມີງົວໂຕໜຶ່ງອາການເຈັບຂາ ເຮັດໃຫ້ເຈົ້າຂອງງົວມີອາ ການເປັນຫ່ວງ ແລະ ສະແດງອາການໜັກໃຈ.

ສະຫຼຸບ.

ຄໍາວ່າ “ອາການ” ແມ່ນຄວາມເປັນຢູ່, ຄວາມເປັນໄປ ຂອງຄົນ, ສັດ, ວັດຖຸສິ່ງຂອງວ່າເປັນຢ່າງໃດຢ່າງນຶ່ງປົກກະຕິ ຫຼື ບໍ່ປົກກະຕິ, ຖ້າປົກກະຕິ ເອີ້ນ ບໍ່ມີອາການຫຍັງ, ຖ້າຜິດປົກກະຕິ ເອີ້ນ ມີອາການ. ນອກຈາກນີ້, “ອາການ” ແມ່ນສະແດງໃຫ້ເຫັນປະຕິກິລິຍາທ່າທາງ, ການປະພຶດ, ວາດຊົງ ວ່າເປັນແນວໃດ ດັ່ງ ເປັນຫ່ວງ, ດີໃຈ, ໂສກເສົ້າ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo